ສະຫວັນສ້າງບ້ານວັດທະນະທຳໄດ້ 5 ຮ້ອຍກວ່າບ້ານ

0
1717

ສະ­ຫວັນ​ນະ​ເຂດ​ແມ່ນ​ແຂວງ​ໃຫຍ່​ແຂວງ​ໜຶ່ງ​ທີ່​ຕັ້ງ​ຢູ່​ທາງ​ພາກ​ກາງ​ຕອນ​ໃຕ້ຂອງ ສປປ ລາວ, ທາງ​ທິດເໜືອ​ມີ​ຊາຍ​ແດນ​ຕິດ​ຈອດ​ກັບ​ແຂວງ​ຄຳ​ມ່ວນ,ທິດ­ໃຕ້​ຕິດ​ກັບ​ແຂວງສາ­ລະ​ວັນ, ທິດ­ຕາ­ເວັນ­ອອກ​ຕິດ​ກັບ ສສ ຫວຽດ­ນາມ ແລະ​ທິດ­ຕາ­ເວັນ­ຕົກ​ຕິດ​ກັບລາ­ຊະ​ອາ­ນາ­ຈັກ​ໄທ, ມີ​ເສັ້ນ­ທາງ​ຫຼວງ​ແຫ່ງ​ຊາດ​ເລກ​ທີ 13 ແລະ​ເສັ້ນ­ທາງເລກ ທີ 9 ຍຸດ​ທະ​ສາດ​ຕັດ​ຜ່ານ, ທັງ​ເປັນ​ເສັ້ນ­ທາງ​ເຊື່ອມ​ຕໍ່​ກັບ​ອະ­ນຸ​ພາກ​ພື້ນອີກ​ດ້ວຍ ແລະ​ປະ­ກອບ​ດ້ວຍ 8 ຊົນ­ເຜົ່າ: ລາວ​ລຸ່ມ, ຜູ້­ໄທ, ສ່ວຍ, ກະ​ຕາງ, ມັງ­ກອນ, ຕະ​ໂອ໋ຍ, ປະ​ໂກະ ແລະ​ເຜົ່າ​ຕຣີ, ມີ​ຮີດ­ຄອງ​ປະ­ເພ­ນີ, ສິ­ລະ​ປະ­ວັດ​ທະນະ​ທຳ​ທີ່​ເປັນ​ມູນ­ເຊື້ອ​ອັນ​ດີ­ງາມ​ຂອງ​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ​ຕ່າງໆ​ລ້ວນ​ແລ້ວ ແຕ່​ໄດ້​ຮັບ​ການ​ຊູກ​ຍູ້​ສົ່ງ­ເສີມ​ໃນ​ແຕ່​ລະ​ທ່ອງ​ຖິ່ນ​ຮາກ​ຖານ, ເຮັດ​ໃຫ້​ປະ­ຈຸ​ບັນ ແຂວງ​ສາ­ມາດ​ສ້າງ​ບ້ານ​ວັດ­ທະ­ນະ­ທຳ​ໄດ້​ທັງ​ໝົດ 5 ຮ້ອຍ​ກວ່າ​ບ້ານ.

ທ່ານ ຄຳ​ພູນ ຕຸ​ໄພ­ທູນ ຮອງ​ເຈົ້າ­ແຂວງໆ​ສະ­ຫວັນ​ນະ​ເຂດ​ໃຫ້​ຮູ້­ເມື່ອ​ບໍ່ດົນ​ມາ​ນີ້​ວ່າ: 5 ປີ­ຜ່ານ­ມາ​ເຫັນ​ວ່າ​ດ້ານ​ສິ­ລະ​ປະ​ວັດ­ທະ­ນະ­ທຳ​ທີ່​ເປັນ​ມູນ­ເຊື້ອອັນ​ດີ­ງາມ​ຂອງ​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ​ລ້ວນ​ແຕ່​ໄດ້​ຮັບ​ການ​ຊຸກ­ຍູ້​ສົ່ງ­ເສີມ​ໃນ​ແຕ່​ລະ​ທ້ອງ­ຖິ່ນ​ຮາກ​ຖານ, ໃນ​ນັ້ນ​ການ​ສ້າງ​ບ້ານ​ວັດ­ທະ­ນະ­ທຳ ກໍ​ເຫັນ​ວ່າ ເປັນ​ຂະ​ບວນ​ການ​ຢ່າງ​ຕໍ່​ເນື່ອງ​ທຽບ­ໃສ່​ປີ 2010 ແມ່ນ​ເພີ່ມ​ຂຶ້ນ 4 ເທື່ອ ແລະມາ​ຮອດ​ປະ­ຈຸ​ບັນ​ແຂວງ​ສາ​ຫວັນ​ນະ​ເຂດ​ແມ່ນ​ມີ​ບ້ານ​ວັດ­ທະ­ນະ­ທຳ ທັງ​ໝົດ 522 ບ້ານ, ມີ​ຄອບ­ຄົວ​ວັດ­ທະ­ນະ­ທຳ​ເພີ່ມ​ຂຶ້ນ 4 ເທື່ອ, ພ້ອມ​ດຽວ​ກັນ​ນັ້ນ​ກໍ​ໄດ້​ຊຸກ­ຍູ້​ສົງ​ເສີມ​ຂັບ​ລຳ​ທ້ອງ­ຖິ່ນ​ປະ­ຈຸ​ບັນ, ມີ​ລຳ​ພື້ນ​ບ້ານ​ທີ່​ເປັນ​ເອ­ກະ­ລັກ ສະ­ເພາະ​ຂອງ​ແຂວງ ແລະ​ນຳ​ໃຊ້​ຢ່າງ​ກວ້າງ­ຂວາງ​ເຖິງ 10 ທຳ­ນອງ​ຄື: ລຳ​ຄອນ​ສະ­ຫວັນ, ບ້ານ​ຊອກ, ຜູ້­ໄທ, ຕັ່ງ​ຫວາຍ, ຕະ​ອ໋ວຍ, ອັນ​ກະ​ຣັນ, ສະ​ເນີດ, ກູ​ກະ​ລັນ, ກະ​ເຫຼີ້ຍ ແລະ​ລາ​ລີ​ມອນ, ໃນ​ນີ້ ຍັງ​ໄດ້​ສົ່ງ­ເສີມ​ການ​ປະ­ດິດ​ຄິດ​ແຕ່ງ​ເນື້ອ​ຮ້ອງ​ທຳ­ນອງ​ເພງ, ສ່ວນ​ໃຫຍ່​ແມ່ນ​ມີ​ລັກ­ສະ­ນະ​ຊາດ​ກ້າວ­ໜ້າ ແລະ​ມະ­ຫາ­ຊົນ​ຕິດ​ພັນ​ກັບ​ໜ້າ­ທີ່​ການ­ເມືອງ​ຂອງ​ພັກ ແລະ​ລັດ​ໃນ​ແຕ່​ລະ​ໄລ­ຍະເປັນ​ຢ່າງ​ດີ.

