Homeຂ່າວຕ່າງປະເທດເຮລິຄ໋ອບແຕປະສົບເຫດເທິງຕຶກສູງໃນນິວຢອກ

ເຮລິຄ໋ອບແຕປະສົບເຫດເທິງຕຶກສູງໃນນິວຢອກ

Published on

ເກີດເຫດການບໍ່ຄາດຝັນ ເມື່ອມີລາຍງານວ່າເຮລິຄ໋ອບແຕລຳໜຶ່ງໄດ້ລົງຈອດກະແທກຢ່າງແຮງໃສ່ພື້ນຂອງດາດຟ້າເທິງຕຶກສູງໃກ້ເຂດໄທມສະແຄຣໃນນະຄອນແມນຮັດຕັນ ລັດນິວຢອກຂອງອາເມຣິກາ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 1 ລາຍ (ນັກບິນ) ຂະນະທີ່ຕຶກດັ່ງກ່າວຍັງບໍ່ມີບ່ອນຈອດສຳລັບເຮລິຄ໋ອບແຕ.

ເຫດການດັ່ງກ່າວເກີດຂຶ້ນເມື່ອວັນທີ 10 ມິຖຸນາຜ່ານມາ ເວລາ 14:00 (ຕາມເວລາທ້ອງຖິ່ນ) ທ່າມກາງສະພາບອາກາດທີ່ມີຝົນຕົກ ແລະ ໝອກປົກຄຸມໃນຂະນະທີ່ເກີດເຫດ ຕຶກດັ່ງກ່າວສູງ 54 ຊັ້ນຕັ້ງຢູ່ເຂດແຄມທາງ 787 Seventh Avenue ເຫດການດັ່ງກ່າວ ສົ່ງຜົນໃຫ້ຄົນໃນຕຶກຮູ້ສຶກໄດ້ເຖິງແຮງສັ່ນສະເທືອນແຕ່ກໍບໍ່ມີຄົນໄດ້ຮັບບາດເຈັບ.

ເຫດການດັ່ງກ່າວເຮັດໃຫ້ຊາວນະຄອນນິວຢອກຫວນລະນຶກເຖິງເຫດການວິນາດສະກຳ 11 ກັນຍາ 2001 ທັນທີທີ່ໄດ້ຍິນສຽງເຮືອບິນພຸ່ງຕຳຕຶກເວິລເທຣດເຊັນເຕີ ຂະນະທີ່ເຈົ້າໜ້າທີ່ດັບເພີງສາມາດຄວບຄຸມ ແລະ ເກັບຊາກເຮລິຄ໋ອບແຕລຳດັ່ງກ່າວໄດ້ແລ້ວ.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ:khaosod

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...