Homeຂ່າວຕ່າງປະເທດອະດີດນັກໂທດທົນບໍ່ໄຫວ ຍື່ນຮ້ອງຟ້ອງຜູ້ຄຸມນັກໂທດ ໃນຂໍ້ຫາບັງຄັບໃຫ້ຟັງເພງ Baby Shark

ອະດີດນັກໂທດທົນບໍ່ໄຫວ ຍື່ນຮ້ອງຟ້ອງຜູ້ຄຸມນັກໂທດ ໃນຂໍ້ຫາບັງຄັບໃຫ້ຟັງເພງ Baby Shark

Published on

ເພງ Baby Shark ເປັນເພງທີ່ກາຍເປັນກະແສນິຍົມໃນໂລກອອນລາຍໃນໄລຍະໜຶ່ງ ແຕ່ວ່າເພງດັ່ງກ່າວກໍຍັງໄດ້ຖືກນໍາມາເປີດເພື່ອລົງໂທດນັກໂທດທີ່ຢູ່ໃນຄຸກ ຈົນເຮັດໃຫ້ຜູ້ຄຸມນັກໂທດຖືກຕັ້ງຂໍ້ຫາທາລຸນນັກໂທດ.

ໃນວັນທີ 6 ພະຈິກ 2021 ທີ່ຜ່ານມາ ເວັບໄຊ້ຂ່າວຕ່າງປະເທດໄດ້ລາຍງານວ່າມີອະດີດນັກໂທດ 3 ຄົນໄດ້ລວມໂຕກັນຍື່ນຟ້ອງຄະດີກ່ຽວກັບສິດທິຂອງພົນລະເມືອງກັບທາງຄຸກ ໃນລັດໂອຄາໂຮມາ ປະເທດອາເມລິກາ ໂດຍໃຫ້ເຫດຜົນວ່າໄດ້ຮັບຄວາມທຸກທໍລະມານຈາກເພງ Baby Shark ໃນຕອນທີ່ຖືກຄຸມຂັງຢູ່ທີ່ຄຸກແຫ່ງນັ້ນເມື່ອ 2 ປີກ່ອນ.

ຕາມການລາຍງານການສອບສວນໃນປີທີ່ຜ່ານມາພົບວ່າ ນັກໂທດຢ່າງໜ້ອຍ 4 ຄົນຖືກບັງຄັບໃຫ້ຟັງເພງເດັກນ້ອຍທີ່ກໍາລັງເປັນທີ່ນິຍົມ ແລະ ເປີດຊໍ້າໄປຊໍ້າມາເປັນເວລາດົນໃນຊ່ວງເດືອນພະຈິກຫາເດືອນທັນວາ ປີ 2019. ຜູ້ຄຸມນັກໂທດໃຫ້ເຫດຜົນວ່າການໃຊ້ເພງ Baby Shark ເປັນເຄື່ອງມືໃນການລົງໂທດນັກໂທດນັ້ນແມ່ນເປັນການສອນບົດຮຽນໃຫ້ກັບພວກເຂົາ ເພາະພວກເຂົາຮູ້ສຶກວ່າການລົງໂທດທາງວິໄນພາຍໃນສະຖານທີ່ຄຸມຂັງບໍ່ໄດ້ຜົນໃນການແກ້ໄຂພຶດຕິກໍາຂອງນັກໂທດ.

ຈາກການຟ້ອງຮ້ອງຂອງອະດີດນັກໂທດ ເຮັດໃຫ້ເຈົ້າໜ້າທີ່ຄຸກຄຸມຂັງສອງຄົນ ແລະ ຜູ້ບັນຊາການ ຖືກຕັ້ງຂໍ້ຫາສົມຮູ້ຮ່ວມຄິດ ແລະ ທາລຸນນັກໂທດ.

ທ່ານ ເດວິດ ພຣາເຕີ ໄອຍະການເຂດໂອຄາໂຮມາ ໄດ້ກ່າວວ່າ: “ການໃຊ້ເພງ baby Shark ໃນຄຸກນັ້ນແມ່ນໂຫດຮ້າຍ ແລະ ໄຮ້ມະນຸດສະທໍາ ແລະ ເຮັດໃຫ້ເກີດຄວາມຕຶງຄຽດທາງອາລົມທີ່ບໍ່ເໝາະສົມຕໍ່ນັກນັກໂທດ”

ແຫຼ່ງຂ່າວ: Khaosod

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...