spot_img
Homeຂ່າວການພັດທະນາຕະຫຼາດຫຼັກຊັບລາວເລັ່ງສ້າງນາຍໜ້າຊື້-ຂາຍຫຼັກຊັບມືອາຊີບ

ຕະຫຼາດຫຼັກຊັບລາວເລັ່ງສ້າງນາຍໜ້າຊື້-ຂາຍຫຼັກຊັບມືອາຊີບ

Published on

ຕະ­ຫຼາດ​ຫຼັກ​ຊັບ​ລາວ (ຕລຊລ) ຈັດ​ພິ­ທີ​ມອບ​ໃບ​ປະ​ກາສະ​ນິ​ຍະ​ບັດ​ຢ່າງ​ເປັນ​ທາງ​ການ ໃຫ້ 29 ຄົນ​ທີ່​ໄດ້​ສຳ­ເລັດ​ການ​ຝຶກອົບ­ຮົມ​ຫຼັກ­ສູດ “ແຜນ​ລາຍ­ການຝຶກ​ອົບ­ຮົມ-ການ​ທະ­ນາ­ຄານເພື່ອການ​ລົງ­ທຶນ​ຢ່າງ​ມື​ອາ­ຊີບ​ລາວ” ໃນ​ນີ້​ມີ​ຊຸດ​ທີ 4 ມີ​ຜູ້​ເຂົ້າ​ຝຶກ​ອົບ­ຮົມຕົວ​ຈິງ​ທັງ​ໝົດ 62 ຄົນ ແຕ່​ສາມາດ​ສອບ​ຜ່ານ ແລະ​ໄດ້​ຮັບ​ໃບ​ປະກາ​ສະ​ນິ​ຍະ​ບັດ​ພຽງ​ແຕ່ 24 ຄົນ ຄິດ​ເປັນ 38,7% ໂດຍ​ມາ​ຈາກ 10 ກວ່າ​ພາກ­ສ່ວນ ແລະ​ເຫຼືອ​ນັ້ນແມ່ນ​ຜູ້​ສອບ­ເສັງ​ຄືນ​ທີ່​ມາ​ຈາກ​ຊຸດທີ 1 ຫາ​ຊຸດ​ທີ 3 ມີ 5 ຄົນ ແລະ​ພິ­ທີ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 26  ກໍ​ລະກົດ 2016 ທີ່​ອາ­ຄານ ຕລຊລ ນະ­ຄອນ­ຫຼວງ​ວຽງ​ຈັນ​ໂດຍ​ພາຍ​ໃຕ້​ການ​ຮ່ວມ​ມື​ດ້ານ​ວິ­ຊາ​ການ​ລະຫວ່າງ ຕລຊລ ກັບ​ຄະ­ນະ​ເສດ​ຖະສາດ ແລະ​ບໍ­ລິ­ຫານ​ທຸ­ລະ​ກິດ​ມະຫາ​ວິ­ທະ­ຍາ­ໄລ​ແຫ່ງ​ຊາດ ແລະ ​ບໍລິ​ສັດ​ເອ​ພີ ເອັມ-ລາວ ຈຳ­ກັດ.

