Homeຂ່າວພາຍ​ໃນເຈົ້າໜ້າທີ່ພາສີຂົວມິດຕະພາບ I ກວດພົບພ້ອມຢຶດ ເງິນສົດຈໍານວນ 3,6 ລ້ານບາດ ນໍາເຂົ້າ ສປປ ລາວ

ເຈົ້າໜ້າທີ່ພາສີຂົວມິດຕະພາບ I ກວດພົບພ້ອມຢຶດ ເງິນສົດຈໍານວນ 3,6 ລ້ານບາດ ນໍາເຂົ້າ ສປປ ລາວ

Published on

ເຈົ້າໜ້າທີ່ພາສີ ປະຈໍາດ່ານພາສີສາກົນຂົວມິດຕະພາບ I ກວດພົບເຫັນພ້ອມຢຶດເງິນສົດຈໍານວນ 3,6 ລ້ານບາດ (ສະກຸນເງິນປະເທດໄທ) ທີ່ນຳເຂົ້າ ສປປ ລາວ ທີ່ບໍ່ໄດ້ຮັບອະນຸຍາດຈາກຂະແໜງການກ່ຽວຂ້ອງ.

ອີງຕາມການລາຍງານຂອງຫົວໜ້າດ່ານພາສີສາກົນຂົວມິດຕະພາບ I ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າໃນທ້າຍເດືອນສິງຫາ 2022 ຈະມີບຸກຄົນ 02 ຄົນ, ນໍາໃຊ້ພາຫະນະສ່ວນບຸກຄົນເປັນລົດເກັງຫຍີ່ຫໍ້ Mazda ທະບຽນ ຮຍ 8558 ນໍາເງິນສົດ (ສະກຸນເງິນປະເທດໄທ) ເຂົ້າມາໃນສປປ ລາວ ເມື່ອຊາບຂ່າວຄະນະດ່ານ ແລະ ເຈົ້າໜ້າທີ່ພາສີທີ່ປະຈໍາການຢູ່ຈຸດກວດກາພາຫະນະຂາເຂົ້າ ໄດ້ຕິດຕາມເປົ້າໝາຍພາຫະນະດັ່ງກ່າວ, ຊຶ່ງພາຍຫຼັງຜູ້ກ່ຽວໄດ້ແຈ້ງເອກະສານນໍາຕໍາຫຼວດ ຕມ ປະຈໍາດ່ານແລ້ວ ເຈົ້າໜ້າທີ່ພາສີໄດ້ສອບຖາມເຈົ້າຂອງພາຫະນະ ແລະ ໄດ້ຂໍອະນຸຍາດກວດກາຕາມລະບຽບການ.

ຜ່ານການກວດກາຕົວຈິງໄດ້ພົບເຫັນເງິນສົດຈໍານວນ 3.600.000 ບາດ (ສາມລ້ານຫົກແສນບາດສະກຸນເງິນໄທ) ໂດຍຜູ້ນໍາເງິນເຂົ້າມາສ ປປ ລາວ ໄດ້ຊຸກເຊື່ອງເງິນຈໍານວນ 1.600.000 ບາດຢູ່ໃນກະເປົາ ແລະ ຈໍານວນ 2.000.000 ບາດຊຸກເຊື່ອງຢູ່ໃນຕົນຕົວຂອງຜູ້ກ່ຽວ ຊຶ່ງເງິນຈໍານວນດັ່ງກ່າວແມ່ນບໍ່ໄດ້ຮັບອະນຸຍາດຈາກຂະແໜງການກ່ຽວຂ້ອງ  ເຫັນວ່າເປັນການລະເມີດຕໍ່ກົດໝາຍວ່າດ້ວຍພາສີ ສະບັບເລກທີ 81/ສພຊ, ລົງວັນທີ 29 ມິຖຸນາ 2020 ແລະ ກົດໝາຍອື່ນໆ ແລະ ນິຕິກຳທີ່ກ່ຽວຂ້ອງ.

ດັ່ງນັ້ນ, ເຈົ້າໜ້າທີ່ພາສີປະຈໍາດ່ານຈຶ່ງໄດ້ເຮັດບົດບັນທຶກ, ສ່ວນຂອງກາງເງິນສົດ ແລະ ພາຫະນະແມ່ນຝາກໄວ້ນໍາພະແນກສືບສວນສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ) ເພື່ອຄວາມປອດໄພຂອງຊັບສິນ ແລະ ດຳເນີນການຕາມລະບຽບ.

ສ່ວນຜູ້ທີ່ນໍາເງິນສົດເຂົ້າມາໃນສປປ ລາວ ໄດ້ເຮັດບົດບັນທຶກມອບໃຫ້ເຈົ້າໜ້າທີ່ຕໍາຫຼວດ ຕມ ປະຈໍາດ່ານດໍາເນີນການຕາມພາລະບົດບາດ ແລະ ປະຕິບັດຕາມລະບຽບກົດໝາຍ.

 

ບົດຄວາມຫຼ້າສຸດ

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...