ຖ້າຫາກຕິດເຊື້ອໂຄວິດ-19 ໂດຍທີ່ຍັງບໍ່ທັນໄດ້ຮັບການສັກວັກຊີນນັ້ນຈະຕ້ອງໄດ້ຈ່າຍຄ່າປິ່ນປົວເອງ

ທ່າມກາງການລະບາດຂອງພະຍາດຂອງພະຍາດໂຄວິດ-19 ນັ້ນ ໃນປະເທດສິງກະໂປກໍຍັງກວດພົບຜູ້ຕິດເຊື້ອໃໝ່ຫຼາຍພັນຄົນຕໍ່ມື້ ແລະ ລ່າສຸດທາງລັດຖະບານສິງກະໂປໄດ້ປະກາດວ່າ ຈະບໍ່ຈ່າຍເງິນຄ່າປິ່ນປົວໃຫ້ກັບຜູ້ທີ່ຕິດເຊື້ອໂຄວິດ-19 ທີ່ບໍ່ເຂົ້າຮັບການສັກວັກຊີນອີກຕໍ່ໄປ ຖ້າໃຜທີ່ບໍ່ເຂົ້າຮັບການສັກວັກຊີນແລ້ວເກີດມີການຕິດເຊື້ອໂຄວິດ-19 ຈະຕ້ອງໄດ້ຈ່າຍຄ່າປິ່ນປົວເອງທັງໝົດ.

ໃນປັດຈຸບັນລັດຖະບານສິງກະໂປຈະຈ່າຍເງິນຄ່າປິ່ນປົວການຕິດເຊື້ອໂຄວິດ-19 ທັງໝົດໃຫ້ກັບປະຊາຊົນສິງກະໂປທຸກຄົນ ບໍ່ວ່າຈະເປັນຜູ້ທີ່ມີສິດອາໄສຢູ່ຖາວອນ ແລະ ຜູ້ຖືວີຊາໄລຍະຍາວ ເວັ້ນແຕ່ວ່າຈະມີຜົນກວດເປັນບວກຫຼັງຈາກທີ່ກັບຈາກຕ່າງປະເທດ.

ເຖິງຢ່າງໃດກໍຕາມ ລັດຖະບານຂອງສິງກະໂປໄດ້ກ່າວວ່າ ຕັ້ງແຕ່ວັນທີ 8 ທັນວາ 2021 ເປັນຕົ້ນໄປ ຈະເລີ່ມມີການເກັບເງິນຜູ້ຕິດເຊື້ອໂຄວິດ-19 ທີ່ປະຕິເສດການເຂົ້າຮັບການສັກວັກຊີນ.

ນອກຈາກນັ້ນລັດຖະບານຍັງໄດ້ກ່າວອີກວ່າ: “ ຄົນທີ່ບໍ່ໄດ້ຮັບການສັກວັກຊີນຖ້າຫາກວ່າເກີດມີການຕິດໂຄວິດ-19 ສ່ວນໃຫຍ່ປັນຜູ້ທີ່ຕ້ອງຕິດຕາມອາກາດຢ່າງໃກ້ຊິດຖ້ ແລະ ຍັງເປັນສ່ວນໜຶ່ງທີ່ເຮັດໃຫ້ເກີດຄວາມກັງວົນໃນລະບົບສຸຂະພາບຂອງພວກເຮົາ”.

ທັງນີ້ສໍາລັບຜູ້ທີ່ມີເງື່ອນໄຂທີ່ບໍ່ສາມາດສັກວັກຊີນໄດ້ນັ້ນ ລັດຖະບານສິງກະໂປຈະຍັງອອກຄ່າປິ່ນປົວໃຫ້ຕາມປົກກະຕິ ສ່ວນຄົນທີ່ຫາກໍສັກວັກຊີນໂຄວິດ-19 ໄດ້ພຽງ 1 ເຂັມ ຫຼື ຍັງບໍ່ທັນຄົບໂດສ ລັດຖະບານຈະໃຫ້ເວລາໄປສັກເຂັມທີສອງຈົນຮອດວັນທີ 31 ທັນວາ 2021.

ແຫຼ່ງຂ່າວ: pptvhd36