Home​ຂ່າວບັນເທິງເຊລີນາ ໂກເມຊ ໂພສໂຄສະນາຄັ້ງດຽວມີລາຍໄດ້ເຖິງ 550.000 ໂດລາ

ເຊລີນາ ໂກເມຊ ໂພສໂຄສະນາຄັ້ງດຽວມີລາຍໄດ້ເຖິງ 550.000 ໂດລາ

Published on

ບັນເທີງຕ່າງປະເທດວັນນີ້ ເຮົາຈະມາເວົ້າເຖິງບັນເທີງທາງຝັ່ງ ຮໍລີວູດ ກັນແນ່ຈັກໜ່ອຍ ແລະ ເຮົາຈະມາເວົ້າກ່ຽວ ກັບນັກຮ້ອງ ແລະ ນັກສະແດງຍິງຊາວ ອາເມລິກັນຄົນນີ້ ເຊລີ​ນາ ໂກ​ເມ​ຊ ທີ່​ມີ​ຜູ້​ຕິດ­ຕາມ Instagram ຫຼາຍ​ທີ່​ສຸດ​ໃນ​ໂລກ ອະດີດແຟນສາວນັກຮ້ອງໜຸ່ມຊື່ດັງ ຈັສຕິນ ບີເບີ ຕ້ອງບອກໄດ້ເລີຍວ່າຄົງຈະບໍ່ມີໃຜທີ່ບໍ່ຮູ້ຈັກສາວຄົນນີ້ ເພາະນາງໄດ້ແຈ້ງເກີດໃນວົງການບັນເທີງແຕ່ປີ 2000 ໃນຊີຣີ້ເລື່ອງ Barney & Friends ແລະ ຍັງມີຜົນງານລະຄອນ, ຮູບເງົາ ແລະ ເພງອີກຫຼາຍອາລະບ້ຳ

a0f4331ea45620eae29b1433ef075dd0

ຍ້ອນຄວາມດັງມີຊື່ສຽງຂອງນາງ ຈິ່ງເຮັດໃຫ້ນາງເປັນດາຣາ ຮໍລີວູດອີກໜຶ່ງຄົນທີ່ມີຄ່າຕົວສູງ ເຊິ່ງສາ­ມາດ​ສ້າງ​ເງິນ​ໄດ້​ເທື່ອ​ລະ​ເຄິ່ງ​ລ້ານ​ໂດ​ລາ​ສະ­ຫະ­ລັດ ຈາກ​ການ​ໂພ​ສ​ໂຄ ສະ​ນາ​ພຽງ​ຄັ້ງ​ດຽວ ລວມ​ທັງ​ໝົດ​ແລ້ວ​ມີ​ຄົນ​ຕິດ­ຕາມ​ລາວ​ສູງ​ເຖິງ 180 ລ້ານ​ຢູ​ສ​ເຊິ

90c5a687abb7f6cf7f897113e2b2bb3c_L

ຊຶ່ງ​ບໍ­ລິ­ສັດ​ຂໍ້​ມູນ​ຢ່າງ: D’Marie Analytics ເຜີຍ​ວ່າ ລາວ​ຈະ​ໄດ້​ຮັບ​ເງິນ​ປະ­ມານ 550.000 ໂດ​ລາ ຕໍ່ ການ​ໂພ​ສ​ໂຄ­ສະ­ນາ 1 ຄັ້ງ ຊຶ່ງ​ເປັນ​ໂຕ​ເລກ​ລາຍ​ໄດ້​ທີ່​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ­ໄວ​ຈາກ 300.000 ໂດ​ລາ ເມື່ອ ທ້າຍ​ປີ​ກ່ອນ ໂດຍ​ໂກ​ເມ​ຊ ຈະ​ມີ ຍອດ​ຟອລ​ໂລ IG ເພີ່ມ​ຂຶ້ນ​ປະມານ 200.000 ຢູ​ສ​ຕໍ່​ມື້ ຊຶ່ງ​ນັ້ນ ເປັນ­ຄວາມ​ສະ­ຫຼາດ​ຂອງ​ລາວ​ເອງ ທີ່​ບໍ່​ໄດ້​ຮັບ​ໂຄ­ສະ­ນາ​ຫຼາຍ​ເກີນ​ໄປ ແລະ​ເຮັດ​ໃຫ້ IG ຂອງ​ລາວ​ໜ້າ ສົນ­ໃຈ​ຢູ່​ສະ­ເໝີ “ລາວ​ຮູ້​ວ່າ­ການ​ຮັບ​ໂຄ­ສະ­ນາ​ຫຼາຍໆ​ອາດ​ສົ່ງ​ຜົນ ເສຍ​ຕໍ່​ຄວາມ​ສຳ­ພັນ​ຂອງ​ລາວ​ກັບ ແຟນ​ໜຸ່ມ​ຫຼາຍ​ກວ່າ​ຜົນ​ດີ”.

b2dd92819b58a972f3aca06e35323b5b

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...