Homeຂ່າວທ່ອງທ່ຽວໝູ່ບ້ານຊ້າງ ແຂວງ ຫຼວງພະບາງ ໝູ່ບ້ານຊ້າງ ແຂວງ ຫຼວງພະບາງ ຂ່າວທ່ອງທ່ຽວ Published on 18/03/2016 By ບຸດສະດີ ສາຍນ້ຳມັດ FacebookTwitterPinterestWhatsApp 2196 ທ່ອງທ່ຽວກັບລາວໂພສຕ໌ ວານນີ້ເຮົາໄດ້ໄປທ່ຽວຖ້ຳທ່ານປະທານໄກສອນ ພົມວິຫານ ທີ່ເມືອງວຽງໄຊ ແຂວງ ຫົວພັນມາແລ້ວ ມື້ນີ້ເຮົາຈະພາທຸກທ່ານໄປທ່ຽວ “ໝູ່ບ້ານຊ້າງ” ແຂວງຫຼວງພະບາງ ເຖິງຊື່ສຽງຂອງ “ໝູ່ບ້ານຊ້າງ” ອາດຈະບໍ່ໂດ່ງດັງເທົ່າສະຖານທີ່ຕ່າງໆໃນຫຼວງພະບາງ ເຊັ່ນ: ຕາດກວາງຊີ,ວັດພູສີ… ແລະ ບາງຄົນອາດຈະຮູ້ຈັກ, ບາງຄົນອາດຈະບໍ່ຮູ້ກໍ່ຕາມ ແຕ່ຖ້າໄດ້ມາທ່ຽວຫຼວງພະບາງແລ້ວ ຫາກທ່ານມີເວລາພໍກໍ່ຄວນລອງມາທ່ຽວທີ່ “ໝູ່ບ້ານຊ້າງ” ແລ້ວທ່ານຈະຮູ້ວ່າ ຫຼວງພະບາງມີຫຼາຍຢ່າງກ່ວາທີ່ທ່ານຄິດ. “ໝູ່ບ້ານຊ້າງ” ຕັ້ງຢູ່ທີ່ບ້ານຊຽງລ້ອມ ໃຊ້ເສັ້ນທາງດຽວກັນກັບທາງໄປບ້ານຜານົມ ໄລຍະທາງປະມານ 15 ກິໂລແມັດ ສຳລັບການເດີນທາງທ່ານສາມາດນຳລົດສ່ວນຕົວໄປເອງ, ໄປນຳກລຸບທົວ ຫຼື ຈະເມົາລົດຮັບຈ້າງໃນຕົວເມືອງຫຼວງພະບາງໄປກໍ່ໄດ້ ສ່ວນລາຄາແມ່ນຕໍ່ລອງກັນເອງ. ເຖິງຈະເດີນທາງໄກແນ່! ແຕ່ຂໍບອກເລີຍວ່າຄຸ້ມຄ່າ ເພາະທ່ານຈະໄດ້ມີຄວາມຮູ້ສຶກຕື່ນເຕັ້ນເມື່ອເວລາໄດ້ຂຶ້ນຂີ່ຊ້າງເລາະຊົມທິວທັດທຳມະຊາດທີ່ສວຍງາມລຽບແຄມນ້ຳຄານ ພ້ອມຮັບສາຍລົມເຢັນໆທີ່ພັດຜ່ານ ແລະ ຍັງໄດ້ຊົມການສະແດງຂອງຊ້າງທີ່ແສນຮູ້… ຂໍເລົ່າວ່າຊ້າງໜ້າຮັກສຸດໆ. “ຊ້າງ” ເປັນສັດທີ່ປະເສີດເປັນສັດໃນຕຳນານຂອງລາວເຮົາ ດັ່ງນັ້ນທຸກຄົນຈົ່ງຢ່າທຳຮ້າຍ, ຢ່າຂ້າຊ້າງເພື່ອຕັດເອົາງາມັນໄປ ແລະ ອື່ນໆ ຂໍໃຫ້ຊ່ວຍກັນອະນຸລັກຮັກສາຊ້າງລາວໄວ້ເພື່ອຄົນລຸ້ນລູກຫຼານຈະໄດ້ມີຊ້າງໄວ້ເບິ່ງ. ຮຽບຮຽງເລື່ອງໂດຍ: ລາວໂພສຕ໌ ຂໍ້ມູນຈາກ: ທ່ອງທ່ຽວ ແຂວງຫຼວງພະບາງ. Tagsທ່ອງທ່ຽວລາວໝູ່ບ້ານຊ້າງໝູ່ບ້ານຊ້າງ ແຂວງ ຫຼວງພະບາງ ບົດຄວາມຫຼ້າສຸດ ຂ່າວຕ່າງປະເທດ ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ... 04/11/2025 ຂ່າວຕ່າງປະເທດ ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ... 03/11/2025 ຂ່າວຕ່າງປະເທດ ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030 ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ... 03/11/2025 ຂ່າວຕ່າງປະເທດ ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ... 29/10/2025