ສະກູດ ເປີດຖ້ຽວບິນ ບິນກົງເສັ້ນທາງຈາກລາວ ຫາ ສິງກະໂປ

ລາວ – ສະກູດ (Scoot) ແມ່ນສາຍການບິນລາຄາປະຢັດຂອງສາຍການບິນສິງກະໂປ (Singapore Airlines) ໄດ້ ເປີດຖ້ຽວບິນ ປະຖົມມະເລິກເສັ້ນທາງຈາກ ສປປ ລາວ ຫາ ສິງກະໂປ ແລ້ວ ແຕ່ວານນີ້ ວັນທີ 1 ເມສາ. ເຊີ່ງສາຍການບິນ ສະກູດ ໄດ້ເລີ່ມຕົ້ນໃຫ້ບໍລິການ ສາມສາຍຖ້ຽວບິນ ຕໍ່ ອາທິດ, ເສັ້ນທາງຈາກນະຄອນຫລວງພະບາງ ແລະ ນະຄອນຫຼວງວຽງຈັນ ໄປຫາ ສິງກະໂປ. ການບໍລິການນີ້ ຖືກໂອນມາຈາກ ສາຍການບິນພັນທະມິດ ກໍ່ຄື ສາຍການບິນຊິວຄແອຣ (SilkAir), ເຊີ່ງໃນປັດຈຸບັນ ສະກູດ ແມ່ນພຽງສາຍການບິນດຽວເທົ່ານັ້ນ ທີ່ໃຫ້ບໍລິການບິນກົງ ເສັ້ນທາງລາວ-ສິງກະໂປ-ນະຄອນຫຼວງວຽງຈັນ ແລະ ສິງກະໂປ-ນະຄອນຫຼວງພະບາງ.

ເຊິ່ງຖ້ຽວບິນ ນະຄອນຫຼວງພະບາງ-ສິງກະໂປ (ຜ່ານນະຄອນຫຼວງວຽງຈັນ) ດວ້ຍຖ້ຽວບິນ TR350 ຈະອອກເດີນທາງເວລາ 12:00-18:00 ແລະ ອອກຈາກ ສິງກະໂປ ຫາ ນະຄອນຫຼວງພະບາງ ດວ້ຍຖ້ຽວບິນ TR 350 ເວລາ 09:00-11:10 ຂອງທຸກໆ ວັນຈັນ, ວັນພະຫັດ ແລະ ວັນເສົາ. ຖ້ຽວບິນນະຄອນຫຼວງວຽງຈັນ-ສິງກະໂປ TR350 ເວລາ 13:50-18:00 ແລະ ຖ້ຽວບິນສິງກະໂປ-ນະຄອນຫຼວງວຽງຈັນ ເວລາ 09:00-13:00 ຂອງທຸກໆ ວັນຈັນ, ພະຫັດ ແລະ ວັນເສົາ.

ຂຽນຂ່າວໂດຍ: ແຟນຊິສ ສະຫວັນຄຳ