spot_img
Homeຂ່າວພາຍ​ໃນລັດຖະບານ ເລັ່ງແກ້ໄຂບັນຫານ້ຳມັນເຊື້ອໄຟ ໃຫ້ພຽງພໍຕໍ່ການຊົມໃຊ້

ລັດຖະບານ ເລັ່ງແກ້ໄຂບັນຫານ້ຳມັນເຊື້ອໄຟ ໃຫ້ພຽງພໍຕໍ່ການຊົມໃຊ້

Published on

ລັດຖະບານເລັ່ງແກ້ໄຂບັນຫານ້ຳມັນເຊື້ອໄຟຢູ່ລາວ ແລະ ບັນຫາຂອງລາຄານ້ຳມັນ ເພື່ອເຮັດໃຫ້ປະຊາຊົນໄດ້ນຳໃຊ້ນ້ຳມັນໃນລາຄາປົກກະຕິ ແລະ ພຽງພໍກັບຄວາມຕ້ອງການ, ເຊິ່ງລັດຖະບານໄດ້ແບ່ງໄລຍະໃນການແກ້ໄຂບັນຫາມີ 3 ໄລຍະຄື: ໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ.

ໃນວັນທີ 10 ພຶດສະພາ, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຖະແຫຼງການຕາມຄຳຊີ້ນຳຂອງທ່ານນາຍົກລັດຖະມົນຕີວ່າ: ລັດຖະບານໄດ້ເລັ່ງແກ້ໄຂບັນຫາໄລຍະສັ້ນຄື ເຮັດໃຫ້ປະຊາຊົນໄດ້ໃຊ້ນ້ຳມັນຢ່າງພຽງພໍ ເຊິ່ງລັດຖະບານຈະໄດ້ສະໜອງເງິນຕາຕ່າງປະເທດ ໃຫ້ບາງບໍລິສັດທີ່ນຳເຂົ້ານ້ຳມັນເຊື້ອໄຟໃຫ້ໄດ້ 50% ຂຶ້ນໄປ, ສ່ວນໄລຍະກາງ ລັດຖະບານຈະເຈລະຈາແຫຼ່ງນ້ຳມັນອື່ນທີ່ສາມາດສະໜອງນ້ຳມັນໃຫ້ໄດ້ ທີ່ຜ່ານມາລາວນຳເຂົ້ານ້ຳມັນຈາກ ສິງກະໂປ, ໄທ ແລະ ວຽດນາມ, ແລະ ການແກ້ໄຂບັນຫາໄລຍະຍາວ ລັດຖະບານຈະສະໜອງແກ້ໄຂບັນຫາສະໜອງເງິນຕາຕ່າງປະເທດ ໃຫ້ທຸກບໍລິສັດນຳເຂົ້ານ້ຳມັນ ໃຫ້ໄດ້ 100% ເພື່ອເຮັດໃຫ້ນ້ຳມັນພຽງພໍກັບຄວາມຕ້ອງການ.

ທ່ານ ຄຳແພງ ໄດ້ກ່າວຕື່ມອີກວ່າ: ປະເທດລາວໄດ້ມີການນຳເຂົ້ານ້ຳມັນຈາກຕ່າງປະເທດ 100% ເນື່ອງຈາກລາຄານ້ຳມັນຕະຫຼາດໂລກທີ່ດີດໂຕຂຶ້ນສູງ ແລະ ບວກກັບອັດຕາເງິນເຟີ້ໃນປະເທດ ຈຶ່ງເຮັດໃຫ້ປະເທດລາວບໍ່ມີເງິນຕາຕ່າງປະເທດທີ່ຈະຊື້ນ້ຳມັນມາໃຫ້ປະຊາຊົນຊົມໃຊ້.

ແຫຼ່ງຂ່າວຈາກຂ່າວປະເທດລາວ

ບົດຄວາມຫຼ້າສຸດ

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...