ການ​ຝຶກ​ອົບ­ຮົມ​ຫຼັກ­ສູດ​ນີ້ ໄດ້​ດຳ­ເນີນ​ມາ​ແຕ່​ປີ 2014 ເປັນ­ຕົ້ນ ມາ​ລະ­ຫວ່າງ 3 ພາກ­ສ່ວນ​ຊຶ່ງ ເປັນ​ຫຼັກ­ສູດ​ສຳ­ລັບ​ບຸກ­ຄົນ​ທົ່ວ​ໄປທີ່​ຕ້ອງ­ການ​ໃບ­ຢັ້ງ­ຢືນ​ວິ­ຊາ​ຊີບ​ທຸລະ​ກິດ​ຫຼັກ​ຊັບ ເພື່ອ​ນຳ­ໄປ​ປະ­ກອບວິ­ຊາ​ຊີບ​ທາງ​ດ້ານ​ນາຍ​ໜ້າ​ຄ້າຂາຍ​ຫຼັກ​ຊັບ​ມີ 3 ຊຸດ ໂດຍ​ມີ​ຜູ້​ເຂົ້າຝຶກ​ອົບ­ຮົມ​ທັງ​ໝົດ 179 ຄົນ ໃນ​ນີ້​ມີ​ຜູ້​ທີ່​ໄດ້​ຮັບ​ໃບ​ປະ​ກາ​ສະ​ນິ​ຍະ​ບັດ​ແທ້ໆ​ພຽງ​ແຕ່ 64 ຄົນ ແລະ ການ​ຝຶກ​ອົບ­ຮົມ​ຊຸດ​ທີ 4 ຊຶ່ງ​ເປັນລຸ້ນ​ປະ­ຈຸ​ບັນ​ໄດ້​ມີ​ຜູ້​ຮັບ​ໃບ­ຢັ້ງ­ຢືນຜ່ານ​ການ​ຝຶກ​ອົບ­ຮົມ​ທັງ​ໝົດ 100%, ແຕ່​ສຳ­ລັບ​ຜົນ​ການ​ສອບເສັງ​ເອົາ​ໃບ​ປະ​ກາ​ສະ​ນິ​ຍະ​ບັດ​ທີ່ແທ້​ຈິງສາ­ມາດ​ສອບ​ຜ່ານ ແລະ ໄດ້​ຮັບ​ໃບ​ປະ​ກາ​ສະ​ນິ​ຍະ​ບັດ​ພຽງ ແຕ່ 24 ຄົນ ຄິດ​ເປັນ 38,7% ໂດຍ​ມາ​ຈາກ 10 ກວ່າ​ພາກ­ສ່ວນ ແລະ​ເຫຼືອ​ນັ້ນ​ແມ່ນ​ຜູ້​ສອບ­ເສັງ ຄືນ​ທີ່​ມາ​ຈາກ​ຊຸດ​ທີ 1 ຫາ​ຊຸດ​ທີ 3 ມີ 5 ຄົນ ແນ­ໃສ່​ຍົກ​ສູງ​ຄຸນ​ນະພາບ​ເປັນ​ຫຼັກ, ທັງ​ນີ້​ເພື່ອ​ເປັນ​ການຈັດ​ຕັ້ງ​ປະ­ຕິ­ບັດ​ການ​ກໍ່­ສ້າງ​ຖັນແຖວ​ພະ­ນັກ­ງານ​ຕາມ​ນະ­ໂຍ­ບາຍ​ຂອງ​ລັດ­ຖະ­ບານ​ໃນ​ດ້ານ​ຕະ­ຫຼາດ​ທຶນ​ຂອງ ສປປ ລາວ, ເປັນ​ການ ສ້າງ​ບຸກ​ຄະ­ລາ​ກອນ​ມື​ອາ­ຊີບ​ຂອງ ຕະ­ຫຼາດ​ຫຼັກ​ຊັບ​ລາວ​ໃນ​ຍຸກ​ເຊື່ອມ​ໂຍງ​ສາ­ກົນ ແລະ​ຍຸກ AEC.

