spot_img
Homeຂ່າວການພັດທະນາເປີດ​ນຳ​ໃຊ້​ສຳ­ນັກງານ​ສູນ​ກາງແນວ​ລາວ​ສ້າງຊາດ​ຫຼັງໃໝ່

ເປີດ​ນຳ​ໃຊ້​ສຳ­ນັກງານ​ສູນ​ກາງແນວ​ລາວ​ສ້າງຊາດ​ຫຼັງໃໝ່

Published on

ວັນ​ທີ 13  ກໍ­ລະ­ກົດ 2016 ທີ່​ນະຄອນ​ຫຼວງ​ວຽງ​ຈັນ​ໄດ້​ຈັດ​ພິ­ທີ​ເປີດ​ນຳ​ໃຊ້​ສຳ­ນັກ­ງານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ​ຫຼັງ​ໃໝ່ ໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ໄຊ​ສົມ​ພອນ ພົມ­ວິ­ຫານ ປະ­ທານ​ສູ​ູນ​ກາງແນວ​ລາວ​ສ້າງ​ຊາດ, ທ່ານ ທອງ​ຫຼ້າ ແສງວິ​ໄຊຍ໌  ປະ­ທານ​ບໍ­ລິ­ສັດ ແສງ​ວິ​ໄຊ ກຣຸບ ຈຳ­ກັດ, ພະ­ນັກ­ງານ​ບຳ­ນານ​ອາ­ວຸ­ໂສ ພ້ອມ​ດ້ວຍ​ພະ­ນັກ­ງານວິ­ຊາ​ການ​ເຂົ້າ​ຮ່ວມ.

ໂຄງ­ການ​ດັ່ງ­ກ່າວ​ໄດ້​ເລີ່ມ​ລົງ­ມື​ການ​ກໍ່­ສ້າງ​ຕັ້ງ­ແຕ່​ເດືອນ​ກໍ­ລະ­ກົດ​ປີ 2014 ເປັນ­ຕົ້ນ​ມາ ຊຶ່ງ​ໄດ້​ມີ​ການ​ຕິດ­ຕາມ​ກວດກາ​ການ​ກໍ່­ສ້າງ​ເປັນ​ແຕ່​ລະ​ໄລ­ຍະ​ມາ ຮອດ​ທ້າຍ​ເດືອນ​ເມ­ສາ​ປີ 2016 ການ​ກໍ່ ສ້າງ​ແມ່ນ​ສຳ­ເລັດ​ສົມ­ບູນ 100%.

ສຳ­ລັບ​ຕຶກ​ອາ­ຄານ​ສຳ­ນັກ­ງານ​ສູນ ກາງ​ແນວ​ລາວ​ສ້າງ​ຊາດ​ແມ່ນ​ເປັນ​ຊົງ ລາວ​ປະ­ຍຸກ​ຮູບ​ໂຕ E ຍາວ 66,9 ແມັດ, ກວ້າງ 30 ແມັດ, ມີ 5 ຊັ້ນ​ປະ­ກອບ​ມີ: ຫ້ອງ​ປະ­ຊຸມ​ໃຫຍ່, ຫ້ອງ​ຮັບ­ແຂກ, ຫ້ອງພະ­ນັກ­ງານ​ວິ­ຊາ​ການ, ຫ້ອງ​ອາ­ຫານ  ແລະ​ອື່ນໆ ຊຶ່ງ​ປະ­ກອບ​ດ້ວຍ​ເຄື່ອງ​ອຸ­ປະກອນ​ຮັບ​ໃຊ້​ຄົບ​ຊຸດ​ການ​ກໍ່­ສ້າງ​ແມ່ນ​ຖືກຕ້ອງ​ຕາມ​ເຕັກ­ນິກ​ຮັບ­ປະ­ກັນ​ຄຸນ​ນະ​ພາບ​ຕົວ​ອາ­ຄານ​ມີ​ລັກ­ສະ­ນະ​ໂດດ​ເດັ່ນ.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...