Homeຂ່າວຕ່າງປະເທດສະໝຸຍເປີດກວ້າງຕະຫຼາດດ້ານ​ການ​ທ່ອງ​ທ່ຽວ​ໃນອາຊຽນ

ສະໝຸຍເປີດກວ້າງຕະຫຼາດດ້ານ​ການ​ທ່ອງ​ທ່ຽວ​ໃນອາຊຽນ

Published on

ໃນວັນທີ 27 ມີນາ 2019 ທີ່ເກາະສະໝຸຍ ໄດ້ເປີດພິທີສົນທະນາເພື່ອໃຫ້ຜູ້ປະກອບການດ້ານ​ການ​ນຳທ່ຽວໄດ້ມີໂອກາດແລກປ່ຽນໃນວຽກງານການທ່ອງທ່ຽວ ເພື່ອດຶງດູດນັກທ່ອງທ່ຽວໃນອາຊຽນເຂົ້າມາທ່ອງ​ທ່ຽວ​ເກາະສະໝຸຍໃຫ້ນັບມື້ນັບຫຼາຍຂຶ້ນ.

ທ່ານ ວະ​ລົງ ອິດ​ສະຮະ​ເສ​ນາ ນະ​ອະ​ຍຸດ​ທະ​ຍາ ຮອງ​ກໍ​າ​ມະ​ການ​ຜູ້​ອໍ​າ​ນວຍ​ການ​ໃຫຍ່​ຝ່​າຍ​ການ​ຂາຍ​ບໍ​ລິ​ສັດ​ການ​ບິນ ບາງກອກ​ແອ​ເວ ໃຫ້​ສຳ​ພາດ​ວ່າ: ປັດ​ຈຸບັນ​ພວກ​ເຮົາ​ພະ​ຍາ​ຍາມ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ບັນ​ດາ​ປະ​ເທດ​ໃນ​ສະ​ມາ​ຊິກ​ອາ​ຊຽນ​​ເຂົ້າ​ມາ​ທ່ອງ​ທ່ຽວ​ໃນ​ເກາະ​ສະ​ໝຸຍໃຫ້​ນັບ​ມື້​ນັບ​ຫຼາຍ​ຂຶ້ນ​ເວົ້າ​ສະ​ເພາະ, ເວົ້າ​ລວມ​ແມ່ນ​ເຮັດ​ໃຫ້​ຕົວ​ເລກ​ການ​ເພີ່ມ​ຂຶ້ນ​ຂອງ​ນັກ​ທ່ອງ​ທ່ຽວ​ທີ່​ເຂົ້າ​ມາ​ປະ​ເທດ​ຂອງ  ​ພວ​ກ​ເຮົາຫຼາຍ​ຂຶ້ນ​ກວ່າ​ເກົ່າ, ນອກ​ຈາກນັ້ນ, ພວກ​ເຮົາ​ເຫັນ​ວ່າ​ອາ​ຊຽນ​ກໍ​ເປັນ​ຕະ​ຫຼາດ​ໃຫຍ່​ ແລະ ມີ​ຂໍ້​ອຳ​ນວຍ​ຄວາມ​ສະ​ດວກ​ຫຼາຍ​ຢ່າງ ​ໂດຍ​ສະ​ເພາະນັກ​ທ່ອງ​ທ່ຽວ​ຈາກ​ປະ​ເທດ​ລາວ, ກຳ​ປູ​ເຈຍ, ມຽນ​ມາ, ຫວຽດ​ນາມ ບັນ​ດາປະ​ເທດ​ອ້ອມ​ເຮົາ​ນີ້​ເປັນ​ປະ​ເທດທີ່​ມີ​ສັກ​ກາ​ຍະ​ພາບທາງ​ດ້ານ​ເສ​ດ​ຖະ​ກິດ​ທີ່​ດີ ເປັນ​ຕົ້ນ​ນະ​ຄອນ​ຫຼວງວຽງ​ຈັນ ເຊິ່ງ​ປັດ​ຈຸ​ບັ​ນ​ເສດ​ຖະ​ກິດ​ນັບ​ມື້​ນັບ​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ ເຊິ່ງ​ມັນ​ໄດ້​ສະ​ແດງ​ອອກ​​​ທາງຖ້ຽວ​ການ​ບິນ​ບາງກອກ​ແອ​ເວ​ວຽງ​ຈັນ-ກຸງ​ເທບ-ເກາະ​ສະ​ໝຸຍ ປັດ​ຈຸ​ບັນ​ມີ 2 ຖ້ຽວ​ບິນ.

ນອກ​ຈາກນັ້ນ, ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ກໍ​ເຫັນ​ວ່າ​ມີ​ຫຼາຍ​ປະ​ເທດ​ທີ່​ໃຫ້​ຄວາມ​ສົນ​ໃຈ​ຫຼາຍ​ສົມ​ຄວນ ດັ່ງ​ນັ້ນ, ​ພວກ​ເຮົາ​ຈຶ່ງຈັດ​ການ​ສົນ​ທະ​ນາ​ຄັ້ງ​ນີ້​ຂຶ້ນ​ມາໂດຍ​ໄດ້​​ຕອບ​ຮັ​ບບໍ​ລິ​ສັດ​ທ່ອງ​ທ່ຽວ​ 7 ປະ​ເທດ​ເຂົ້າ​ຮ່ວມຄື: ກຳປູເຈຍ, ລາວ, ມຽນມາ, ສິງກະໂປ, ຫວຽດນາມ, ຈີນ, ມາເລຍເຊຍ ເຊິ່​ງ​ພາຍ​ໃນ​ງານ​ດັ່ງ​ກ່າວ​ໄດ້​ເຮັດໃຫ້​ຜູ້​ປະ​ກອບ​ການ​ທາງ​ດ້ານການ​ບໍ​ລິ​ການ​ໂຮງ​ແຮມ ແລະ ຜູ້​ປະ​ກອບ​ການ​ທ່ອງ​ທ່ຽວ​ແຕ່​ລະ​ປະ​ເທດ​ໄດ້​ມີ​ໂອ​ກາດ​ແລກ​ປ່ຽນ​ເຊິ່ງ​ກັນ ແລະ ກັນ ພ້ອມ​ທັງ​ເປັນ​ຄູ່​ຮ່ວມ​ດ້ານ​ທຸ​ລະ​ກິດ​ທີ່​ດີໃນ​ອະ​ນາ​ຄົດອີກດ້ວຍ.

ສຳ​ລັບ​​ການ​ສົນ​ທະ​ນາ​ຄັ້ງ​ນີ້ ສ​ປ​ປ​ ລາວ ມີ 10 ບໍ​ລິ​ສັດ​ການ​ທ່ອງ​ທ່ຽວ​ເຂົ້າ​ຮ່ວມ.

 

 

 

 

 

 

 

 

ຂຽນໂດຍ: ແຟນຊິສ ສະຫວັນຄຳ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...