Homeຂ່າວພາຍ​ໃນຂ່າວດ່ວນ! ພະຍາດຊະນິດໃໝ່ລະບາດໜັກ ຢູ່ແຂວງຊຽງຂວາງ ພົບຜູ້ຕິດເຊື້ອລົ້ນໂຮງໝໍ 200 ກວ່າກໍລະນີ!

ຂ່າວດ່ວນ! ພະຍາດຊະນິດໃໝ່ລະບາດໜັກ ຢູ່ແຂວງຊຽງຂວາງ ພົບຜູ້ຕິດເຊື້ອລົ້ນໂຮງໝໍ 200 ກວ່າກໍລະນີ!

Published on

ໜັງສືພິມລາວພັດທະນາສະບັບອອກວັນທີ 14 ກໍລະກົດ 2016 ມື້ນີ້ ກ່າວວ່າ ຕາມການລາຍງານຂອງແຫຼ່ງຂ່າວ ໂຮງໝໍແຂວງຊຽງຂວາງ ໃນວັນທີ 13 ກໍລະກົດນີ້ ໃຫ້ຮູ້ວ່າ: ນັບແຕ່ທ້າຍເດືອນມິຖຸນາເປັນຕົ້ນມາ ຢູ່ແຂວງຊຽງຂວາງ ໄດ້ເກີດມີພະຍາດຊະນິດໜຶ່ງ ລະບາດຂຶ້ນຢ່າງຮ້າຍແຮງ ແລະ ຍັງບໍ່ຮູ້ວ່າພະຍາດຫຍັງ, ຊຶ່ງມາຮອດປັດຈຸບັນ ພົບຜູ້ຕິດເຊື້ອພະຍາດດັ່ງກ່າວແລ້ວ ຫຼາຍກວ່າ 200 ກໍລະນີ, ແຕ່ຍັງບໍ່ມີຜູ້ເສຍຊີວິດ ແລະ ຂະນະດຽວກັນ ການຮອງຮັບຄົນເຈັບຂອງໂຮງໝໍແຂວງ ແມ່ນເກີນຂອບເຂດແລ້ວ, ຊຶ່ງຄົນເຈັບຈຳນວນໜຶ່ງ ຈຳຕ້ອງນອນຢູ່ນອກລະບຽງ ແລະ ເດີນທາງມາປິ່ນປາຢູ່ໂຮງຫມໍ ໃນນະຄອນຫຼວງວຽງຈັນກໍມີ, ຜູ້ລາຍງານຂ່າວໃຫ້ຮູ້ວ່າ: ສຳລັບອາການຂອງຄົນເຈັບ ໃນເບື້ອງຕົ້ນແມ່ນເປັນໄຂ້ຂັ້ນຮຸນແຮງ ແລະ ສົ່ງຜົນກະທົບຕໍ່ຕັບຂອງຜູ້ປ່ວຍຢ່າງໜັກ, ຊຶ່ງມາຮອດປັດຈຸບັນ ພະແນກສາທາລະນະສຸກແຂວງ ກໍໄດ້ຮີບຮ້ອນລາຍງານໃຫ້ ກະຊວງສາທາລະນະສຸກຮັບຊາບແລ້ວ ຮັບເພື່ອຫາວິທີຊ່ວຍເຫຼືອ, ພ້ອມທັງໄດ້ເລັ່ງກວດວິເຄາະຫາເຊື້ອພະຍາດ ແລະ ສາເຫດຂອງການຕິດເຊື້ອໃນຄັ້ງນີ້, ເພື່ອສາມາດປິ່ນປົວຜູ້ຕິດເຊື້ອໃຫ້ຫາຍຂາດໄດ້,   ພ້ອມໄດ້ລົງແນະນຳໃຫ້ປະຊາຊົນ ເອົາໃຈໃສ່ປ້ອງກັນຕົນເອງໃນເບື້ອງຕົ້ນ, ດ້ວຍການປະຕິບັດຕາມຫຼັກການອະນາໄມ 3 ສະອາດ, ໂດຍສະເພາະແມ່ນ ການກິນ-ຢູ່ໃຫ້ສະອາດ, ແລະ ນຸ່ງຫົ່ມໃຫ້ສະອາດ.

ແລະຕາມທີມຂ່າວລາວໂພສເຮົາ ສຳພາດພະນັກງານສາທາລະນະສຸກແຂວງ ຊຽງຂວາງ ໃນຕອນເຊົ້າມື້ນີ້ ກໍໄດ້ຢືນຢັນວ່າຂ່າວເປັນມູນຄວາມຈິງ ປັດຈຸບັນທາງພະແນກສາທາລະນະສຸກແຂວງຊຽງຂວາງ ກໍໄດ້ສຸມໃສ່ຄົ້ນຄວ້າບັນຫາດັ່ງກ່າວຢູ່ ເຊິ່ງມາຮອດປັດຈຸບັນຍັງບໍ່ສາມາດສະຫຼຸບໄດ້ວ່າ ພະຍາດດັ່ງກ່າວມີສາເຫດມາຈາກຫຍັງ? ແລະມີຊື່ວ່າແນວໃດ? ແຕ່ສຳລັບການປິ່ນປົວນັ້ນ ແມ່ນປົວຕາມອາການໄປກ່ອນ. ສ່ວນເຂດທີ່ລະບາດແມ່ນຢູ່ເມືອງແປກເປັນຕົ້ນຕໍ ແລະໄດ້ຂໍ້ມູນວ່າຢູ່ເມືອງພູກູດກໍປາກົດເຫັນຄົນເຈັບມີອາການຄ້າຍຄືກັນນີ້. ຕົວເລກທີ່ເກັບກຳໄດ້ມາຮອດມື້ວານນີ້ຕອນເຊົ້າແມ່ນມີຢູ່ 477 ກໍລະນີ.

ໃນຂະນະທີ່ບັນດາເມືອງອື່ນທີ່ໃກ້ຄຽງ ເຊັ່ນ ເມືອງທ່າໂທມແລະອະນຸວົງ ແຂວງໄຊສົມບູນ ແມ່ນຍັງບໍ່ມີລາຍງານວ່າພົບເຫັນຄົນເຈັບໃນລັກສະນະດັ່ງກ່າວເທື່ອ.

ສ່ວນວິທີປ້ອງກັນແມ່ນ ຜູ້ຢູ່ໃກ້ຫຼືຜູ້ດູແລຄົນເຈັບ ບໍ່ຄວນສຳຜັດຄົນເຈັບໂດຍກົງ, ຄວນໃຊ້ຜ້າອັດປາກອັດດັງ, ເວລາສຳຜັດຄົນເຈັບຄວນໃສ່ຖົງມື. ໃນຊີວິດປະຈຳວັນ ຄວນຫຼີກລ້ຽງການກິນອາຫານດິບ, ນ້ຳດື່ມດິບ, ຫຼີກລ້ຽງການໃຊ້ບ່ວງ ຊ້ອມ ໄມ້ຖູ່ ຈອກກິນນ້ຳ ຟອຍຖູູແຂ້ວ ຮ່ວມກັນ, ເວລາກິນເຂົ້າຄວນຕ້ອງມີບ່ວງກາງ.

 

ແຫລ່ງຂ່າວ: ລາວພັດທະນາ ແລະ ພະແນກສາທາລະນະສຸກແຂວງຊຽງຂວາງ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...