Homeສຸຂະພາບ ແລະ ສີ່ງແວດລ້ອມ6 ສິ່ງ​ທີ່​ສົ່ງ​ຜົນ​ກັບ ຮອລ໌ໂມນ ຂອງ​ສາວໆ

6 ສິ່ງ​ທີ່​ສົ່ງ​ຜົນ​ກັບ ຮອລ໌ໂມນ ຂອງ​ສາວໆ

Published on

hormone-imbalance-9-450x450

  1. ກິນ​ຂະໜົມ​ປະສົມ​ນ້ຳ​ຕານ​ຫລາຍເກີນ​ໄປ ການ​ກິນ​ຂະໜົມ​ທີ່​ປະສົມ​ນ້ຳ​ຕານ ຈຳນວນ​ຫລາຍ​ຈະ​ເຮັດໃຫ້​ເຈົ້າ​ຕຸ້ຍ ແລະ ​ນ້ຳ​ໜັກ​ທີ່​ເພີ່ມ​ຂຶ້ນ​ຈະ​ເຮັດໃຫ້​ຮ່າງກາຍ​ຂອງ​ເຈົ້າ​ຕໍ່​ຕ້ານຮອລ໌ໂມນ ອິນ​ຊູ​ລິນ (ຮອລ໌​ໂມນ​ທີ່​ຄວບ​ຄຸມ​ລະ​ດັບ​ນ້ຳ​ຕານ​ໃນ​ເລືອດ)
  2. ຕຶງຄຽດ​ໃນ​ຕອນ​ເດິກ ລະ​ດັບ ຮອລ໌​ໂມນ ຄອລ໌​ຕິ​ຊອນ ຈະ​ລຸດລົງ​ໃນ​ຕອນ​ກາງ​ຄືນ ຊຶ່ງ​ຮອລ໌​ໂມນ​ນີ້​ຈະ​ຊ່ວຍ​ໃຫ້​ເຈົ້າ​ຫລັບ​ສະບາຍ ແຕ່​ຖ້າ​ເຈົ້າ​ມີ​ຄວາມ​ຕຶງ​ຄຽດ​ຕອນ​ເດິກ​ເລື້ອຍໆ ຈະ​ເຮັດໃຫ້​ລະ​ດັບ ຮອລ໌​ໂມນ ຄອລ໌​ຕິ​ຊອນ​ຂຶ້ນໆ​ລົງໆ
  3. ບໍ່​ຍອມ​ນອນ ນອນ​ບໍ່​ຫລັບ​ໃນ​ຕອນ​ກາງ​ຄືນ ເມື່ອ​ເຈົ້າ​ອົດ​ຫລັບ​ອົດ​ນອນ​ ຈະເຮັດໃຫ້​ລະ​ດັບ​ຄອລ໌​ຕິ​ຊອນ​ເພີ່ມ​ຂຶ້ນ ແລະ​ ທໍາຮ້າຍ​ລະບົບ​ນ້ຳ​ຕານ​ໃນ​ເລືອດ  ຊຶ່ງ​ສິ່ງເຫລົ່ານີ້​ຈະ​ເຮັດໃຫ້​ເຈົ້າ​ຮູ້ສຶກ​ຫິວ​ ແລະ ​ຢາກ​ກິນ​ອາຫານ Junk Food ຊຶ່ງ​ເຮັດໃຫ້​ຕຸ້ຍ​ຂຶ້ນ​ໄດ້​ງ່າຍ
  4. ກິນ​ກາ​ເຟ​ຕອນ​ແລງ ການ​ກິນ​ກາ​ແຟ​ຕອນ​ແລງ ຈະ​ສົ່ງ​ຜົນ​ໃຫ້ ເຈົ້າ​ບໍ່​ຢາກ​ນອນ​ ແລະ​ ກະ​ວົນ​ກະ​ວາຍໃນ​ຕອນ​ກາງ​ຄືນ ໃຫ້ຄິດໄວ້​ສະເໝີ​ວ່າ ຄວນ​ກິນ​ກາ​ເຟ​ໃນ​ຕອນເຊົ້າ ຫລື​ ກ່ອນ​ຈະແລງ 3 ໂມງ​​ເທົ່າ​ເດີ້
  5. ອອກ​ກຳ​ລັງ​ກາຍ​ບໍ່​ຕໍ່​ເນື່ອງ​ ຫລື​ ສະ​ໝ່ຳ​ສະເໝີຮອລ໌​ໂມນ ເອນ​ໂດນ​ຟິນ ຫລື ຮອລ໌​ໂມນ ແຫ່ງ​ຄວາມ​ສຸກ ຈະ​ຫລັ່ງ​ເມື່ອ​ເຈົ້າ​ອອກ​ກຳ​ລັງ​ກາຍ ຫາກ​ເຈົ້າ​ເປັນ​ຄົນ​ມັກ​ອອກ​ກຳ​ລັງ​ກາ​ຍສະມ່ຳ​ສະເໝີ ຮອລ໌​ໂມນ​ນີ້​ຈະ​ເຮັດໃຫ້​ສາວໆ ມີ​ຄວາມ​ກະ​ຕືລືລົ້ນ ​ແລະ ​ພ້ອມ​ຈະ​ເຮັດ​ສິ່ງ​ຕ່າງໆ​ໃນ​ຊີວິດ​ປະຈຳວັນ​ໄດ້​ຢ່າງ​ສະ​ໝ່ຳສະເໝີ
  6. ປົນ​ເປີ​ຄວາມ​ສຸກ​ໄລຍະ​ກ່ອນ​ມີ​ປະຈຳ​ເດືອນ ດ້ວຍ​ຂອງ​ຫວານຖ້າ​ເຈົ້າ​ກິນຂອງ​ຫວານ​ ຫລື​ ນ້ຳ​ຕານ​ຫລາຍ​ໆ ຈະ​ສົ່ງ​ຜົນ​ກັບ​ໄລຍະ​ກ່ອນ​ມີ​ປະຈຳ​ເດືອນ ເຮັດໃຫ້​ເຈົ້າ​ກາຍ​ເປັນ​ຄົນ​ອາລົມ​ງຸດງິດ​ຫລາຍ​ຍິ່ງ​ຂຶ້ນ ຢາກ​ກິນ​ຕ້ອງ​ໄດ້​ກິນທາງ​ທີ່​ດີ ຄວນ​ຫາ​ວິທີ​ອື່ນ​ໃນ​ການ​ປິ່ນປົວ​ຕົວ​ເອງ ເຊັ່ນ​ໄປ​ທ່ຽວ ໄປ​ອອກ​ກຳ​ລັງ ພົບ​ປະ​ເພື່ອນ​ຝູງ ຫລື​ ເຮັດຫຍັງ​ທີ່​ຜ່ອນ​ຄາຍ ແທນ​ດີກວ່າ​

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...