spot_img
Homeຂ່າວພາຍ​ໃນສປປ ລາວ ສາມາດລົບລ້າງຄວາມທຸກຍາກໄດ້ ເກືອບ 14.000 ຄອບຄົວ ຕັ້ງແຕ່ປີ 2016-2021

ສປປ ລາວ ສາມາດລົບລ້າງຄວາມທຸກຍາກໄດ້ ເກືອບ 14.000 ຄອບຄົວ ຕັ້ງແຕ່ປີ 2016-2021

Published on

ນັບແຕ່ 2016-2021 ການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະ ບົດຮອບດ້ານ ຕິດພັນກັບວຽກງານ 3 ສ້າງ ສາມາດຍາດໄດ້ຜົນສໍາເລັດໃຫ່ຍຫລວງ ແລະສໍາຄັນຫລາຍດ້ານ ຄວາມທຸກຍາກຂອງປະຊາຊົນໄດ້ຮັບການແກ້ໄຂຢ່າງຕັ້ງໜ້າ ແລະເປັນລະບົບຕໍ່ເນື່ອງ.

ທ່ານ ທອງສະລິດ ມັງໜໍ່ເມກ, ຫົວໜ້າຫ້ອງວ່າການສູນກາງພັກ ຍົກໃຫ້ເຫັນຕໍ່ກອງປະຊຸມສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງທົ່ວປະເທດ 2016-2021 ແລະທິດທາງຮອດປີ 2025 ຈັດຂື້ນລະຫວ່າງວັນທີ 14 ຫາ 15 ກັນຍານີ້, ທີ່ຫ້ອງວ່າການສູນກາງພັກວ່າ: ສູນກາງພັກ, ລັດຖະບານ ແລະອຳນາດການປົກຄອງທຸກຂັ້ນໃນຂອບເຂດທົ່ວປະເທດໄດ້ສຸມໃສ່ນໍາພາ-ຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ, ແກ້ໄຂຄວາມທຸກຍາກ ແລະວຽກງານ 3 ສ້າງຢ່າງຕໍ່ເນື່ອງ, ນັບແຕ່ຂັ້ນສູນກາງ, ຂັ້ນທ້ອງຖີ່ນ ກໍຄືຂະແໜງການອ້ອມຂ້າງແຂວງ, ເມືອງໄດ້ຫັນເປັນແຜນວຽກ, ຫັນພະນັກງານ ແລະງົບປະມານລົງສູ່ຮາກຖານບ້ານ ແລະ ຈຸດສຸມກຸ່ມບ້ານດ້ວຍການສ້າງບາດກ້າວບຸກທະລຸ ໂດຍເລັ່ງໃສ່ເຂດຊົນນະບົດພູດອຍຫ່າງໄກສອກຫລີກ ເຮັດໃຫ້ລະບົບການເມືອງຂັ້ນຮາກຖານມີຄວາມໜັກແໜ້ນ, ເຂັ້ມແຂງ ແລະເຕີບໃຫ່ຍຂະຫຍາຍຕົວທາງດ້ານປະລິມານ ແລະຄຸນນະພາບ.

ປັດຈຸບັນຄອບຄົວທຸກຍາກໃນທົ່ວປະເທດໄດ້ຫລຸດລົງເກືອບ 14.000 ຄອບຄົວ, ຈາກຈໍານວນ 76.000 ຄອບຄົວປີ 2016 ຍັງເຫຼືອ 62.384 ຄອບຄົວ ກວມເອົາ 5,16 ສ່ວນຮ້ອຍຂອງຄອບຄົວທັງໝົດໃນທົ່ວປະເທດ ແລະ ສາມາດລົບລ້າງບ້ານທຸກຍາກໄດ້ 265 ບ້ານ, ຈາກ 1.689 ບ້ານໃນປີ 2016 ຍັງເຫລືອ 1.424 ບ້ານເທົ່າກັບ 16,87 ສ່ວນຮ້ອຍ, ສ້າງບ້ານພັດທະນາໄດ້ 420 ບ້ານ ລວມເປັນ 4.305 ບ້ານ ແລະ ສ້າງບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດຈາກ 28 ບ້ານໃນປີ 2016 ລວມເປັນ 66 ບ້ານ, ສ່ວນວຽກງານ 3 ສ້າງ ພາຍຫຼັງກົມການເມືອງສູນກາງພັກໄດ້ອອກມະຕິເລກທີ 25/ກມສພ ລົງວັນທີ 22 ທັນວາ2014, ກະຊວງພາຍໃນໄດ້ອອກຄຳສັ່ງແນະນຳເລກທີ 05/ພນ, ລົງວັນທີ 31 ທັນວາ 2019, ກ່ຽວກັບປະເມີນຜົນສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ບ້ານເປັນຫົວໜ່ວຍພັດທະນາ ຄະນະພັກແຕ່ລະຂັ້ນໄດ້ເອົາໃຈໃສ່ຊຸກຍູ້ຂະບວນການປະເມີນວຽກງານ 3ສ້າງ ແລະສະຫຼຸບຕີລາຄາການຈັດຕັ້ງວຽກງານໄລຍະຜ່ານມາ ພ້ອມທັງຖອດຖອນບົດຮຽນຮ່ວມກັນລະຫວ່າງແຂວງໃກ້ຄຽງ ມີເນື້ອໃນເລິກເຊິ່ງສົມຄວນ.