ການ​ຝຶກ​ອົບ­ຮົມ​ຫຼັກ­ສູດ “ແຜນລາຍ­ການ​ຝຶກ​ອົບ­ຮົມ-ການ​ທະ​ນາຄານ​ເພື່ອ​ການ​ລົງ­ທຶນ​ຢ່າງ​ມື​ອາຊີບ​ລາວ” ໄດ້​ເລີ່ມ​ແຕ່​ວັນ​ທີ 7 ພຶດ ສະ­ພາ–12 ມິ­ຖຸ­ນາ ຂອງ​ປີ 2016 ຫຼື 5 ອາ­ທິດ​ໂດຍ​ເນັ້ນ​ການ​ບໍ​ລິ ຫານ​ການ​ເງິນ, ຂັ້ນ​ພື້ນ­ຖານ, ການ​ຕັດ­ສິນ​ໃຈ​ການ​ລົງ­ທຶນ, ຜະ­ລິດ​ຕະ ພັນ​ທາງ​ການ​ເງິນ​ໃນ​ຕະ­ຫຼາດ​ທຶນ ແລະ​ວິ­ທີ​ປະ​ເມີນ​ມູນ​ຄ່າ​ຊຶ່ງ​ມີ​ຕາ ສານ​ທຶນ, ຕາ­ສານ​ໜີ້, ຫຼັກ​ຊັບ​ປະ ສົມ ແລະ​ກອງ​ທຶນ​ຮ່ວມ, ບົດ­ບາດ ຂອງ​ນາຍ​ໜ້າ ແລະ​ການ​ແລກ ປ່ຽນ​ຊື້-ຂາຍ​ຫຼັກ​ຊັບ, ໜ້າ­ທີ່-ກິດ ຈະ​ກຳ​ຂອງ​ທີ່​ປຶກ­ສາ​ທາງ​ດ້ານ​ການ ເງິນ, ກົດ­ໝາຍ​ສະ­ກັດ​ກັ້ນ  ແລະ ການ​ຕ້ານ​ການ​ຟອກ​ເງິນ ແລະ​ສະ ໜອງ​ທຶນ​ໃຫ້​ແກ່​ການ​ກໍ່​ການ​ຮ້າຍ, ບັນ­ດາ​ກົດ­ໝາຍ, ນິ­ຕິ​ກຳ ແລະ​ບັນ ຫາ​ອື່ນໆ​ທີ່​ປິ່ນ​ອ້ອມ​ວຽກ​ງານ​ຕະ­ຫຼາດ​ທຶນ, ນອກ​ນີ້ ນັກ​ຝຶກ​ອົບ­ຮົມ​ຍັງ​ໄດ້​ໄປ​ທັດ­ສະ­ນະ​ສຶກ​ສາ​ຢູ່​ຕະ ຫຼາດ​ທຶນ​ຊັ້ນ​ນຳ​ຂອງ​ປະ­ເທດ​ໄທ ເປັນ­ຕົ້ນ ຕະ­ຫຼາດ​ຫຼັກ​ຊັບ​ແຫ່ງ​ປະ ເທດ​ໄທ (SET), ບໍ­ລິ­ສັດ​ນາຍ​ໜ້າ ແລກ­ປ່ຽນ​ຊື້-ຂາຍ​ຫຼັກ​ຊັບ, ບໍ­ລິ­ສັດ ທີ່​ປຶກ­ສາ​ທາງ​ການ​ເງິນ ແລະ​ບໍ​ລິ ສັດ​ສຳ­ຄັນ​ຕ່າງໆ​ຈຳ­ນວນ​ໜຶ່ງ.

