ທຣໍ້າໃຫ້ TikTok ຂາຍກິດຈະການໃນວັນທີ 15 ກັນຍານີ້! ຖ້າບໍ່ຂາຍກໍ່ປິດກິດຈະການໃນອາເມລິກາ

ເວັບໄຊ sanook ທ່ານ ໂດນັລ ທຣໍ້າ ເປີດເຜີຍວ່າ ລັດຖະບານອາເມລິກາຈະຫ້າມແອັບພຣິເຄຊັ່ນ TikTok ໃຫ້ບໍລິການໃນປະເທດ ຍົກເວັ້ນແຕ່ວ່າຈະຂາຍໃຫ້ບໍລິສັດສັນຊາດອາເມລິກາພາຍໃນວັນທີ 15 ກັນຍານີ້.

ກ່ອນໜ້ານີ້, ຄົນໃນລັດຖະບານໃນຊຸດປັດຈຸບັນບາງຄົນ ລວມເຖິງສະມາຊິກສະພາແຫ່ງຊາດບາງຄົນ ຕ່າງກໍ່ກັງວົນວ່າ TikTok ອາດເປນໄພຕໍ່ຄວາມໝັ້ນຄົງຂອງປະເທດ ເພາະຜູ້ໃຫ້ບໍລິການຄື ບໍລິສັດ ໄບແດນຊ໌ ຈຳກັດ ມີສຳນັກງານໃຫຍ່ຢູ່ນະຄອນຫຼວງປັກກິ່ງປະເທດຈີນ.

ໃນຂະນະດຽວກັນກໍ່ມີລາຍງານວ່າ TikTok ກໍ່ກຳລັງສະເໜີຂາຍທຸລະກິດໃນອາເມລິກາໃຫ້ກັບບໍລິສັດສັນຊາດອາເມລິກາເຊັ່ນດຽວກັນ ເພາະລັດຖະບານອາເມລິກາກົດດັນເລື່ອງນີ້ເພີ່ມຂຶ້ນເລື່ອຍໆ ເຊິ່ງທາງໄມໂຄຣຊອຟລະບຸເມື່ອວັນທີ 2 ສິງຫາທີ່ຜ່ານມາວ່າ ສົນໃຈ ແລະ ຕ້ອງການປິດສັນຍາການຂາຍບໍ່ໃຫ້ເກີນວັນທີ 15 ກັນຍານີ້.

ນອກຈາກນີ້, ທ່ານ ທຣໍ້າຍັງກ່າວວ່າ “ຕົນເອງຄາດວ່າທາງບໍລິສັດ ໄບແດນ ຈະຈ່າຍເງິນສ່ວນແບ່ງລາຍຮັບຈາກການຂາຍທຸລະກິດໃຫ້ກັບກະຊວງການເງິນຂອງອາເມລິກາ ເຊິ່ງອາດຈະເປັນການຈ່າຍໃນຮູບແບບພາສີທີ່ເກີດຈາກການຊື້ກິດຈະການ”.

 

ຮຽບຮຽງຂ່າວ:​ ພຸດສະດີ

1 COMMENT

  1. ສົງໄສມີຄົນເອົາຄລິບສຽງເພິ່ນໄປລໍ້ລຽນໃນ tiktok ຫັ້ນເດ້ເນາະ ເພິ່ນເລີຍຢາກສັ່ງປິດ ບັກຫ່າໝາທຣັ້ມເອີ້ຍ. ຮູ້ສຶກເລີ້ມຊັງອາເມກາຂຶ້ນທຸກມື້ລະດຽວນີ່. ດ໋ຽວມັນກໍ່ຊິຕິດໂຄວິດຕາຍຫ່າກັນໝົດປະເທດແລ້ວ! ສົມນ້ຳໜ້າອາເມລິກາ!

Comments are closed.