Homeຂ່າວຕ່າງປະເທດຫ້າງຊັບພະສິນຄ້າລາຍໃຫຍ່ຂອງໄທວາງແຜນລົງທຶນເພື່ອຮອງຮັບເອົານັກທ່ອງທ່ຽວລາວ

ຫ້າງຊັບພະສິນຄ້າລາຍໃຫຍ່ຂອງໄທວາງແຜນລົງທຶນເພື່ອຮອງຮັບເອົານັກທ່ອງທ່ຽວລາວ

Published on

ກຸ່ມເຊັນທັນ ຜູ້ປະກອບການຫ້າງຊັບພະສິນຄ້າລາຍໃຫຍ່ຂອງປະເທດໄທ ວາງແຜນງົບປະມານລົງທຶນ ຈຳນວນ 3 ພັນລ້ານບາດ ຍົກລະດັບ ນະຄອນພະນົມ-ໜອງຄາຍ ເພື່ອຮອງຮັບເອົານັກທ່ອງທ່ຽວລາວທີ່ເພີ່ມຂຶ້ນ.

ອີງຕາມການລາຍງານຂອງ  ​​Bangkok Post ໄດ້ລາຍງານວ່າ: ກຸ່ມເຊັນທັນ ກຳລັງດຳເນີນການເປີດຫ້າງຊັບພະສິນຄ້າແຫ່ງໃໝ່ທີ່ໜອງຄາຍ ໃນປີ 2024 ດ້ວຍເງິນລົງທຶນ 1 ພັນລ້ານ.

ທົດ ຈິລາຖິວັດ ປະທານກຳມະການບໍລິຫານ ກຸ່ມເຊັນທັນ ກ່າວວ່າ ໜອງຄາຍເປັນເຂດພັທະນາເສດຖະກິດພິເສດ ເປັນເມືອງຊາຍແດນຕິດກັບນະຄອນຫຼວງວຽງຈັນ ແລະ ແຂວງບໍລິຄຳໄຊ ສປປ ລາວ ມີຈຸດຜ່ານຊາຍແດນດ່ານມິດຕະພາບໄທ-ລາວ ເປັນປະຕູການຄ້າກຸ່ມປະເທດອິນໂດຈີນ ເຮັດໃຫ້ເປັນທີ່ນິຍົມໃນການເດີນທາງມາຊື້ເຄື່ອງໃຊ້ສອຍຂອງປະເທດເພື່ອນບ້ານ ແລະ ຍັງມີແຜນພັດທະນາລະບົບຂົນສົ່ງທາງບົກ ທາງຮາງ ລົດໄຟທາງຄູ່ ລົດໄຟຄວາມໄວສູງ ເຊື່ອມຕໍ່ລະຫວ່າງ ໄທ ລາວ ຈີນ ຄຸນໝິງ ໃນອະນາຄົດອີກດ້ວຍ.

ໃນໜອງຄາຍ ມີມູນຄ່າການຄ້າລະຫວ່າງຊາຍແດນໄທ-ລາວ ສູງທີ່ສຸດຂອງໄທ ປີລະບໍ່ຕ່ຳກວ່າ 8 ໝື່ນລ້ານບາດ ມີນັກທ່ອງທ່ຽວຫຼາຍກວ່າ 2 ລ້ານເທື່ອຄົນຕໍ່ປີ ສ້າງລາຍຮັບໃນພາກທ່ອງທ່ຽວຫຼາຍກວ່າ 3.350 ລ້ານບາດ.

ນອກນີ້ຍັງວາງງົບປະມານ 2 ພັນລ້ານບາດ ເພື່ອສ້າງຫ້າງຊັບພະສິນຄ້າຢູ່ ນະຄອນພະນົມ ໃນປີ 2024 ເຊັ່ນກັນ ທັ້ງນີ້ ນະຄອນພະນົມ ກໍມີຊາຍແດນຕິດກັບເມືອງທ່າແຂກ ແຂວງຄຳມ່ວນ ສປປ ລາວ ໂດຍມີຂົວມິດຕະພາບ ແຫ່ງທີ 3 ເປັນເສັ້ນທາງຄົມມະນາຄົມໄປມາຫາສູ່ກັນ ຮອງຮັບການເດີນທາງ ການຂົນສົ່ງດ້ານການຄ້າ ແລະ ການທ່ອງທ່ຽວ.

ໃນນະຄອນພະນົມມີນັກທ່ອງທ່ຽວປະມານ 5 ລ້ານເທື່ອຄົນຕໍ່ປີ ສ້າງລາຍຮັບໃນພາກທ່ອງທ່ຽວຫຼາຍກວ່າ 2.200 ລ້ານບາດ.

ການລົງທຶນຂອງກຸ່ມເຊັນທັນໃນທັງ 2 ຈັງຫວັດນີ້ ຈະຊ່ວຍການເຕີບໂຕທາງເສດຖະກິດ ການຄ້າ ການລົງທຶນ ການບໍລິການ ແລະ ການທ່ອງທ່ຽວໃນປະເທດລຸ່ມແມ່ນ້ຳຂອງເຊັ່ນ ໄທ ລາວ ມຽນມາ ກຳປູເຈຍ ຫວຽດນາມ ແລະ ຈີນ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...