ຖວທ ແຂວງວຽງຈັນແຈ້ງໂຈະບັນດາກິດຈະກຳການທ່ອງທ່ຽວຢູ່ບໍລິເວນເຂດນ້ຳງີ່ມ

0
1338

ພະແນກ ຖວທ ແຂວງວຽງຈັນອອກແຈ້ງການ ໂຈະບັນດາກິດຈະກຳການທ່ອງທ່ຽວຢູ່ບໍລິເວນເຂດອ່າງນ້ຳງີ່ມເປັນການຊົ່ວຄາວໄລຍະເວລາ 18 ເດືອນ, ເພື່ອກໍ່ສ້າງເສັ້ນທາງ ແລະ ສິ່ງອຳນວຍຄວາມສະດວກ ເຊິ່ງການກໍ່ສ້າງດັ່ງກ່າວແມ່ນນອນຢູ່ພາຍໃຕ້ໂຄງການພັດທະນາໂຄງລ່າງພື້ນຖານເພຶ່ອສົ່ງເສີມການທ່ອງທ່ຽວ ໂດຍໄດ້ຮັບທຶນຊ່ວຍເຫລືອຈາກທະນາຄານພັດທະນາອາຊີ (ADB), ພາຍຫລັງໂຄງການດັ່ງກ່າວສຳເລັດແລ້ວກໍຈະເຮັດໃຫ້ບໍລິເວນອ່າງນໍ້າງື່ມມີຮູບໂສມໃຫມ່ ແລະ ເຮັດໃຫ້ນັກທ່ອງທ່ຽວມີຄວາມສະດວກສະບາຍຫລາຍຂຶ້ນ.

ທີ່ມາ:ກົມພັດທະນາການທ່ອງທ່ຽວ