ປະຫວັດຜູ້ຕິດເຊື້ອໂຄວິດ-19 ແລະ ເສຍຊີວິດ ປະຈໍາວັນທີ 8 ພະຈິກ 2021

0
1394

ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 7 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 6,234 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 786 ຄົນ (ຕິດເຊື້ອພາຍໃນ ມີ 783 ຄົນ ແລະ ຕິດເຊື້ອນໍາເຂົ້າ 3 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 783 ຄົນ ຈາກ 15 ແຂວງ ເຊິ່ງລາຍລະອຽດ ດັ່ງນີ້:
1. ນະຄອນຫຼວງ 314 ຄົນ: ມາຈາກ 130 ບ້ານ, ໃນ 9 ເມືອງ
• ເມືອງຈັນທະບູລີ ມີ 10 ບ້ານ (27 ຄົນ)
• ເມືອງສີໂຄດຕະບອງ ມີ 22 ບ້ານ (38 ຄົນ)
• ເມືອງໄຊເສດຖາ ມີ 25 ບ້ານ (83 ຄົນ)
• ເມືອງສີສັດຕະນາກມີ 15 ບ້ານ (23 ຄົນ)
• ເມືອງ ນາຊາຍທອງ ມີ 08 ບ້ານ (34 ຄົນ)
• ເມືອງໄຊທານີ ມີ 27 ບ້ານ (77 ຄົນ)
• ເມືອງຫາດຊາຍຟອງ ມີ 18 ບ້ານ (26 ຄົນ)
• ເມືອງສັງທອງ 04 ບ້ານ (05 ຄົນ)
• ເມືອງປາກງື່ມ 01 ບ້ານ (01 ຄົນ)
2. ຫຼວງພະບາງ, ມີ 138 ຄົນ ໃນ 30 ບ້ານ ແລະ 6 ເມືອງ
3. ແຂວງວຽງຈັນ ມີ 71 ຄົນ ໃນ 20 ບ້ານ ແລະ 5 ເມືອງ
4. ຫຼວງນ້ຳທາ ມີ 48 ຄົນ ໃນ 27 ບ້ານ ແລະ 3 ເມືອງ
5. ຜົ້ງສາລີ ມີ 40 ຄົນ ໃນ 2 ເມືອງ
6. ໄຊຍະບູລີ ມີ 33 ຄົນ ໃນ 7 ບ້ານ ແລະ 1 ເມືອງ
7. ຈຳປາສັກ ມີ 29 ຄົນ ໃນ 12 ບ້ານ ແລະ 3 ເມືອງ
8. ອຸດົມໄຊ ມີ 26 ຄົນ
9. ເຊກອງ ມີ 19 ຄົນ ໃນ 10 ບ້ານ ແລະ 3 ເມືອງ
10. ບໍລິຄຳໄຊ ມີ 16 ຄົນ ໃນ 4 ບ້ານ ແລະ 1 ເມືອງ
11. ຄຳມ່ວນ ມີ 15 ຄົນ ໃນ 5 ບ້ານ ແລະ 3 ເມືອງ
12. ສະຫວັນນະເຂດ ມີ 13 ຄົນ ໃນ 7 ບ້ານ ແລະ 2 ເມືອງ
13. ບໍ່ແກ້ວ ມີ 12 ຄົນ ໃນ 4 ບ້ານ ແລະ 3 ເມືອງ
14. ສາລະວັນ ມີ 8 ຄົນ ໃນ 3 ບ້ານ ແລະ 2 ເມືອງ
15. ໄຊສົມບູນ ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ

ສໍາລັບຜູ້ຕິດເຊືື້ອພາຍໃນ ທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວ ຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 03 ຄົນ ຈາກ ແຂວງສະຫວັນນະເຂດ 2 ຄົນ ແລະ ບໍ່ແກ້ວ 1 ຄົນ, ທັງໝົດແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

• ມາຮອດວັນທີ 8 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 47,842 ຄົນ, ເສຍຊີວິດສະສົມ 86 ຄົນ (ໃໝ່ 04), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 499 ຄົນ, ກໍາລັງປິ່ນປົວ 8,862 ຄົນ.
❖ ລາຍລະອຽດຜູ້ເສຍຊີວິດໃໝ່ 04 ຄົນ ມີດັ່ງນີ້:
ຜູ້ທີ 1: ເພດຊາຍ, ອາຍຸ 86 ປີ, ບ້ານນໍ້າສ້າງ, ເມືອງປາກກະດິງ, ແຂວງບໍລິຄຳໄຊ.
-​ໃນຄອບຄົວມີ 9 ຄົນ ແລະ ຕິດເຊື້ອທັງໝົດ
-​ພະຍາດປະຈໍາຕົວ: ຜູ້ກ່ຽວເປັນອໍາມະພາດນອນຕິດຕຽງ
-​ຜ່ານມາໄດ້ສັກຢາວັກຊີນກັນໂຄວິດ-19 ຄົບ
-​ວັນທີ 27 ຕຸລາ 2021: ໄດ້ເກັບຕົວຢ່າງຊອກຫາພະຍາດໂຄວິດ-19
– ວັນທີ 30 ຕຸລາ 2021: ຜົນອອກພົບເຊື້້ອ ແລະ ເຂົ້າສູນປີ່ນປົວ
-​ໄລຍະທີ່ນອນປິ່ນປົວຢູ່ສູນດັ່ງກ່າວ ແຕ່ວັນທີ 27 ຕຸລາ – 06 ພະຈິກ 2021 ເປັນເວລາ 12 ມື້
-​ເວລາ 24:00 ໂມງຂອງວັນທີ 6 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດ

ຜູ້ທີ 2: ເພດຍິງ, ອາຍຸ 42 ປີ, ອາຊີບ ແມ່ເຮືອນ, ບ້ານສີບຸນເຮືອງທ່າ, ເມືອງສີໂຄດຕະບອງ, ນະຄອນ
ຫລວງ
– ພະຍາດປະຈຳຕົວ: ເບົາຫວານ, ຄວາມດັນເລືອດສູງ ແລະ ພະຍາດອ້ວນ
-​ຜ່ານມາບໍ່ໄດ້ສັກຢາວັກຊີນກັນໂຄວິດ-19
– ວັນທີ 05 ພະຈິກ 2021: ເກັບຕົວຢ່າງກວດໂຄວິດຢູ່ມະໂຫສົດ ແລະ ໃຫ້ຜົນບວກ
-​ວັນທີ 06 ພະຈິກ 2021: ໄດ້ຍ້າຍມາຕິດຕາມຢູ່ໂຮງໝໍມິດຕະພາບ ດ້ວຍອາການໄອຫຼາຍ, ມີຂີ້
ສະເຫລດ, ອິດເມື່ອຍ, ຫາຍໃຈຫອບ, ເຈັບຫນ້າເອິກ, ນອນພຽງບໍ່ໄດ້ ແລະ ກະວົນກະວາຍ
-​ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍ ແຕ່ວັນທີ 06-07 ພະຈິກ 2021 ເປັນເວລາ 02 ມື້
-​ຮອດເວລາ 05:45 ໂມງຂອງວັນທີ 07 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດ.

ຜູ້ທີ 3: ເພດຍິງ, ອາຍຸ 65 ປີ, ອາຊີບ: ແມ່ເຮືອນ, ບ້ານຫນອງປາໄນ, ເມືອງສີໂຄດຕະບອງ, ນະຄອນ
ຫລວງ.
-​ພະຍາດປະຈຳໂຕ: ເບົາຫວານ ແລະ ຄວາມດັນເລືອດສູງ
-​ຜ່ານມາໄດ້ສັກຢາວັກຊີນກັນໂຄວິດ-19 ຄົບ
-​ວັນທີ 17 ຕຸລາ 2021: ໄດ້ເກັບຕົວຢ່າງກວດພະຍາດໂຄວິດ-19
-​ວັນທີ 18 ຕຸລາ 2021: ຜົນກວດອອກມາແມ່ນພົບເຊື້ອ ແລະ ໃນມື້ດຽວກັນໄດ້ຮັບເຂົ້າປິ່ນປົວຢູ່ໂຮງ
ໝໍມິດຕະພາບ ດ້ວຍມີອາການໄອ, ຫາຍໃຈບໍ່ອີ່ມ, ຫນາວສັ່ນ ມີໄຂ້ ແລະ ວິນຫົວ.

-​ ໄລຍະນອນປິ່ນປົວປົວຢູ່ມິດຕະພາບ ແຕ່ວັນທີ 18 ຕຸລາ 2021 – 07 ພະຈິກ 2021.
-​ມາຮອດເວລາ 07:10 ໂມງ ຂອງວັນທີ 07 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ

ຜູ້ທີ 4: ເພດຍິງ, ອາຍຸ 84 ປີ, ບ້ານປ່າອ້ອຍ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ
-​ປະຫັວດພະຍາດປະຈໍາຕົວ: ເບົາຫວານ, ໄຂ່ຫຼັງຊຸດໂຊມ, ຊ່ວຍເຫຼືອຕົນເອງບໍ່ໄດ້ຫຼາຍປີແລ້ວ
-​ຜ່ານມາບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19
-​ວັນທີ 27 ຕຸລາ 2021: ໄດ້ເອົາຜູ້ກ່ຽວເຂົ້ານອນຢູ່ສູນຂອງສະໂມສອນແຂວງ ຍ້ອນວ່າຄອບຄົວ
ຕິດເຊື້ອໝົດທຸກຄົນ ແລະ ບໍ່ມີໃຜເບີ່ງແຍງຜູ້ກ່ຽວ
-​ວັນທີ 30 ຕຸລາ 2021: ໄດ້ເກັບຕົວຢ່າງ ແລະ ຜົນກວດອອກມາພົບເຊື້ອ ຊື່ງຄົນເຈັບມີອາການ
ອິດເມື່ອຍ, ໄອ, ຫາຍໃຈຝຶດ, ຫາຍໃຈໄວ ແລະ ເວລາ 10:00 ໂມງ ຂອງມື້ດຽວກັນ ໄດ້ນໍາສົ່ງຄົນເຈັບ
ມາປີ່ນປົວຢູ່ໂຮງໝໍແຂວງ
-​ໄລຍະນອນປິ່ນປົວປົວ ແຕ່ວັນທີ 27 ຕຸລາ 2021 – 07 ພະຈິກ 2021, ເປັນເວລາ 12 ມື້
-​ມາຮອດເວລາ 18:00 ໂມງ ຂອງວັນທີ 07 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ

ການບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວີດ-19
• ສໍາລັບຢູ່ບັນດາແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ແຂວງກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນ ເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນ ລາຍລະອຽດ ດັ່ງນີ້:
❖ ຈຸດກວດຄົງທີ່: ມີຄື
– ສະໜາມກິລາໃນຮົ່ມ ບຶງຂະຫຍອງ (ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ

– ຈຸດເປັນຕົວຢ່າງ ຢູ່ ມສ ລາວ-ຫວຽດ ແລະ ມ. ຕົ້ນ ເຈົ້າອານຸວົງ

❖ ທີມກວດເຄື່ອນທີ່:
– 01 ທີມ ຂອງສາທາເມືອງໄຊທານີ
– 01 ທີມ ຂອງສາທາ ເມືອງ ສີສັດຕະນາກ
– 01 ທີມ ຂອງສາທາເມືອງສີໂຄດຕະບອງ ເຄື່ອນທີ່ເກັບຕົວຢ່າງ ຕາມຈຸດທີ່ມີການລະບາດ ພາຍໃນເມືອງຂອງຕົນ
– ສາທາເມືອງນາຊາຍທອງ 02 ທີມ
– ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 2 ທິມ ເຄື່ອນໄຫວໄປຊ່ວຍທຸກເມືອງໃນການເກັບຕົວຢ່າງຢູ່ສະຖານທີ່ມີການລະບາດ
• ສໍາລັບຈຸດບໍລິການວັກຊີນ ຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ

2. ໂຮງໝໍເມືອງ 9 ຕົວເມືອງ

3. ວັດຈີນ ບ້ານ ດົງປາແລບ ເມືອງຈັນທະບູລີ (ເປີດ ວັນຈັນ ຫາ ວັນສຸກ)

• ບ້ານແດງໃນທົ່ວປະເທດ ວັນທີ 7 ພະຈິກ 2021 ມີ: 754 ບ້ານ 59 ເມືອງ ແລະ 13 ແຂວງ
• ຕໍ່ໄປນີ້ ຂ້າພະເຈົ້າຂໍລາຍງານ ບ້ານທີ່ກໍານົດເປັນເຂດແດງໃໝ່ ໃນວັນທີ 7 ພະຈິກ ມີ 23 ບ້ານ, 11 ເມືອງ ແລະ 8 ແຂວງ

• ບ້ານທີ່ສິ້ນສຸດການເປັນບ້ານເຂດແດງ ເປັນເຂດເຫຼືອງ ໃນນະຄອນຫຼວງວຽງຈັນ ແມ່ນບໍ່ມີ

ອີກເທື່ອນື່ງສໍາລັບລາຍລະອຽດບັນດາຊື່ຂອງບ້ານແດງຕ່າງໆຂໍໃຫ້ບັນດາທ່ານຕິດຕາມໄດ້ໃນເຟສບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາໄດ້
➢ ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 7 ພະຈິກ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 1,007 ຄົນ, ທຸກຄົນເດີນທາງເຂົ້າມາ ທັງໝົດ ໄດ້ຖືກເກັບຕົວຢ່າງກວດຊອກຫາເຊືື້ອໂຄວີດ-19 ແລະ ນໍາສົ່ງເຂົ້າໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ ຫຼື ໂຮງແຮມ ທີ່ຄະນະສະເພາະກິດກໍານົດໄວ້ ຈົນຄົບກໍານົດຈື່ງອອກມາເຄື່ອນໄຫວໃນສັງຄົມໄດ້.
ຮອດປະຈຸບັນທົ່ວປະເທດ ມີສູນຈໍາກັດບໍລິເວນ ທີ່ເປີດນໍາໃຊ້ຢູ່ທັງໝົດ 86 ສູນ ແລະ 59 ໂຮງແຮມ, ມີຜູ້ຈຳກັດບໍລິເວນທັງໝົດ 5,240 ຄົນ (ສູນ 3,426 ຄົນ ແລະ ໂຮງແຮມ 1,814 ຄົນ).

ຮູບພາບປະກອບ: THE WORLD BANK