ສະພາໄດ້ຮັບຮອງກົດໝາຍສະບັບປັບປຸງ 2 ສະບັບ

69845217527605665609

ສະມາຊິກ​ສະພາ​ແຫ່ງຊາດ ສສຊ ​​ເຂດ​ເລື​ອກຕັ້ງ​ຕ່າງໆ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຮັບຮອງ​ເອົາກົດໝາຍ 2 ສະບັບດ້ວຍ​ສຽງ​ສ່ວນ​ຫລາຍ​ຄື: ຮ່າງ​ກົດໝາຍ​ວ່າ​ດ້ວຍ​ພາສີ​ສະບັບປັບປຸງ. ກົດ​ໝາຍ​ດັ່ງກ່າວ​ປະກອບ​ມີ 17 ພາກ, 21 ໝວດ, 122 ມາດຕາ, ປັບປຸງ​ຄັ້ງ​ນີ້​ປະກອບ​ມີ 11 ມາດຕາ, ​ເພີ່ມ​ເຂົ້າ​ໃໝ່ 2 ມາດຕາ ​ແລະ ກົດໝາຍ​ວ່າ​ດ້ວຍ​ການ​ປິ່ນປົວ​ສະບັບ​ປັບປຸງ ກົດ ໝາຍ​ດັ່ງກ່າວ​ປະກອບ​ມີ 10 ໝວດ, 78 ມາດຕາ. ໃນ​ນັ້ນ​ສ້າງ​ໃໝ່ 1 ໝວດ, 19 ມາດຕາ ​ແລະ ປັບປຸງ 25 ມາດຕາ, ຕັດ​ອອກ 6 ມາດຕາ, ຮັກສາ​ໄວ້​ຄື​ເກົ່າ 34 ມາດຕາ.ໃນກອງ​ປະຊຸມ​ສະ​ໄໝ​ສາມັນ​​ເທື່ອ​ທີ່ 8 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VII ໃນ​ວັນ​ທີ 24 ທັນວາ 2014 ພາຍ​ໃຕ້ການ​ເປັນ​ປະທານ​ຂອງ​ທ່ານ ດຣ.​ໄຊ​ສົມ​ພອນ ພົມວິຫານ ຮອງ​ປະທານ​ສະພາ​ແຫ່ງ​ຊາດ.

 