ສຳ­ລັບ​ວັດ­ຖຸ­ບູ­ຮານ ແລະ​ສະ­ຖານ​ບູ­ຮານ​ທີ​ມີ​ຢູ່​ພາຍ​ໃນ​ແຂວງ​ແມ່ນ​ມີ​ຄື: ພະ­ທາດ​ອີງ​ຮັງ, ພະ­ທາດ​ໂຜ່ນ, ຜາ­ສາດ​ເຮືອນ​ຫີນ, ຫໍ­ໄຕ​ປີ­ດົກ ແລະ​ອື່ນໆ ກໍ​ໄດ້​ມີ​ການ​ປົກ​ປັກ​ຮັກ­ສາ ແລະ​ບູ­ລະ­ນະ​ປະ­ຕິ­ສັງ­ຂອນ​ໄວ້​ຢ່າງ​ໝັ້ນ­ຄົງ ນອກນັ້ນ ຜ່ານ​ມາ​ເຫັນ​ວ່າ​ຄະ­ນະ​ພັກ​ຮາກ​ຖານ ແລະ​ນັກ​ງານ​ວິ­ຊາ​ການ​ທີ່​ກ່ຽວ­ຂ້ອງ​ຕ່າງໆ​ແມ່ນ​ໄດ້​ພ້ອມ­ພຽງ​ກັນ​ລົງ​ເຄື່ອນ​ໄຫວ​ເອົາ­ໃຈ­ໃສ່​ຊຸກ­ຍູ້​ຕິດ­ຕາມ​ການ ສ້າງ​ບ້ານ​ທົດ​ລອງ 3 ສ້າງ​ໃນ​ຂົງ­ເຂດ​ວຽກ​ງານ​ວັດ­ທະ­ນະ­ທຳ​ຈຳ­ນວນ9 ບ້ານ​ໃນ 3 ຕົວ​ເມືອງ​ແມ່ນ​ໄດ້​ດີ​ສົມ­ຄວນ, ເດັ່ນ​ກວ່າ​ໝູ່​ແມ່ນ​ບ້ານ ເຫຼົ່າ​ສຸ­ລິ­ຍາ, ເມືອງ​ຈຳ​ພອນ ສາ­ມາດ​ສ້າງ​ຫ້ອງ​ປະ­ຊຸມ​ຊາວ­ບ້ານ,ຫ້ອງ​ອ່ານ​ປື້ມ​ຊຸມ​ຊົນ,ຫ້ອງ​ວາງ­ສະ­ແດງ​ມູນ­ເຊື້ອ, ສະ­ຖາ­ນີ​ໂທລະໂຄ່ງ, ໜ່ວຍ​ສິ­ລະ​ກອງ​ຕຸ້ມ, ກອງ­ຫາງ, ການ​ຈັດ​ກິດ­ຈະ­ກຳ​ປະ​ກວດນາງ​ສາວ​ບ້ານ 3 ສ້າງ, ເທ​ສະ­ການ​ງານ​ບຸນ​ພະ​ເຫວດ​ທີ່ອະ​ລັງການ, ໄປ​ພ້ອມ​ກັບ​ການ​ປະ​ກວດ​ແຂ່ງ​ຂັ້ນ​ສຽງ​ເພງ, ສຽງ​ລຳ ແລະ ຂະ​ບວນ​ຟ້ອນ​ປະ­ຈຳ​ແຕ່​ລະ​ປີ, ປະ­ຈຸ​ບັນ​ກຳ­ລັງ​ສ້າງ​ພະ­ທາດ​ໃຫຍ່​ສູງ 40 ແມັດ, ກວ້າງ​ດ້ານ​ລະ 12 ແມັດ ເພື່ອ​ບັນ­ຈຸ​ສະ​ລິ​ຄະ​ທາດ​ຂອງພະ­ພຸດ­ທະ­ເຈົ້າ​ທີ່​ນຳ​ມາ​ຈາກ​ປະ­ເທດ​ມຽນ​ມາ ຊຶ່ງ​ຈະ​ສະ­ເຫຼີມ­ສະ­ຫຼອງໃນ​ທ້າຍ​ປີ 2017 ທີ່​ຈະ​ມາ​ເຖີງ​ນີ້.

ທີ່ມາ: ເສດຖະກິດ-ສັງຄົມ