Homeຂ່າວຕ່າງປະເທດທ່ານ ເວືອງດິ່ງເຫວ້ ລາອອກ ປະທານສະພາແຫ່ງຊາດຫວຽດນາມ

ທ່ານ ເວືອງດິ່ງເຫວ້ ລາອອກ ປະທານສະພາແຫ່ງຊາດຫວຽດນາມ

Published on

ອີງຕາມການລາຍງານຂ່າວຈາກ VnExpress (ສຳນັກຂ່າວທ້ອງຖິ່ນຂອງຫວຽດນາມ) ໄດ້ລາຍງານໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ກອງປະຊຸມວິສາມັນຂອງສູນກາງຫວຽດນາມໄດ້ເຫັນດີເປັນເອກະສັນໃຫ້ທ່ານ ເວືອງດິງ ເຫວ້ ຢຸດຕິການເປັນກຳມະການກົມການເມືອງ, ກຳມະການສູນກາງພັກສະໄໝທີ 13 ແລະ ປະທານສະພາແຫ່ງຊາດຊຸດທີ 15 ຕາມຄວາມມຸ່ງມາດປາຖະໜາຂອງຕົນ. ພາຍຫຼັງທີ່ທ່ານ ເວືອງດິ່ງເຫວ້ ໄດ້ຍື່ນໃບຂໍອະນຸຍາດລາອອກຈາກຕຳແໜ່ງທີ່ພວມປະຕິບັດ ແລະ ຢຸດຕິການປະຕິບັດງານ ໂດຍເຫັນໄດ້ເຖິງໜ້າທີ່ຄວາມຮັບຜິດຊອບຕໍ່ພັກ, ລັດ ແລະ ປະຊາຊົນ.

ອີງຕາມຂໍ້ກໍານົດທີ່ປະກາດໃຊ້ໃນປັດຈຸບັນ ຂອງພັກ, ລັດ ແລະ ພິຈາລະນາຕາມຄວາມມຸ່ງຫວັງຂອງ ທ່ານ ເວືອງດິ່ງເຫວ້, ຄະນະບໍລິຫານງານສູນກາງພັກ ຫວຽດນາມ ໄດ້ເຫັນດີຕາມຄຳສະເໜີໃຫ້ ທ່ານ ເວືອງດິ່ງເຫວ້ ລາອອກຈາກບັນດາຕຳແໜ່ງຄື: ກຳມະການກົມການເມືອງ, ກຳມະການຄະນະບໍລິຫານງານສູນກາງພັກຊຸດທີ XIII, ປະທານສະພາແຫ່ງຊາດ ສສ ຫວຽດນາມ ຊຸດທີ XV ອາຍຸການ 2021 – 2026.

ຂ່າວ: ປະຊາຊົນ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...