Home​ຂ່າວບັນເທິງຣີຮັນນາ ຂຶ້ນເບີໜຶ່ງນັກຮ້ອງຍິງລາຍໄດ້ສູງສຸດ

ຣີຮັນນາ ຂຶ້ນເບີໜຶ່ງນັກຮ້ອງຍິງລາຍໄດ້ສູງສຸດ

Published on

ວາລະສານ Forbes ລາຍງານເມື່ອວັນທີ 8 ມິຖຸນາຜ່ານມາ ໂດຍໄດ້ຈັດອັນດັບໃຫ້ນັກຮ້ອງສາວ ຣີຮັນນາ ຂຶ້ນເປັນນັກຮ້ອງຍິງທີ່ຮັ່ງມີທີ່ສຸດໃນໂລກໃນຂະນະນີ້ ຊຶ່ງມີລາຍໄດ້ລວມຫຼາຍກວ່າ 600 ລ້ານໂດລາ ແຊງໜ້າ ຊິລິນ ດິອອນ ມາດອນນາ ແລະ ບີຢອນເຊ.

ທັງນີ້ ລາຍໄດ້ສ່ວນໃຫຍ່ຂອງ ຣີຮັນນາ ບໍ່ໄດ້ມາຈາກການຮ້ອງເພງ ແລະ ທົວຄອນເສີດ ແຕ່ມາຈາກການຮ່ວມງານກັບບໍລິສັດເຄື່ອງສຳອາງຍັກໃຫຍ່ຂອງຝຣັ່ງນັ້ນກໍຄື LVMH ທີ່ເຮັດໃຫ້ ຣີຮັນນາ ສາມມາດເປີດຕົວເຄື່ອງສຳອາງ Fenty Beauty ທີ່ມີຍອດຂາຍຖະຫຼົ່ມຖະລາຍທົ່ວໂລກ ແລະ ສ້າງລາຍໄດ້ຫຼາຍກວ່າ 100 ລ້ານໂດລາ.

ນອກຈາກນີ້ ຣີຮັນນາ ຍັງມີລາຍໄດ້ຈາກແບຣນເສື້ອຊ້ອນໃນໃນຊື່ Savage Fenty ອີກດ້ວຍ ຄາດວ່າລາຍໄດ້ຂອງນາງຈະຍິ່ງເພີ່ມສູງຂຶ້ນໄປອີກຈາກການເປີດໂຕແບຣນແຟເຊິນໃນຊື່ Fenty ຊຶ່ງຈະມີທັງເສື້ອຜ້າ ເຄື່ອງປະດັບ ແລະ ເກີບ ພາຍໃຕ້ສະໂລແກນທີ່ວ່າ “ເຮັດເສື້ອຜ້າ ແລະ ເຄື່ອງປະດັບໃຫ້ເຂົ້າກັບແມ່ຍິງທຸກຄົນ ທຸກເຊື້ອຊາດ ແລະ ທຸກຮູບຮ່າງ”.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: teenee.com

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...