spot_img
Homeຂ່າວພາຍ​ໃນປະຫວັດຜູ້ຕິດເຊື້ອໂຄວິດ-19 ແລະ ເສຍຊີວິດ ປະຈໍາວັນທີ 8 ພະຈິກ 2021

ປະຫວັດຜູ້ຕິດເຊື້ອໂຄວິດ-19 ແລະ ເສຍຊີວິດ ປະຈໍາວັນທີ 8 ພະຈິກ 2021

Published on

ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 7 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 6,234 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 786 ຄົນ (ຕິດເຊື້ອພາຍໃນ ມີ 783 ຄົນ ແລະ ຕິດເຊື້ອນໍາເຂົ້າ 3 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 783 ຄົນ ຈາກ 15 ແຂວງ ເຊິ່ງລາຍລະອຽດ ດັ່ງນີ້:
1. ນະຄອນຫຼວງ 314 ຄົນ: ມາຈາກ 130 ບ້ານ, ໃນ 9 ເມືອງ
• ເມືອງຈັນທະບູລີ ມີ 10 ບ້ານ (27 ຄົນ)
• ເມືອງສີໂຄດຕະບອງ ມີ 22 ບ້ານ (38 ຄົນ)
• ເມືອງໄຊເສດຖາ ມີ 25 ບ້ານ (83 ຄົນ)
• ເມືອງສີສັດຕະນາກມີ 15 ບ້ານ (23 ຄົນ)
• ເມືອງ ນາຊາຍທອງ ມີ 08 ບ້ານ (34 ຄົນ)
• ເມືອງໄຊທານີ ມີ 27 ບ້ານ (77 ຄົນ)
• ເມືອງຫາດຊາຍຟອງ ມີ 18 ບ້ານ (26 ຄົນ)
• ເມືອງສັງທອງ 04 ບ້ານ (05 ຄົນ)
• ເມືອງປາກງື່ມ 01 ບ້ານ (01 ຄົນ)
2. ຫຼວງພະບາງ, ມີ 138 ຄົນ ໃນ 30 ບ້ານ ແລະ 6 ເມືອງ
3. ແຂວງວຽງຈັນ ມີ 71 ຄົນ ໃນ 20 ບ້ານ ແລະ 5 ເມືອງ
4. ຫຼວງນ້ຳທາ ມີ 48 ຄົນ ໃນ 27 ບ້ານ ແລະ 3 ເມືອງ
5. ຜົ້ງສາລີ ມີ 40 ຄົນ ໃນ 2 ເມືອງ
6. ໄຊຍະບູລີ ມີ 33 ຄົນ ໃນ 7 ບ້ານ ແລະ 1 ເມືອງ
7. ຈຳປາສັກ ມີ 29 ຄົນ ໃນ 12 ບ້ານ ແລະ 3 ເມືອງ
8. ອຸດົມໄຊ ມີ 26 ຄົນ
9. ເຊກອງ ມີ 19 ຄົນ ໃນ 10 ບ້ານ ແລະ 3 ເມືອງ
10. ບໍລິຄຳໄຊ ມີ 16 ຄົນ ໃນ 4 ບ້ານ ແລະ 1 ເມືອງ
11. ຄຳມ່ວນ ມີ 15 ຄົນ ໃນ 5 ບ້ານ ແລະ 3 ເມືອງ
12. ສະຫວັນນະເຂດ ມີ 13 ຄົນ ໃນ 7 ບ້ານ ແລະ 2 ເມືອງ
13. ບໍ່ແກ້ວ ມີ 12 ຄົນ ໃນ 4 ບ້ານ ແລະ 3 ເມືອງ
14. ສາລະວັນ ມີ 8 ຄົນ ໃນ 3 ບ້ານ ແລະ 2 ເມືອງ
15. ໄຊສົມບູນ ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ

ສໍາລັບຜູ້ຕິດເຊືື້ອພາຍໃນ ທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວ ຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 03 ຄົນ ຈາກ ແຂວງສະຫວັນນະເຂດ 2 ຄົນ ແລະ ບໍ່ແກ້ວ 1 ຄົນ, ທັງໝົດແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