ທ່ານ ວັນ​ຄຳ ວໍ​ຣະ​ວົງ ຜູ້​ອຳ ນວຍ​ການ​ໃຫຍ່ ຕລຊລ ກ່າວ​ວ່າ: ການ​ມອບ​ໃບ​ປະ­ກາດ​ວິ­ຊາ​ຊີບ ນາຍ​ໜ້າ​ຄ້າ­ຂາຍ​ຫຼັກ​ຊັບ​ໃນ​ເທື່ອ​ນີ້ ແມ່ນ​ໄດ້​ຢັ້ງ­ຢືນ​ເຖິງ​ຄວາມ​ເຕີບໃຫຍ່​ຂະ­ຫຍາຍ­ຕົວ​ຂອງ​ຕະ­ຫຼາດ ທຶນ​ລາວ ແລະ​ຜູ້​ທີ່​ໄດ້​ຮັບ​ໃບ​ປະ​ກາ ສະ​ນິ​ຍະ​ບັດ​ລ້ວນ​ແລ້ວ­ແຕ່​ເປັນ​ຜູ້​ທີ່ ມີ​ຄວາມ​ຮູ້-ຄວາມ​ສາ­ມາດ​ຢ່າງ ແທ້​ຈິງ ແລະ​ເຊື່ອ​ໝັ້ນ​ວ່າ​ຜູ້​ທີ່​ໄດ້​ຮັບ​ໃບ​ປະ​ກາ​ສະ​ນິ​ຍະ​ບັດ​ໃນ​ທຸກ ທ່ານ ຈະ​ໄດ້​ຮັບ​ຜົນ​ປະ­ໂຫຍດ ແລະ​ເປັນ​ພື້ນ­ຖານ​ອັນ​ສຳ­ຄັນ​ຂອງ​ວຽກ ງານ​ກວດ​ສອບ​ໃຫ້​ຖືກ­ຕ້ອງ​ຕາມ ມາດ­ຕະ­ຖານ​ການ​ເປັນ​ສາ­ກົນ ເພື່ອ ຄວາມ​ເຂົ້າ­ໃຈ​ກ່ຽວ​ກັບ​ບັນ­ດາ​ຂໍ້ ກຳ­ນົດ​ທີ່​ໄດ້​ລະ­ບຸ​ໄວ້​ໃນ​ກົດ­ໝາຍ ວ່າ​ດ້ວຍ​ຫຼັກ​ຊັບ ແລະ​ລະ­ບຽບ ການ​ຕ່າງໆ​ທີ່​ກ່ຽວ­ຂ້ອງ​ກ່ຽວ​ກັບ ວຽກ​ງານ​ຫຼັກ​ຊັບ​ເປັນ​ຢ່າງ​ດີ.

ທ່ານ ສົມ​ຈິດ ສຸກ​ສະ​ຫວັດ ຄະ­ນະ­ບໍ­ດີ​ຄະ­ນະ​ເສດ­ຖະ­ສາດ ແລະ​ບໍ­ລິ­ຫານ​ທຸ­ລະ​ກິດ ມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ຊາດ ໄດ້​ປະ­ກອບ​ຄຳເຫັນ​ຄວາມ​ໝາຍ​ສຳ­ຄັນ​ຂອງ​ຫຼັກສູດ​ແຜນ​ລາຍ­ການ​ຝຶກ​ອົບ­ຮົມ-ການ​ທະ­ນາ­ຄານ ເພື່ອ​ການ​ລົງ­ທຶນຢ່າງ​ມື​ອາ­ຊີບ​ລາວ​ໂດຍ​ຮຽກ­ຮ້ອງໃຫ້​ຜູ້​ສຳ­ເລັດ​ການ​ສຶກ​ສາ​ເຜີຍ­ແຜ່ ຄວາມ​ຮູ້​ດ້ວຍ​ການ​ກະ­ທຳ​ຕົວ​ຈິງ ໃນ​ຖາ­ນະ​ເປັນ​ຄົນ​ທີ່​ມີ​ຄວາມ​ຮູ້​ຊື້-ຂາຍ​ດ້ານ​ຕະ­ຫຼາດ​ຫຼັກ​ຊັບ ແລະ ກາຍ­ເປັນ​ນາຍ​ໜ້າ​ຊື້-ຂາຍ​ຫຼັກ​ຊັບ ເພາະ​ປະ­ເທດ​ເຮົາມີ​ຊ່ອງ​ທາງຂອງ​ການ​ລົງ­ທຶນ​ຫຼາຍ​ຂະ­ແໜງ­ການ, ພ້ອມ​ດຽວ​ກັນ ກໍ​ກາຍ­ເປັນ ຜູ້​ເຮັດ​ບັນ­ຊີ-ກວດ​ສອບ​ບັນ­ຊີ​ຕື່ມ ເພື່ອ​ສະ​ສົມ​ຄວາມ​ຮູ້-ຄວາມ​ສາມາດ​ເພີ່ມ​ຕື່ມ​ໃນ​ການ​ພັດ­ທະ­ນາວຽກ​ງານ​ຂອງ​ຕົນ.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...