spot_img
Homeຂ່າວເຫດການຫົວໜ່ວຍທຸລະກິດຫັດຖະກຳ ໄດ້ຮັບ ລາງວັນອອກແບບດີເດັ່ນ ຈາກຍີ່ປຸ່ນ

ຫົວໜ່ວຍທຸລະກິດຫັດຖະກຳ ໄດ້ຮັບ ລາງວັນອອກແບບດີເດັ່ນ ຈາກຍີ່ປຸ່ນ

Published on

0605201103  shop5

 

6 ຫົວໜ່ວຍທຸລະ​ກິດຫັດຖະກຳ ຂອງ ສປປ ລາວ ໄດ້​ຮັບ​ກາໝາຍ​ G​​​​-Mark ຈາກ​ປະ​ເທດ​ຍີ່ປຸ່ນ ພາຍ​ໃຕ້​ໂຄງການ The Mekong Design Selection 2014. ໃນນັ້ນປະກອບ​ມີ: ສູນ​ຫັດຖະກຳ​ນິກອ​ນ, ສະຫະ​ກອນ​ຫັດຖະກຳ​​ໂພນ​ຕ້ອງ​ຄາ​ມາ, ມາ​ລິ​ອິນ​ດິ​ໂກ, ການຈະນາ​ຫັດຖະກຳ, ສູນ​ຝຶກ​ອົບຮົມ​ຫ້ວຍ​ຫົງ​ສຳລັບ​ແມ່ຍິງ ​ແລະ ມະຫັດສະຈັນ​ຫັດຖະກຳ​ຕ່ຳ​ແຜ່ນ.

ທ່ານ ສີ​ສັງຄົມ ​ໂຄດ​ໂຍທາ ກົມ​ສົ່ງ​ເສີມ ​ແລະ ພັດທະນາ​ສິນຄ້າ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ໃຫ້​ຮ​ູ້​ໃນ​ງານ​ຖະ​ແຫລ​ງຂ່າວ ສິນຄ້າ​ລາວ​ໄດ້​ຮັບ​ລາງວັນ​ການ​ອອກ​ແບບ​ດີ​ເດັ່ນ​ຂອງ​ປະ​ເທດ​ຍີ່ປຸ່ນ ປະຈຳ​ປີ 2014 ທີ່​ສະມາຄົມ​ນັກ​ຂ່າວ​ແຫ່ງ​ປະ​ເທ​ດລາວ ວ່າ: ກົມ​ສົ່ງ​ເສີມ ​ແລະ ພັດທະນາ​ສິນຄ້າ ຮ່ວມ​ກັບ ສະມາຄົມ ຫັດຖະກຳ​ລາວ ​ໄດ້​ຄັດ​ເລືອກ​ເອົາ​​ 10 ຫົວໜ່ວຍທຸລະ​ກິດ​ຫັດຖະກຳ​ລາວ ທີ່​ມີ​ຄວາມ​ເຂັ້ມ​ແຂງ​ເຂົ້າ​ໃຈ​​ ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ອອກ​ແບບ​ເປັນ​ຢ່າງ​ດີ ຕາງໜ້າໃຫ້ ສປປ ລາວ ​ເຂົ້າ​ຮ່ວມ​ການ​ຄັດ​ເລືອກ​ເອົາ​ກາໝາຍ G​​​​-Mark ຂອງ​ປະ​ເທດ​ຍີ່ປຸ່ນ ພາຍ​ໃຕ້​ໂຄງການ The Mekong Design Selection 2014. ຜ່ານ​ການ​ຄັດ​ເລືອກ​ຂອງ​ຊ່ຽວຊານ ​ແລະ ນັກ​ອອກ​ແບບ​ທີ່​ມີ​ຊື່ສຽງຂອງ​ປະ​ເທດ​ຍີ່ປຸ່ນ ພ້ອມ​ທັງ​ການ​ຕີ​ລາຄາ​ຈາກ​ຄະນະ​ກຳມະການ ​ຂອງ​ສະ​ຖາ​ບັນ​ສົ່ງ​ເສີມ​ການ​ອອກ​ແບບ​ຂອງ​ປະ​ເທດ​ຍີ່ປຸ່ນ ​​ເຫັນ​ວ່າມີ   6 ຫົວໜ່ວຍທຸລະ​ກິດຫັດຖະກຳ ດັ່ງກ່າວ ໄດ້ຮັບລາງວັນ ເຊິ່ງຜູ້ທີ່ໄດ້ຮັບລາງວັນ ຄັ້ງນີ້ ຈະໄດ້​ເຂົ້າ​ຮ່ວມ​ຊົມ​ງານ​ວາງສະ​ແດງ​ການ​ອອກ​ແບບ​ດີ​ເດັ່ນ​​ໃຫຍ່​ທີ່​ສຸດ​ ຂອງ​ປະ​ເທດ​ຍີ່ປຸ່ນ, ສາມາດ​ນຳ​ໃຊ້​ກາມາຍ G​​​​-Mark ​​ເຂົ້າ​ໃນ​ການ​ໂຄສະນາ​ສິນຄ້າ​ຂອງ​ຕົນ, ພ້ອມນີ້ ​ຍັງ​ຈະ​ໄດ້​ເຮັດ​ວຽກຮ່ວມ​ກັບ​ນັກ​ອອກ​ແບບ​ຊາວ​ຍີ່ປຸ່ນ.

ທ່ານ ສີ​ສັງຄົມ ​ໂຄດ​ໂຍທາ ຍັງກ່າວ​ຕື່ມ​ວ່າ:   ຜົນ​ຂອງ​ໂຄງການ​ດັ່ງກ່າວ ​ແມ​່ນຈະ​ຊ່ວຍ​ໃຫ້​ສິນຄ້າ​ຂອງ​ລາວ​ເຂົ້າ​ຮ່ວມ​ແຂ່ງ ຂັນ​ໃນ​ເວທີ​ສາກົນ ​ແລະ ​ເປັນ​ການ​ສ້າງ​ເຄືອ​ຂ່າຍ​ຮ່ວມ​ກັບ​ນັກ​ອອກ​ແບບ​ຍີ່ປຸ່ນ ທັງ​ເປັນ​ບົດຮຽນທີ່​ສຳຄັນ​ໃຫ້​ແກ່​ຫົວໜ່ວຍ ທຸລະ​ກິດ​ລາວ​ໄດ້​ຮູ້ຈັກ, ​ເຂົ້າ​ໃຈ​ວິ​ທິການ​ພັດທະນາ​ສິນຄ້າ ​ເພື່ອ​ໃຫ້​ແທດ​ເໝາະກັບ​ຕະຫລາດ​ທັງ​ພາຍ​ໃນ​ພາກພື້ນ ​ແລະ ສາກົນ ​ໃນ​ການ​ເຂົ້າເປັນປະຊາຄົມເສດຖະກິດອາຊຽນ ຫລື AEC ທີ່​ຈະ​ມາ​ເຖິງ​ນີ້.

ຂອບໃຈເນື້ອໃນຈາກ: ຂປລ

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...