• ມາຮອດວັນທີ 8 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 47,842 ຄົນ, ເສຍຊີວິດສະສົມ 86 ຄົນ (ໃໝ່ 04), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 499 ຄົນ, ກໍາລັງປິ່ນປົວ 8,862 ຄົນ.
❖ ລາຍລະອຽດຜູ້ເສຍຊີວິດໃໝ່ 04 ຄົນ ມີດັ່ງນີ້:
ຜູ້ທີ 1: ເພດຊາຍ, ອາຍຸ 86 ປີ, ບ້ານນໍ້າສ້າງ, ເມືອງປາກກະດິງ, ແຂວງບໍລິຄຳໄຊ.
-​ໃນຄອບຄົວມີ 9 ຄົນ ແລະ ຕິດເຊື້ອທັງໝົດ
-​ພະຍາດປະຈໍາຕົວ: ຜູ້ກ່ຽວເປັນອໍາມະພາດນອນຕິດຕຽງ
-​ຜ່ານມາໄດ້ສັກຢາວັກຊີນກັນໂຄວິດ-19 ຄົບ
-​ວັນທີ 27 ຕຸລາ 2021: ໄດ້ເກັບຕົວຢ່າງຊອກຫາພະຍາດໂຄວິດ-19
– ວັນທີ 30 ຕຸລາ 2021: ຜົນອອກພົບເຊື້້ອ ແລະ ເຂົ້າສູນປີ່ນປົວ
-​ໄລຍະທີ່ນອນປິ່ນປົວຢູ່ສູນດັ່ງກ່າວ ແຕ່ວັນທີ 27 ຕຸລາ – 06 ພະຈິກ 2021 ເປັນເວລາ 12 ມື້
-​ເວລາ 24:00 ໂມງຂອງວັນທີ 6 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດ

ຜູ້ທີ 2: ເພດຍິງ, ອາຍຸ 42 ປີ, ອາຊີບ ແມ່ເຮືອນ, ບ້ານສີບຸນເຮືອງທ່າ, ເມືອງສີໂຄດຕະບອງ, ນະຄອນ
ຫລວງ
– ພະຍາດປະຈຳຕົວ: ເບົາຫວານ, ຄວາມດັນເລືອດສູງ ແລະ ພະຍາດອ້ວນ
-​ຜ່ານມາບໍ່ໄດ້ສັກຢາວັກຊີນກັນໂຄວິດ-19
– ວັນທີ 05 ພະຈິກ 2021: ເກັບຕົວຢ່າງກວດໂຄວິດຢູ່ມະໂຫສົດ ແລະ ໃຫ້ຜົນບວກ
-​ວັນທີ 06 ພະຈິກ 2021: ໄດ້ຍ້າຍມາຕິດຕາມຢູ່ໂຮງໝໍມິດຕະພາບ ດ້ວຍອາການໄອຫຼາຍ, ມີຂີ້
ສະເຫລດ, ອິດເມື່ອຍ, ຫາຍໃຈຫອບ, ເຈັບຫນ້າເອິກ, ນອນພຽງບໍ່ໄດ້ ແລະ ກະວົນກະວາຍ
-​ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍ ແຕ່ວັນທີ 06-07 ພະຈິກ 2021 ເປັນເວລາ 02 ມື້
-​ຮອດເວລາ 05:45 ໂມງຂອງວັນທີ 07 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດ.

ຜູ້ທີ 3: ເພດຍິງ, ອາຍຸ 65 ປີ, ອາຊີບ: ແມ່ເຮືອນ, ບ້ານຫນອງປາໄນ, ເມືອງສີໂຄດຕະບອງ, ນະຄອນ
ຫລວງ.
-​ພະຍາດປະຈຳໂຕ: ເບົາຫວານ ແລະ ຄວາມດັນເລືອດສູງ
-​ຜ່ານມາໄດ້ສັກຢາວັກຊີນກັນໂຄວິດ-19 ຄົບ
-​ວັນທີ 17 ຕຸລາ 2021: ໄດ້ເກັບຕົວຢ່າງກວດພະຍາດໂຄວິດ-19
-​ວັນທີ 18 ຕຸລາ 2021: ຜົນກວດອອກມາແມ່ນພົບເຊື້ອ ແລະ ໃນມື້ດຽວກັນໄດ້ຮັບເຂົ້າປິ່ນປົວຢູ່ໂຮງ
ໝໍມິດຕະພາບ ດ້ວຍມີອາການໄອ, ຫາຍໃຈບໍ່ອີ່ມ, ຫນາວສັ່ນ ມີໄຂ້ ແລະ ວິນຫົວ.

