Homeຂ່າວຕ່າງປະເທດພໍ່ເຖິງທາງຕັນຍອມຂາຍລູກປະທັງຊີວິດໃນອັຟການິສຖານ

ພໍ່ເຖິງທາງຕັນຍອມຂາຍລູກປະທັງຊີວິດໃນອັຟການິສຖານ

Published on

ແຫຼ່ງຂ່າວ Yahoo ລາຍງານ: ພໍ່ໄວກາງຄົນຊາວອັຟການິສຖານລາຍໜຶ່ງ ເຖິງທາງຕັນ ຍອມຂາຍລູກສາວໄວພຽງ 9 ປີ ໃຫ້ກັບຊາຍຄົນໜຶ່ງ ໃນລາຄາ 2.200 ໂດລາສະຫະລັດ ຫຼື ປະມານ 22 ລ້ານກວ່າກີບ ເພື່ອນຳເງິນມາຊື້ອາຫານລ້ຽງເມຍ ແລະລູກໆທີ່ເຫຼືອ ທັງທີ່ພໍ່ລາຍນີ້ຫາກໍຂາຍລູກສາວໄວ 12 ປີໃນຊ່ວງສອງສາມເດືອນຜ່ານມາ.

ອັບດູນ, ພໍ່ຂອງເດັກຍິງຜູ້ໜ້າສົງສານກ່າວວ່າ: ເຂົາ ແລະເມຍພະຍາຍາມຫາເງິນດ້ວຍການເລາະຂໍທານ ແລະຊອກຢືມນຳຍາດພີ່ນ້ອງເພື່ອມາລ້ຽງຄົນໃນຄອບຄົວຈຳນວນ 8 ຊີວິດ ແຕ່ຍິ່ງຊອກຫາກໍຍິ່ງພົບກັບຄວາມຍາກລຳບາກ ຈິ່ງຕັດສິນໃຈຂາຍລູກສາວທັງສອງຄົນເພື່ອປະທັງຊີວິດຄົນໃນເຮືອນທີ່ເຫຼືອຢູ່ ຂະນະທີ່ຄອບຄົວດັ່ງກ່າວອາໄສຢູ່ໃນແຂວງທາງພາກຕາເວັນຕົກສ່ຽງເໜືອຂອງປະເທດອັຟການິສຖານ ເປັນເວລາຫຼາຍປີ, ບໍ່ພຽງແຕ່ອັບດູນທີ່ຂາຍລູກປະທັງຊີວິດ, ຍັງມີຊາວອັຟການິສຖານຫຼາຍຄົນຕັດສິນໃຈຂາຍລູກໃນລາຄາຖືກພຽງເພື່ອຕ້ອງການເງິນມາລ້ຽງຊີບ ແລະໃຊ້ໜີ້.

ອັຟການິສຖານກຳລັງມຸ່ງໜ້າສູ່ “ຄວາມທຸກຍາກລະດັບໂລກ” ພາຍຫຼັງກຸ່ມຕາລີບັນເຂົ້າຢຶດຄອງປະເທດໃນຊ່ວງບໍ່ພໍເທົ່າໃດເດືອນຜ່ານມາ ຂະນະທີ່ອັດຕາຄວາມທຸກຍາກພາຍໃນປະເທດຖືກຈັດຢູ່ທີ່ປະມານ 98%.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...