​ໃນ​ພາກ​ເຊົ້າທ່ານ ດຣ.ລຽນ​ ທິ​ແກ້ວ ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ​ໄດ້​ສະ​ເໜີວ່າ​ດ້ວຍ​ການ​ປັບປຸງ​ບາງ​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ພາສີ​ສະບັບ​ເລກທີ 04/ສພຊ, ລົງ​ວັນ​ທີ 20 ທັນວາ 2011​ ວ່າ: ກາ​ນຈັດ​ຕັ້ງຜັນ​ຂະຫຍາຍກົດໝາຍ​ສະບັບ​ປັບປຸງ​ຜ່ານ​ມາໄດ້​ເລັ່ງ​ໃສ່​ສ້າງ​ອົງການ​ບໍລິຫານ ​ແລະ ວິ​ຊາ​ການ​ແຕ່​ບໍ່​ທັນ​ມີ​ລະບຽບ​ການ​ບໍລິຫານ ​ແລະ ຄຸ້ມ​ຄອງ​ພະນັກງານ, ລັດຖະກອນ ​ແລະ ພາລະ​ກອນ​ເຊັ່ນ: ການຈັດ​ຕັ້ງ​ພາສີ​ເຂດ​ພຽງ​ແຕ່​ເປັນ​ການ​ເຕົ້າ​ໂຮມ​ເອົາ​ບັນດາ​ການຈັດ​ຕັ້ງ​ພາສີ​ແຂວງ​ມາ​ເປັນ​ການຈັ​ດຕັ້ງຢູ່​ຮ່ວມ​ກັນ​ໃນ​ເຂດ​ໃດ​ໜຶ່ງ, ​ເຖິງ​ວ່າ​ຈະ​ກຳນົດ 13 ສິດ, ໜ້າ​ທີ່​ໃຫ້​ປະຕິບັດ​ແຕ່​ລະບອບ​ການ​ພົວພັນ​ກັບ​ອົງການ​ປົກຄອງ​ທ້ອງ​ຖິ່ນ​ແມ່ນ​ບໍ່​ທັນ​ກຳນົດອອກ​ຢ່າງ​ຈະ​ແຈ້ງ​ເທື່ອ, ບໍ່​ທັນ​ໄດ້​ອອກ​ເປັນ​ດຳລັດ​ກ່ຽວ​ກັບ​ລະບຽບ​ການສ​ະເພາະ​ ໃນ​ການ​ຄຸ້ມຄອງ ພາສີ ​ເຫັນ​ວ່າ​ຍັງ​ບໍ່​ທັນ​ສອດຄ່ອງ​ກັບ​ຫລັກການ​ຂອງ​ສາກົນ​ໃນ​ການ​ເຊື່ອມ​ໂຍງ​ເສດຖະກິດ​ໃນ​ພາກ​ພື້ນ ​ແລະ ສາກົນ, ບັນດາ​ຫລັກ​ການ​ສາກົນ​ທີ່ ສປປ ລາວ ​ໄດ້​ເຂົ້າ​ເປັນພາຄີ​ເປັນ​ຕົ້ນ: ອົງການ​ການ​ຄ້າ​ໂລກ, ອົງ​ການ​ພາສີ​ໂລກ, ບັນດາ​ປະ​ເທດ​ລຸ່ມ​ແມ່​ນ້ຳຂອງ, ອາ​ຊຽນ ​ແລະ ອື່ນໆ.

 

ເພື່ອ​ເຮັດ​ໃຫ້​ຂະ​ແໜງ​ການ​ເງິນ​ໂດຍ​ສະ​ເພາະ​ໃນ​ຂົງ​ເຂດ​ວຽກ​ງານ​ພາສີໃນ​ການຫັນ​ບັນດາ​ລະບຽບ​ການ ​ແລະ ຂັ້ນ​ຕອນ​ດຳ​ເນີນ​ງານ​ຕ່າງໆ​ໃຫ້​ທັນ​ສະ​ໄໝເຊິ່ງ ສາມາດ​ປະຕິບັດ​ຂໍ້​ຜູກ​ພັນ​ຕ່າງໆ​. ພາຍ​ໃນ​ອາ​ຊຽນ ​ແລະ ອົງການ​ການ​ຄ້າ​ໂລກ ກໍ​ຄື​ການ​ຮັບຮອງ​ເອົາ​ບັນດາ​ມາດຕະ ຖານ​ຂອງ​ອົງການ​ພາສີ​ໂລກ​​ໄດ້​ຖືກ​ຈັດ​ຕັ້ງ​ປະຕິ ບັດ​ຢ່າງ​ເປັນ​ຮູບ​ປະ​ທຳ, ​ໄດ້​ມີ​ການ​ປັບປຸງ​ນິຕິ​ກຳ​ຕ່າງໆ. ພ້ອມ​ດຽວ​ກັນ​ນີ້​ກໍ​ເພື່ອ​ອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ພາສີ ​ແລະ ການ​ຄ້າ​ເຊິ່ງ​ເປົ້າ​ໝາຍ​ຫລັກ​ແມ່ນ​ການ​ແຈ້ງ​ພາສີ​ດ້ວຍ​ລະບົບ​ອັດ​ໂຕ​ໂນ​ມັດ(ອາຊີ​ກູ​ດາ) ລວມ​ທັງ​ການ​ພັດທະນາ​ສ້າງ​ຂີດຄວາມ​ສາມາດ​ໃຫ້​ແກ່​ເຈົ້າ​ໜ້າ​ທີ່​ພາສີ ກໍ​ຄື​ຜູ້​ແຈ້ງ​ພາສີ​ໃຫ້​ສາມາດ​ດຳ​ເນີນ​ການ​ຕາມ​ລະບຽບ​ກົດໝາຍ​ກຳນົດ​ ເຊິ່ງ​​ໃນ​ປີ 2013 ສາມາດ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ໄດ້​ຢູ່ 11 ດ່ານ​ພາສີ​ສາກົນ, ​ໄດ້​ມີ​ການ​ນຳ​ໃຊ້​ເຄື່ອງ​ກວດກາ​ດ້ວຍ​ລະບົບ​ສາຍ​ແສງ​ຢູ່​ໃນ 9 ດ່ານ​ພາສີ, ສາມາດ​ສັງ​ລວມຂໍ້​ມູນ​ຕ່າງໆ​ຢູ່ກົມ​ພາສີ​ໂດຍ​ກົງ, ພັດທະນາ​ການ​ຄຸ້ມ​ຄອງ​ການຈັດ​ເກັບ​ກຳ​ຄ່າ​ທຳນຽມ, ຄ່າ​ພາສີ ​ແລະ ພັນທະ​ອື່ນ​ດວ້ຍລະບົບ​ທັນ​ສະ​ໄໝ​ລວມທັງ​ການ​ຊຳລະ​ຄ່າ​ພາສີ​ດ້ວຍ​ບັດ Smart Tax.