-​ ໄລຍະນອນປິ່ນປົວປົວຢູ່ມິດຕະພາບ ແຕ່ວັນທີ 18 ຕຸລາ 2021 – 07 ພະຈິກ 2021.
-​ມາຮອດເວລາ 07:10 ໂມງ ຂອງວັນທີ 07 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ

ຜູ້ທີ 4: ເພດຍິງ, ອາຍຸ 84 ປີ, ບ້ານປ່າອ້ອຍ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ
-​ປະຫັວດພະຍາດປະຈໍາຕົວ: ເບົາຫວານ, ໄຂ່ຫຼັງຊຸດໂຊມ, ຊ່ວຍເຫຼືອຕົນເອງບໍ່ໄດ້ຫຼາຍປີແລ້ວ
-​ຜ່ານມາບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19
-​ວັນທີ 27 ຕຸລາ 2021: ໄດ້ເອົາຜູ້ກ່ຽວເຂົ້ານອນຢູ່ສູນຂອງສະໂມສອນແຂວງ ຍ້ອນວ່າຄອບຄົວ
ຕິດເຊື້ອໝົດທຸກຄົນ ແລະ ບໍ່ມີໃຜເບີ່ງແຍງຜູ້ກ່ຽວ
-​ວັນທີ 30 ຕຸລາ 2021: ໄດ້ເກັບຕົວຢ່າງ ແລະ ຜົນກວດອອກມາພົບເຊື້ອ ຊື່ງຄົນເຈັບມີອາການ
ອິດເມື່ອຍ, ໄອ, ຫາຍໃຈຝຶດ, ຫາຍໃຈໄວ ແລະ ເວລາ 10:00 ໂມງ ຂອງມື້ດຽວກັນ ໄດ້ນໍາສົ່ງຄົນເຈັບ
ມາປີ່ນປົວຢູ່ໂຮງໝໍແຂວງ
-​ໄລຍະນອນປິ່ນປົວປົວ ແຕ່ວັນທີ 27 ຕຸລາ 2021 – 07 ພະຈິກ 2021, ເປັນເວລາ 12 ມື້
-​ມາຮອດເວລາ 18:00 ໂມງ ຂອງວັນທີ 07 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ

ການບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວີດ-19
• ສໍາລັບຢູ່ບັນດາແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ພ້ອມດຽວກັນ ແຂວງກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນ ເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
• ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນ ລາຍລະອຽດ ດັ່ງນີ້:
❖ ຈຸດກວດຄົງທີ່: ມີຄື
– ສະໜາມກິລາໃນຮົ່ມ ບຶງຂະຫຍອງ (ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ

– ຈຸດເປັນຕົວຢ່າງ ຢູ່ ມສ ລາວ-ຫວຽດ ແລະ ມ. ຕົ້ນ ເຈົ້າອານຸວົງ

❖ ທີມກວດເຄື່ອນທີ່:
– 01 ທີມ ຂອງສາທາເມືອງໄຊທານີ
– 01 ທີມ ຂອງສາທາ ເມືອງ ສີສັດຕະນາກ
– 01 ທີມ ຂອງສາທາເມືອງສີໂຄດຕະບອງ ເຄື່ອນທີ່ເກັບຕົວຢ່າງ ຕາມຈຸດທີ່ມີການລະບາດ ພາຍໃນເມືອງຂອງຕົນ
– ສາທາເມືອງນາຊາຍທອງ 02 ທີມ
– ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 2 ທິມ ເຄື່ອນໄຫວໄປຊ່ວຍທຸກເມືອງໃນການເກັບຕົວຢ່າງຢູ່ສະຖານທີ່ມີການລະບາດ
• ສໍາລັບຈຸດບໍລິການວັກຊີນ ຢູ່ນະຄອນຫຼວງວຽງຈັນມີຄື :
1. ໂຮງໝໍສູນກາງ

2. ໂຮງໝໍເມືອງ 9 ຕົວເມືອງ

3. ວັດຈີນ ບ້ານ ດົງປາແລບ ເມືອງຈັນທະບູລີ (ເປີດ ວັນຈັນ ຫາ ວັນສຸກ)

• ບ້ານແດງໃນທົ່ວປະເທດ ວັນທີ 7 ພະຈິກ 2021 ມີ: 754 ບ້ານ 59 ເມືອງ ແລະ 13 ແຂວງ
• ຕໍ່ໄປນີ້ ຂ້າພະເຈົ້າຂໍລາຍງານ ບ້ານທີ່ກໍານົດເປັນເຂດແດງໃໝ່ ໃນວັນທີ 7 ພະຈິກ ມີ 23 ບ້ານ, 11 ເມືອງ ແລະ 8 ແຂວງ

