Homeຂ່າວຕ່າງປະເທດຂັງຕົວເອງຢູ່ເຮືອນມາ 55 ປີ ຍ້ອນຢ້ານຜູ້ຍິງ

ຂັງຕົວເອງຢູ່ເຮືອນມາ 55 ປີ ຍ້ອນຢ້ານຜູ້ຍິງ

Published on

ຊາຍອາຟຣິກາຢ້ານຜູ້ຍິງ ເລືອກທີ່ຈະຂັງຕົວເອງຢູ່ເຮືອນມາ 55 ປີ ພ້ອມກັ້ນຮົ້ວໄວ້ສູງ ແລ້ວສັ່ງຫ້າມຜູ້ຍິງເຂົ້າເດັດຂາດ.

“Callitxe Nzamwita” ອາຍຸ 77 ປີ ຕັດສິນໃຈໃຊ້ຊີວິດສັນໂດດ ຫຼື ຢູ່ຄົນດຽວມາຕັ້ງແຕ່ອາຍຸ 16 ປີ ລາວໄດ້ອາໄສຢູ່ເຮ່ືອນ ເພື່ອຫຼີກລ່ຽງການສຳຜັດຜູ້ຍິງ ແລະ ຍັງສ້າງຮົ້ວໄວ້ສູງເຖິງ 5 ແມັດ ແລະ ປິດກັ້ນຢ່າງແໜ້ນໜາ ເພື່ອບໍ່ໃຫ້ຜູ້ຍິງເຂົ້າມາໃກ້ໃນຂົງເຂດຂອງລາວ.

ຢ່າງໃດກໍຕາມ ເຖິງວ່າລາວຈະຢ້ານຜູ້ຍິງ ແຕ່ຜູ້ຍິງທີີ່ຢູ່ໃກ້ຄຽງນັ້ນກໍໄດ້ສະໜັບສະໜູນລາວ ດ້ວຍການຈັດອາຫານ ແລະ ສິ່ງອຸປະໂພກທີ່ຈຳເປັນເພື່ອຄວາມຢູ່ລອດຂອງຕົວລາວເອງ.

ຕາມທີ່ເພື່ອນບ້ານຜູ້ຍິງທ່ານໜຶ່ງໄດ້ເລົ່າວ່າ: ບໍ່ຄ່ອຍມີໃຜພົບເຫັນລາວຢູ່ນອກເຮືອນ ເມື່ອໃດກໍຕາມທີ່ມີຄົນເຂົ້າໄປຊ່ວຍເຫຼືອ ລາວກໍຈະຢູ່ຫ່າງໆສະເໝີ ດັ່ງນັ້ນເພື່ອນບ້ານຈຶ່ງມັກປະສິ່ງທີ່ລາວຕ້ອງການໄວ້ທາງນອກ ແລະ ລາວກໍຈະອອກມາເກັບເອົາມັນເມື່ອເພື່ອບ້ານກັບໄປແລ້ວ.

ແຫຼ່ງຂ່າວ India Times

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...