ເຈົ້າໜ້າທີ່ ປກສ ເມືອງຊໍາໃຕ້ ຈັບຜູ້ຖືກຫາ ມີຢາເສບຕິດໄວ້ໃນຄອບຄອງ

0
449

ອີງຕາມໜັງສືພິມຄວາມສະຫງົບລາຍງານໃນວັນທີ 11 ຕຸລາ 2023 ທີ່ຜ່ານມານີ້, ເຈົ້າໜ້າທີ່ ປກສ ເມືອງຊຳໃຕ້ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂອງເມືອງ ຂໍຄຳສັງນຳໄອຍາການກວດຄົ້ນເຮືອນເປົ້າໝາຍ ນາງ ຈ້າ ອາຍຸ 49 ປີ ປະຊາຊົນຢູ່ບ້ານພັນສະຫວັນ ເມືອງຊຳໃຕ້ ແຂວງຫົວພັນ.

ຜ່ານການກວດຄົ້ນ, ພົບເຫັນຂອງກາງຢາເສບຕິດ (ປະເພດຢາຝິ່ນນ້ຳໜັກ 2,7 ກິໂລກຼາມທີ່ຊຸກເຊື່ອງໄວ້ຢູ່ຄອກລົດ ແລະ ແຜ່ນເຊັດຢາຝິ່ນໜັກ 4,5 ກິໂລກຼາມທີ່ ຊຸກເຊື່ອງໄວ້ຢູ່ພາຍໃນຫ້ອງນອນຂອງຜູ້ກ່ຽວ. ຈາກນັ້ນ, ເຈົ້າໜ້າທີ່ ຈຶ່ງໄດ້ຈັບຕົວຜູ້ກ່ຽວພ້ອມຂອງກາງມາທີ່ກອງບັນຊາການ ປກສ ເມືອງຊໍາໃຕ້ ເພື່ອສອບສວນຫາທີ່ໄປທີ່ມາຂອງຢາເສບຕິດ (ຢາຝິ່ນ) ຈໍານວນດັ່ງກ່າວ.
ຜ່ານການສອບສວນຂອງເຈົ້າໜ້າທີ່, ຜູ້ກ່ຽວ ໄດ້ຮັບສາລະພາບວ່າ: ຢາເສບຕິດ (ຢາຝິ່ນ ແລະ ແຜ່ນເຊັດຢາຝິ່ນຈໍານວນທີ່ເຈົ້າໜ້າທີ່ ກວດພົບເຫັນນັ້ນແມ່ນຂອງຜູ້ກ່ຽວແທ້ໄດ້ຊື້ມາໄວ້ເພື່ອຂາຍ.

ຈາກນັ້ນ, ເຈົ້າໜ້າທີ່ ປກສ ເມືອງຊໍາໃຕ້ ຈຶ່ງໄດ້ນຳສົ່ງຕົວຜູ້ກ່ຽວ ພ້ອມເຄື່ອງຂອງກາງຢາເສບຕິດ(ປະເພດຢາຝິ່ນ)ໜັກ 2,7 ກິໂລກຼາມ ແລະ ແຜ່ນເຊັດຢາຝິ່ນໜັກ 4,5 ກິໂລກຼາມ ໃຫ້ພະແນກຕ້ານ ແລະ ສະກັດກັ້ນຢາເສບຕິດ ປກສ ແຂວງຫົວພັນດຳເນີນຕາມຂັ້ນຕອນຂອງກົດໝາຍ.