ສາເຫດທີ່ເຮັດໃຫ້ການອອກໃບຕາດິນຊໍ້າຊ້ອນ

ຕໍ່ກັບບັນຫາເລື່ອງທີ່ດິນໂດຍສະເພາະແມ່ນການອອກໃບທະບຽນທີ່ດິນຊໍ້າຊ້ອນຈົນກາຍເປັນບັນຫາຊຳເຮື້ອທີ່ເກີດມີມາຍາວນານ ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊດທີ VIII ຄັ້ງວັນທີ 10 ມິຖຸນາ 2019 ທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໄດ້ກ່າວວ່າ ສາເຫດຕົ້ນຕໍທີ່ພາໃຫ້ເກີດມີການອອກໃບຕາດິນຊໍ້າຊ້ອນແມ່ນເກີດຂຶ້ນຈາກ 7 ປັດໄຈດັ່ງຄື.

  1. ການກວດກາ ແລະ ເກັບກຳຂໍ້ມູນບໍ່ຊັດເຈນ.
  2. ເກັບກຳຂໍ້ມູນເອກະສານທີ່ພົວພັນກັບທີ່ດິນຍັງບໍ່ເປັນລະບົບ.
  3. ການອອກໃບຕາດິນບໍ່ປະຕິບັດຕາມຂັ້ນຕອນທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ ເປັນຕົ້ນໃນມາດຕາ 49 ແລະ 50 ຂອງກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງ ປີ 2003 ລວມເຖິງການອອກໃບຕາດິນບາງກໍລະນີບໍ່ມີການກວດກາ ແລະ ພິສູດຫຼັກຖານໃຫ້ຊັດເຈນ ຊຶ່ງເປັນສາເຫດໜຶ່ງທີ່ພາໃຫ້ມີການນຳເອົາເອກະສານທີ່ດິນໄປອອກໃບຕາດິນຊໍ້າຊ້ອນ.
  4. ຍັງບໍ່ມີເຄື່ອງມືທີ່ທັນສະໄໝໃນການສຳຫຼວດ ວັດແທກ ແລະ ອອກໃບຕາດິນ.
  5. ກົນໄກການປະສານງານລະຫວ່າງອົງການອອກໃບຕາດິນ ແລະ ຜູ້ຮັບໃບຕາດິນເພື່ອເປັນຫຼັກຄໍ້າປະກັນຍັງບໍ່ເປັນລະບົບ.
  6. ການເຜີຍແຜ່ກົດໝາຍ ແລະ ນິຕິກຳກົດໝາຍກ່ຽວກັບທີ່ດິນຍັງບໍ່ທັນທົ່ວເຖິງ ນິຕິກຳໃນການຄຸ້ມຄອງທີ່ດິນມີຫຼາຍ ແຕ່ບັນ ຫານິຕິກຳດັ່່ງກ່າວຍັງບໍ່ທັນໄດ້ຖືກນຳມາເຜີຍແຜ່ຢ່າງກວ້າງຂວາງເທົ່າທີ່ຄວນ ເຮັດໃຫ້ປະຊາຊົນໃນຫຼາຍເຂດບໍ່ເຂົ້າໃຈກ່ຽວກັບກຳມະສິດທີ່ດິນ ຖືເບົາຕໍ່ກັບການອອກໃບຕາດິນ ບໍ່ເຂົ້າຮ່ວມກວດກາຄວາມຖືກຕ້ອງຂອງຕອນດິນຕິດກັນ ເຮັດໃຫ້ເປັນອີກໜຶ່ງຊ່ອງຫວ່າງໃຫ້ກຸ່ມຄົນບໍ່ດີສວຍໂອກາດອອກໃບຕາດິນເກີນຂອບເຂດທີ່ກຳນົດ.
  7. ພະນັກງານລັດຈຳນວນໜຶ່ງທີ່ມີສ່ວນກ່ຽວຂ້ອງກັບການອອກໃບຕາດິນຍັງຖືເບົາຕໍ່ຈັນຍາບັນ ຈັນຍາທຳຂອງຕົນ ບໍ່ເຂັ້ມງວດໃນການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກຳພາຍໃຕ້ກົດໝາຍທີ່ວາງອອກ.

ຮຽບຮຽງຂ່າວ: ​ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ໜັງສືພິມເສດຖະກິດ-ການຄ້າ