ລາວ-ສ ເກົາຫລີ ເພີ່ມທະວີການພົວພັນຮ່ວມມື

0
700

ໃນວັນທີ 14 ກັນຍາ 2022 ນີ້, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດ ຖະມົນຕີ ກະຊວງຕ່າງປະເທດ ໄດ້ພົບປະກັບ ທ່ານ ຊອຍ ຍຸງ ຊຳ ຮອງລັດຖະມົນຕີກະຊວງຕ່າງປະເທດ ແຫ່ງ ສ ເກົາຫລີ ໃນໂອກາດເຂົ້າຮ່ວມກອງປະຊຸມ ເວທີພົບປະພາກທຸລະກິດແມ່ນໍ້າຂອງ-ສ ເກົາຫລີ ຄັ້ງທີ 10 ທີ່ນະຄອນຫລວງວຽງຈັນ.

ການພົບປະຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ເເລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ສປປ ລາວ-ສ ເກົາຫລີ ຕະຫລອດໄລຍະຜ່ານມາ, ໄດ້ມີການພົບປະເເລກປ່ຽນການຢ້ຽມຢາມ ຂອງການນຳລະດັບຕ່າງໆ ຢ່າງເປັນປົກກະຕິ, ການຮ່ວມມືໃນຂົງເຂດການຄ້າ, ການລົງທຶນ, ການທ່ອງທ່ຽວ, ການພັດທະນາຊັບພະຍາ ກອນມະນຸດ, ສາທາລະນະສຸກ, ພື້ນຖານໂຄງລ່າງ, ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ລັດຖະສະພາ ແລະ ອື່ນໆ ແມ່ນສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ. ພ້ອມນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບ ໃຫ້ສືບຕໍ່ເພີ່ມທະວີການພົວພັນຮ່ວມມື ດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ເພື່ອໃຫ້ມີບາດກ້າວອັນໃໝ່ ໂດຍສະເພາະໃນຂົງເຂດການພັດທະນາພື້ນຖານໂຄງລ່າງ ເພື່ອສົ່ງເສີມນະໂຍບາຍການຫັນໄປສູ່ການເປັນສູນກາງເຊື່ອມຈອດດ້ານຂົນສົ່ງທາງບົກໃນພາກພື້ນ, ຊຸກຍູ້ຂົນຂວາຍບັນດານັກທຸລະກິດ ສ ເກົາຫລີ ເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ຫລາຍຂຶ້ນ, ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ແລະ ອື່ນໆ.

ປັດຈຸບັນ, ສ ເກົາຫລີ ໄດ້ຖືກຈັດຢູ່ອັນດັບຕົ້ນໆ ຂອງການລົງທຶນຕ່າງປະເທດ ຢູ່ ລາວ ແລະ ໄດ້ໃຫ້ການຊ່ວຍເຫລືອທາງການເພື່ອການພັດທະນາ(ODA) ແກ່ ສປປ ລາວ ຕະຫລອດມາ ແລະ ໃນໂອກາດນີ້, ຝ່າຍລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ລັດຖະບານ ແລະ ປະຊາຊົນ ສ ເກົາຫລີ ທີິ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອ ສປປ ລາວ ຕະຫລອດມາ ໂດຍສະເພາະ ແມ່ນການຊ່ວຍເຫລືອໃນການຮັບມື ກັບການແພ່ລະ ບາດຂອງພະຍາດໂຄວິດ-19 ໃນໄລຍະຜ່ານມາ, ເຊິ່ງທັງໝົດນີ້ ໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ມາໂດຍຕະຫລອດ.

(ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)