Homeຂ່າວທ່ອງທ່ຽວໝູ່ບ້ານຊ້າງ ແຂວງ ຫຼວງພະບາງ ໝູ່ບ້ານຊ້າງ ແຂວງ ຫຼວງພະບາງ ຂ່າວທ່ອງທ່ຽວ Published on 18/03/2016 By ບຸດສະດີ ສາຍນ້ຳມັດ FacebookTwitterPinterestWhatsApp 2182 ທ່ອງທ່ຽວກັບລາວໂພສຕ໌ ວານນີ້ເຮົາໄດ້ໄປທ່ຽວຖ້ຳທ່ານປະທານໄກສອນ ພົມວິຫານ ທີ່ເມືອງວຽງໄຊ ແຂວງ ຫົວພັນມາແລ້ວ ມື້ນີ້ເຮົາຈະພາທຸກທ່ານໄປທ່ຽວ “ໝູ່ບ້ານຊ້າງ” ແຂວງຫຼວງພະບາງ ເຖິງຊື່ສຽງຂອງ “ໝູ່ບ້ານຊ້າງ” ອາດຈະບໍ່ໂດ່ງດັງເທົ່າສະຖານທີ່ຕ່າງໆໃນຫຼວງພະບາງ ເຊັ່ນ: ຕາດກວາງຊີ,ວັດພູສີ… ແລະ ບາງຄົນອາດຈະຮູ້ຈັກ, ບາງຄົນອາດຈະບໍ່ຮູ້ກໍ່ຕາມ ແຕ່ຖ້າໄດ້ມາທ່ຽວຫຼວງພະບາງແລ້ວ ຫາກທ່ານມີເວລາພໍກໍ່ຄວນລອງມາທ່ຽວທີ່ “ໝູ່ບ້ານຊ້າງ” ແລ້ວທ່ານຈະຮູ້ວ່າ ຫຼວງພະບາງມີຫຼາຍຢ່າງກ່ວາທີ່ທ່ານຄິດ. “ໝູ່ບ້ານຊ້າງ” ຕັ້ງຢູ່ທີ່ບ້ານຊຽງລ້ອມ ໃຊ້ເສັ້ນທາງດຽວກັນກັບທາງໄປບ້ານຜານົມ ໄລຍະທາງປະມານ 15 ກິໂລແມັດ ສຳລັບການເດີນທາງທ່ານສາມາດນຳລົດສ່ວນຕົວໄປເອງ, ໄປນຳກລຸບທົວ ຫຼື ຈະເມົາລົດຮັບຈ້າງໃນຕົວເມືອງຫຼວງພະບາງໄປກໍ່ໄດ້ ສ່ວນລາຄາແມ່ນຕໍ່ລອງກັນເອງ. ເຖິງຈະເດີນທາງໄກແນ່! ແຕ່ຂໍບອກເລີຍວ່າຄຸ້ມຄ່າ ເພາະທ່ານຈະໄດ້ມີຄວາມຮູ້ສຶກຕື່ນເຕັ້ນເມື່ອເວລາໄດ້ຂຶ້ນຂີ່ຊ້າງເລາະຊົມທິວທັດທຳມະຊາດທີ່ສວຍງາມລຽບແຄມນ້ຳຄານ ພ້ອມຮັບສາຍລົມເຢັນໆທີ່ພັດຜ່ານ ແລະ ຍັງໄດ້ຊົມການສະແດງຂອງຊ້າງທີ່ແສນຮູ້… ຂໍເລົ່າວ່າຊ້າງໜ້າຮັກສຸດໆ. “ຊ້າງ” ເປັນສັດທີ່ປະເສີດເປັນສັດໃນຕຳນານຂອງລາວເຮົາ ດັ່ງນັ້ນທຸກຄົນຈົ່ງຢ່າທຳຮ້າຍ, ຢ່າຂ້າຊ້າງເພື່ອຕັດເອົາງາມັນໄປ ແລະ ອື່ນໆ ຂໍໃຫ້ຊ່ວຍກັນອະນຸລັກຮັກສາຊ້າງລາວໄວ້ເພື່ອຄົນລຸ້ນລູກຫຼານຈະໄດ້ມີຊ້າງໄວ້ເບິ່ງ. ຮຽບຮຽງເລື່ອງໂດຍ: ລາວໂພສຕ໌ ຂໍ້ມູນຈາກ: ທ່ອງທ່ຽວ ແຂວງຫຼວງພະບາງ. Tagsທ່ອງທ່ຽວລາວໝູ່ບ້ານຊ້າງໝູ່ບ້ານຊ້າງ ແຂວງ ຫຼວງພະບາງ ບົດຄວາມຫຼ້າສຸດ ຂ່າວຄາດຕະກຳ ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ... 11/05/2025 ຂ່າວພາຍໃນ 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,... 07/05/2025 ຂ່າວພາຍໃນ ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່... 06/05/2025 ຂ່າວພາຍໃນ ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ... 06/05/2025