 

ສຳລັບ​​ພາກ​ບ່າຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ ສົມ​ພັນ​ແພງ ຄຳ​ມີ ຮອງ​ປະທານ​ສະພາ​ແຫ່ງ​ຊາດ. ທ່ານ ສຈ.ດຣ ​ເອກ​ສະຫວ່າງ ວົງ​ວິຈິດ ລັດຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກ ​ໄດ້​ສະ​ເໜີ​ເຖິງ​ເຫດຜົນ ​ແລະ ຄວາມ​ຈຳ​ເປັນ​ໃນ​ການ​ປັບປຸງ​ກົດໝາຍ​ວ່າ​ດ້ວຍ​ການ​ປິ່ນ​ປົວວ່າ: ຜ່ານ​ມາ​ລັດຖະບານ​ໄດ້​ສຸມ​ທຶນຮອນ​ເຂົ້າ​ໃນ​ການ​ຂະຫຍາຍ​ຕາໜ່າງ ​ແລະ ປັບປຸງ​ຄຸນ​ນະພາ​ບຂອງ​ການ​ບໍລິການປິ່ນປົວ​ໃນ​ຂອບ​ເຂດທົ່ວ​ປະ​ເທດ. ​ເຮັດ​ໃຫ້​ຈຳນວນ​ສະຖານ​ທີ່​ບໍລິການ​ປິ່ນປົວ​ຂອງ​ລັດ ​ແລ​ະ ​ເອກະ​ຊົນ​ໄດ້​ເພີ່ມ​ຂຶ້ນ ​ແລະ ຄຸນ​ນະພາ​ບກໍ​ດີ​ຂຶ້ນ​ເລື້ອຍໆ, ພ້ອມ​ນັ້ນ​ປະ​ເທດ​ເຮົາ​ຍັງ​ມີ​ການ​ເຊື່​ອມ​ໂຍງ​ກັບ​ພາກ​ພື້ນ ​ແລະ ສາກົນ​ຫລາຍ​ຂຶ້ນ. ​ໃນ​ປີ 2015 ສປປ ລາວ ກໍ​ຈະ​ໄດ້​ເຂົ້າ​ສູ່​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ, ການ​ບໍລິການສຸຂະພາບກໍ​ຈະ​ຕ້ອງ​ຮຽກຮ້ອງ​ໃຫ້​ມີ​ການ​ປັບປຸງ​ຄຸນ​ນະພາບ​ສູງ​ຂຶ້ນ. ​ພ້ອມນັ້ນ​ກໍ​ເພື່ອ​ຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IX ຂອງ​ພັກ ກ່ຽວ​ກັບ​ນະ​ໂຍບາຍ​ດ້ານ​ສາ​ທາ​ລະນະ​ສຸກ​ຕາມ​ທິດ​ຖື​ເອົາ​ການ​ກັນ​ພະຍາດ ​ແລະ ສົ່ງ​ເສີມ​ສຸຂະພາບ​ເປັນ​ຕົ້ນຕໍ່, ​ໄປ​ພ້ອມ​ກັບ​ການ​ຖື​ເອົາ​ການປ​ິ່ນປົວ​ທີ່​ມີ​ຄຸນ​ນະພາ​ບ ​ແລະ ສະໜອງ​ການ​ບໍລິການ​ດ້ານ​ສາທາລະນະສຸກ​ຢ່າງ​ທົ່ວ​ເຖິງ​ເປັນ​ສຳຄັນ. ຜ່ານ​ການຈັດ​ຕັ້ງ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ການ​ປິ່ນປົວ​ແຕ່​ປີ 2005 ​ເປັນ​ຕົ້ນ​ມາ​ເຫັນ​ວ່າ​ເນື້ອ​ໃນ​ບາງ​ສ່ວນ​ບໍ່​ທັນ​ຮັດກຸມ ​ແລະ ສອດຄ່ອງ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ຂອງ​ປະ​ເທດ​ເຮົາ​ໃນ​ປັດຈຸບັນ, ຍຸດ​ທະ​ສາດ​ການ​ປະຕິຮູບ​ລະບົບ​ສາທາລະນະ​ສຸກ​ໄດ້​ຖືກ​ຮັບຮອງ​ຈາກ​ສະພາ​ແຫ່ງ​ຊາດ​ໃນ​ປີ 2013, ການ​ສ້າງ​ຕັ້ງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ​ໃນ​ປີ 2015 ຈຶ່ງ​ມີ​ຄວາມ​ຈຳ​ເປັນ​ປັບປຸງ​ບາງ​ເນື້ອ​ໃນ​.

