ສາ­ລະ​ວັນ​ສົ່ງອອກ​ມັນ­ຕົ້ນ​ທະ­ລຸ​ແລ້ວ 1,38 ແສນ​ໂຕນ

0
1677

ທ່ານ ສີສຸ­ພັນ ເທບວົງ­ສາ ຫົວ­ໜ້າພະແນກອຸດ­ສາ­ຫະ­ກຳ-ການຄ້າແຂວງສາ­ລະວັນ ເປີດ­ເຜີຍໃຫ້ຮູ້ວ່າ: ການປູກມັນ­ຕົ້ນຂອງປະ­ຊາ­ຊົນໃນປີນີ້ເຫັນວ່າເປັນຂະບວນກວ້າງ­ຂວາງຟົດ­ຟື້ນຖ້າທຽບ­ໃສ່ປີ­ຜ່ານ­ມາ ໂດຍສະ­ເພາະຢູ່ເມືອງເລົ່າງາມມີເນື້ອ­ທີ່ເພີ່ມຂຶ້ນ 3 ເທົ່າ.

ແນວ­ໃດກໍດີ ເພື່ອຮອງຮັບໃຫ້ແກ່ການເພີ່ມຂຶ້ນຂອງຜົນຜະ­ລິດ ແລະຜະ­ລິດຕະພັນມັນ­ຕົ້ນຂອງຊາວກະ­ສິ­ກອນ. ໃນຜ່ານມາຂະ­ແໜງ­ການທີ່ກ່ຽວ­ຂ້ອງໄດ້ເອົາ­ໃຈໃສ່ລົງຊຸກ­ຍູ້ ແລະເອື້ອອຳ­ນວຍຄວາມສະດວກໃຫ້ບັນ­ດາຫົວ­ໜ່ວຍທຸ­ລະກິດທີ່ເຮັດການເກັບຊື້ມັນດິບ, ມັນແຫ້ງພ້ອມເປີດກວ້າງ ແລະກວ້າງ­ຂວາງອອກຕື່ມໂດຍສະ­ເພາະເຂດກຸ່ມການຜະ­ລິດໃນບັນ­ດາເມືອງຕ່າງໆທີ່ມີທ່າ­ແຮງມີເງື່ອນ­ໄຂໃນການປູກມັນ­ຕົ້ນ ຊຶ່ງເຮັດໃຫ້­ການເກັບຊື້ຂອງຕົນໃຫ້ຫຼາຍກວ່າເກົ່າ, ຮັບ­ປະ­ກັນລາ­ຄາທີ່ສົມເຫດສົມຜົນຕ່າງຝ່າຍຕ່າງມີປະ­ໂຫຍດ.

ພ້ອມນີ້ຍັງໄດ້ຍົກລະ­ດັບການຜະ­ລິດຂອງໂຮງ­ງານໃຫ້ສູງຂຶ້ນ. ເປີດໂອ­ກາດໃຫ້ທຸ­ລະກິດພາຍໃນ ແລະຕ່າງ­ປະ­ເທດທີ່ມີຄວາມສົນ­ໃຈມາລົງ­ທຶນສ້າງໂຮງ­ງານປຸງແຕ່ງມັນ­ຕົ້ນໃຫ້ຫຼາຍໂດຍມາຮອດ­ຈຸບັນທົ່ວແຂວງມີ 9 ຫົວ­ໜ່ວຍດຳ ເນີນທຸ­ລະກິດເກັບຊື້ ແລະສົ່ງອອກມັນ­ຕົ້ນ ໃນນັ້ນ ມີໂຮງ­ງານຜະ­ລິດແປ້ງມັນ­ຕົ້ນໜຶ່ງແຫ່ງທີ່ເຮັດການເກັບຊື້ ແລະຜະ­ລິດແປ້ງມັນ­ຕົ້ນ.

ການຊື້-ຂາຍມັນ­ຕົ້ນແຫ້ງສຳ­ລັບປີ ນີ້ລາ­ຄາບໍ່ຕ່ຳກ່ວາ 900-1.050 ກີບຕໍ່ກິໂລ. ໂດຍໃນໄລ­ຍະ 9 ເດືອນສົກປີ 2015-2016 ສາ­ມາດເກັບຊື້ມັນ­ຕົ້ນແຫ້ງ ແລະສົ່ງອອກໄປຕ່າງ­ປະ­ເທດ 138.520 ໂຕນ, ຕະ­ຫຼາດທີ່ສົ່ງອອກຫຼາຍກ່ວາໝູ່ແມ່ນລາ­ຊະອາ­ນາ­ຈັກໄທມີ 134.924 ໂຕນທຽບ­ໃສ່ປີ­ຜ່ານ­ມາເພີ່ມຂຶ້ນ 3 ເທົ່າ ແລະ ສສ ຫວຽດ­ນາມ 3.595  ໂຕນທຽບເພີ່ມຂຶ້ນ 2 ເທົ່າ.

ທີ່ມາ: ເສດຖະກິດ-ສັງຄົມ