ກົງຈັກການຈັດຕັ້ງນັບແຕ່ຂັ້ນສູນກາງ ລົງຮອດທ້ອງຖິ່ນໄດ້ຮັບການປັບປຸງ ຕິດພັນກັບການແບ່ງຄວາມຮັບຜິດຊອບແບ່ງຂັ້ນຄຸ້ມຄອງໃຫ້ແຂວງ, ເມືອງ ແລະບ້ານ, ຄະນະພັກແຂວງ, ເມືອງໄດ້ສຸມໃສ່ຈັດກອງປະຊຸມສະຫຼຸບຕີລາ ຄາຖອດຖອນບົດຮຽນດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ໂດຍສະເພາະບັນດາເມືອງເປົ້າໝາຍເຮັດທົດລອງວຽກງານ 3 ສ້າງ ໃນ 51 ເມືອງ 109 ບ້ານ, ພາຍຫຼັງສຳເລັດການເຮັດທົດລອງວຽກງານ 3 ສ້າງ ລັດຖະບານໄດ້ສືບຕໍ່ຈັດຕັ້ງປະຕິບັດວຽກງານ 3 ສ້າງເຂົ້າສູ່ລວງເລິກ ໂດຍການຫັນວຽກດັ່ງກ່າວ ໃຫ້ເປັນວຽກປົກກະຕິຂອງລັດຖະບານ ແລະມອບໃຫ້ກະຊວງພາຍໃນເປັນຜູ້ປະສານງານ, ຊຸກຍູ້, ຕິດຕາມ, ກວດກາ, ພ້ອມກັນນັ້ນບັນດາກະຊວງ,ອົງການທຽບເທົ່າ ແມ່ນໄດ້ເອົາໃຈໃສ່ ເປັນເຈົ້າໃນການແບ່ງຂັ້ນຄຸ້ມຄອງຂອງຂະ ແໜງການຕົນຖືກກັບທິດ 3 ສ້າງ ໂດຍໄດ້ມີການປັບປຸງຄືນພາລະບົດບາດ, ໜ້າທີ່ ແລະສິດ ພ້ອມທັງອອກຂໍ້ຕົກລົງ,ຂໍ້ກຳນົດລວມ ທັງເຮັດບົດບັນທຶກແບ່ງສິດ, ໜ້າທີ່, ຄວາມຮັບຜິດ ຊອບ ແລະຜົນປະໂຫຍດໃຫ້ແກ່ທ້ອງຖິ່ນ ເພື່ອສືບຕໍ່ຄຸ້ມຄອງວຽກງານຕ່າງໆ ຂອງຂະແໜງການຕົນຢູ່ຂັ້ນທ້ອງຖິ່ນໃຫ້ມີຄວາມຮັບຜິດຊອບຫຼາຍຂຶ້ນ ແລະໄດ້ວາງຄາດໝາຍສູ້ຊົນຮອດປີ 2020 ສ້າງແຂວງເປັນຫົວໜ່ວຍຍຸດທະສາດ ໃຫ້ໄດ້ 5-10 ແຂວງ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ໃຫ້ໄດ້ 2-5 ເມືອງຕໍ່ແຂວງແລະສ້າງບ້ານເປັນຫົວໜ່ວຍພັດທະນາໃຫ້ໄດ້ 2/3 ຂອງຈຳນວນບ້ານໃນແຕ່ລະເມືອງ, ດັ່ງນັ້ນ, ເພື່ອເປັນການປະເມີນ, ຕີລາຄາກ່ຽວກັບການຈັດຕັ້ງປະຕິບັດວຽກງານ 3 ສ້າງ, ກະຊວງພາຍໃນ ຈຶ່ງໄດ້ອອກຄຳແນະນໍາ ເລກທີ 05/ພນ ກ່ຽວກັບການປະເມີນຜົນ ສ້າງແຂວງເປັນຫົວໜ່ວຍຍຸດທະສາດ,ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ແລະໄດ້ດຳເນີນການປະເມີນສຳເລັດທົ່ວປະເທດ ໃນຕົ້ນປີ 2020.

ຜ່ານການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ມາຮອດປັດຈຸບັນສາມາດສ້າງແຂວງເປັນຫົວໜ່ວຍຍຸດທະສາດ ມີ 1 ນະຄອນຫຼວງ, 2 ແຂວງ ຄື: ນະຄອນຫຼວງວຽງຈັນ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ ບັນລຸການສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ມີ 3 ນະຄອນ, 16 ເມືອງ ; ບັນລຸການສ້າງບ້ານເປັນຫົວໜ່ວຍພັດທະນາ ມີ 3.038 ບ້ານ.

ທີ່ມາ: Lao National Radio

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...