 

ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກ​ຍັງ​ກ່າວ​ຕື່ມ​​ວ່າ: ການ​ປັບປຸງກົດ ໝາຍ​ສະບັບນີ້​​ເມື່ອ​ໄດ້​ຖືກ​ຮັບຮອງ ​ແລະ ປະກາດ​ໃຊ້​ຈະ​ສາມາດ​ເຮັດ​ໃຫ້ການ​ປະຕິບັດ​ແຜນ​ຍຸດ​ທະ​ສາດ​ການ​ປະ​ຕິຮູບລະບົບ​ສາທາລະນະ​ສຸກ​ກ່ຽວ​ກັບ​ການ​ບໍລິການ​ສຸຂະພາບ​ທີ່​ລັດຖະບານ ​ແລະ ສະພາ​ແຫ່ງ​ຊາດຮັບຮອງ​ເອົາສຳ​ເລັດ​ຕາມ​ແຜນ ການ​ທີ່​ວາງ​ໄວ້, ​ເຮັດ​ໃຫ້ການ​ຄຸ້ມ​ຄອງ, ກວດກາ​ວຽກ​ງານ​ບໍລິການ​ປິ່ນປົວ​ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ​ມີ​ປະສິດທິພາບ, ພ້ອມ​ນັ້ນ​ທັງ​ເປັນ​ບ່ອນ​ອີງ​ໃຫ້​ແກ່​ວຽກ​ງານ​ຄຸ້ມ​ຄອງ, ຕິດຕາມ​ກວດກາ​ຜູ້​ປະກອບ​ວິຊາ​ຊີ​ບປິ່ນປົວ​ເປັນ​ລະບົບ​ສອດຄ່ອງ​ກັບ​ຂົງ​ເຂດ​ອາ​ຊຽນ ​ແລະ ພາກ​ພື້ນ.

ຂອບໃຈເນື້ອໃນຈາກ: ຂປລ