• ບ້ານທີ່ສິ້ນສຸດການເປັນບ້ານເຂດແດງ ເປັນເຂດເຫຼືອງ ໃນນະຄອນຫຼວງວຽງຈັນ ແມ່ນບໍ່ມີ

ອີກເທື່ອນື່ງສໍາລັບລາຍລະອຽດບັນດາຊື່ຂອງບ້ານແດງຕ່າງໆຂໍໃຫ້ບັນດາທ່ານຕິດຕາມໄດ້ໃນເຟສບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາໄດ້
➢ ການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ
ວັນທີ 7 ພະຈິກ 2021 ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 1,007 ຄົນ, ທຸກຄົນເດີນທາງເຂົ້າມາ ທັງໝົດ ໄດ້ຖືກເກັບຕົວຢ່າງກວດຊອກຫາເຊືື້ອໂຄວີດ-19 ແລະ ນໍາສົ່ງເຂົ້າໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ ຫຼື ໂຮງແຮມ ທີ່ຄະນະສະເພາະກິດກໍານົດໄວ້ ຈົນຄົບກໍານົດຈື່ງອອກມາເຄື່ອນໄຫວໃນສັງຄົມໄດ້.
ຮອດປະຈຸບັນທົ່ວປະເທດ ມີສູນຈໍາກັດບໍລິເວນ ທີ່ເປີດນໍາໃຊ້ຢູ່ທັງໝົດ 86 ສູນ ແລະ 59 ໂຮງແຮມ, ມີຜູ້ຈຳກັດບໍລິເວນທັງໝົດ 5,240 ຄົນ (ສູນ 3,426 ຄົນ ແລະ ໂຮງແຮມ 1,814 ຄົນ).

ຮູບພາບປະກອບ: THE WORLD BANK

ບົດຄວາມຫຼ້າສຸດ

ແຜນການທ່ອງທ່ຽວ ປີ 2025 ກະຊວງ ຖວທ ຈະສຸມໃສ່ປັບປຸງຫຼາຍດ້ານ ເພື່ອສ້າງຄວາມປະທັບໃຈ ແລະ ຄວາມປອດໄພຂອງນັກທ່ອງທ່ຽວ

ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ຮູ້ ໃນກອງປະຊຸມສະຫລຸບວຽກງານການຈັດຕັ້ງປະຕິບັດ ກິດຈະກຳປີທ່ອງທ່ຽວລາວ 2024 ໃນວັນທີ 5...

ປີທ່ອງທ່ຽວລາວ 2024 ດຶງດູດ ນັກທ່ອງທ່ຽວໄດ້ 7 ລ້ານກວ່າເທື່ອຄົນ

ໃນປີ 2024 ຜ່ານມາ ສປປ ລາວ ໄດ້ເປີດປີທ່ອງທ່ຽວລາວ 2024 ໃນຂອບເຂດທົ່ວປະເທດ ຄຽງຄູ່ກັບການຈັດງານບຸນປະເພນີ ແລະ ບຸນສຳຄັນຕ່າງໆ ຂອງທ້ອງຖິ່ນ ໂດຍມີງານວາງສະແດງຜະລິດຕະພັນການທ່ອງທ່ຽວ, ກະສິກຳ,...

ດວງປະຈຳວັນທີ 6 ກຸມພາ 2025

ດວງປະຈຳວັນທີ 6 ກຸມພາ 2025 - ຄົນເກີດວັນຈັນ: ໄດ້ຮັບຄຳຕອບກ່ຽວກັບເລື່ອງວຽກງານທີ່ເຄີຍຄາດຫວັງ, ມີເກນເສຍເງິນໄປກັບສິ່ງທີ່ຢາກໄດ້, ຄົນໂສດລະວັງປັນຫາທີ່ມາກັບຄົນລົມ ຄົນມີຄູ່ມີເລື່ອງຕ້ອງໄດ້ລົມກັນ, ລະວັງໂຣກຄຽດຈາກການນອນບໍ່ພໍ. - ຄົນເກີດວັນຄານ: ວຽກງານມີປັນຫາກັບຄົນໃນທີມ, ຕ້ອງເກັບເງິນໄວ້ເພື່ອກໍລະນີສຸກເສີນ, ຄົນໂສດ...

ໄທຕັດໄຟຟ້າ ອິນເຕີເນັດ ແລະ ນ້ຳມັນ 5 ຈຸດໃນຊາຍແດນມຽນມາ ເພື່ອແກ້ໄຂບັນຫາແກ້ງຄໍເຊັນເຕີ

ໄທຕັດໄຟຟ້າ ອິນເຕີເນັດ ແລະ ນ້ຳມັນ 5 ຈຸດໃນຊາຍແດນມຽນມາ ເພື່ອແກ້ໄຂບັນຫາແກ້ງຄໍເຊັນເຕີສຳນັກຂ່າວຕ່າງປະເທດລາຍງານໃຫ້ຮູ້ວ່າ: ໃນວັນທີ 5 ກຸມພາ 2025, ເຈົ້າໜ້າທີ່ການໄຟຟ້າສ່ວນພູມມິພາກ ປະເທດໄທ ປຶກສາຫາລື...