Homeຂ່າວຕ່າງປະເທດຕະກູນ"ມາກອສ" ໄດ້ຄະແນນສຽງແບບຖະລົ່ມຖະລາຍ ໃນການເລືອກຕັ້ງທີ່ຟີລິບປິນ

ຕະກູນ”ມາກອສ” ໄດ້ຄະແນນສຽງແບບຖະລົ່ມຖະລາຍ ໃນການເລືອກຕັ້ງທີ່ຟີລິບປິນ

Published on

ຕາມການລາຍງານຂອງສຳນັກຂ່າວ ຣອຍເຕີ ໄດ້ລາຍງານວ່າ: ຜົນການເລືອກຕັ້ງທີ່ບໍ່ເປັນທາງການຈາກ ຟີລິບປິນ ໄດ້ລະບຸວ່າ ເຟີດິນານ ມາກອດສ ຈູເນຍ ອາຍຸ 64 ປີ ລູກຊາຍຂອງຜູ້ນຳຜະເດັດການ “ເຟີດິນານ ມາກອສ” ທີ່ຖືກໂຄ່ນລົ້ມອຳນາດເມື່ອປີ 1986 ໄດ້ຊະນະໃນການເລືອກຕັ້ງປະທານາທິບໍດີໃນວັນຈັນນີ້.

ລູກຂອງອະດີດທ່ານຜູ້ນຳໄດ້ຮູ້ຈັກກັນໃນນາມ “ບອງບອງ” ເຊິ່ງຊະນະໃນຄະແນນ 27.5 ລ້ານຄະແນນສຽງ ທີ່ສູງຫຼາຍກວ່າລະດັບ, ເປັນການກັບມາສູ່ອຳນາດໃນຮອບ 36 ປີ ສຳລັບຕະກູນ ມາກອສ ເຊິ່ງໄດ້ໄປລີ້ໄພຢູ່ຕ່າງປະເທດໄລຍະໜຶ່ງ ຫຼັງເຫດການປະຕິວັດຂອງພະລັງປະຊາຊົນ.

ຄະນະກຳມະການ ການເລືອກຕັ້ງຟີລິບປິນ ໄດ້ລະບຸວ່າ ຫຼັງນັບຄະແນນໄດ້ 93.8% ແລ້ວ, ມາກອສ ຈູເນຍ ໄດ້ຄະແນນສຽງຢ່າງບໍ່ເປັນທາງການປະມານ 29.9 ລ້ານຄະແນນສຽງ ເຊິ່ງສູງກວ່າ ເລນີ ໂຣເບຣໂດ ຄູ່ແຂ່ງທີ່ປັດຈຸບັນດຳລົງຕຳແໜ່ງຮອງປະທານາທິບໍດີ ສູງເຖິງ 2 ເທົ່າ ໂດຍມີຜູ້ອອກມາໃຊ້ສິດໃນການເລືອກຕັ້ງນີ້ເຖິງ 80%.

ຜົນການນັບຄະແນນຢ່າງເປັນທາງການ ອາດຈະມີການປະກາດອອກມາໃນຊ່ວງທ້າຍເດືອນນີ້.

ສຳລັບຕະກູນນີ້ ທີ່ຖືກໂຄ່ນລົ້ມຕຳແໜ່ງ ແລ້ວໄປລີ້ໄພຢູ່ຕ່າງປະເທດ ກ່ອນທີ່ຈະກັບມາຊ່ວງປີ ຄສ 90 ແລະ ໄດ້ກັບມາໃນວົງການ ການເມືອງຟີລິບປິນ.

ກ່ອນຈະມາລົງເລືອກຕັ້ງໃນເທື່ອນີ້ ມາກອດສ ຈູເນຍ ເຄີຍເປັນສະມາຊິກສະພາຜູ້ແທນລາຊະດອນ ແລະ ວຸດທິສະມາຊິກ, ອີມີ ມາກອສ ຜູ້ເປັນເອື້ອຍຍັງເປັນວຸດທິສະມາຊິກຢູ່ ໃນຂະນະທີ່ ອິເມວດາ ມາກອສ ຜູ້ເປັນແມ່ ແລະ ພັນລະຍາໝ້າຍຂອງອະດີດທ່ານຜູ້ນຳ ມາກອສ ຍັງເປັນຜູ້ທີ່ມີອິດທິພົນທາງການເມືອງຢູ່ ຫຼັງເຮັດໜ້າທີ່ເປັນສະມາຊິກຜູ້ແທນລາຊະດອນເຖິງ 4 ສະໄໝ.

ແຫຼ່ງຂ່າວຈາກ ຣອຍເຕີ

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...