spot_img
Homeຂ່າວພາຍ​ໃນແຜນປະຕິບັດງານພາຍໃຕ້ຂອບການຮ່ວມມືດ້ານພະລັງງານ ລະຫວ່າງ ຍີ່ປຸ່ນ-ສ.ອາເມລິກາ-ປະເທດແມ່ນໍ້າຂອງ (JUMPP)

ແຜນປະຕິບັດງານພາຍໃຕ້ຂອບການຮ່ວມມືດ້ານພະລັງງານ ລະຫວ່າງ ຍີ່ປຸ່ນ-ສ.ອາເມລິກາ-ປະເທດແມ່ນໍ້າຂອງ (JUMPP)

Published on

ໃນວັນທີ 6 ເມສາ 2023 ທີ່ກອງປະຊຸມເຈົ້າໜ້າທີ່ອາວຸໂສປະເທດເພື່ອນແມ່ນໍ້າຂອງ ຢູ່ນະຄອນຫຼວງວຽງຈັນ ສປປ ລາວ, ສະຫະລັດ ອາເມລີກາ, ຍີ່ປຸ່ນ ພ້ອມດ້ວຍ ກໍາປູເຈຍ, ສປປ ລາວ, ໄທ ແລະ ຫວຽດນາມ ໄດ້ປະກາດແຜນປະຕິບັດງານພາຍໃຕ້ຂອບການຮ່ວມມືດ້ານພະລັງງານ ລະຫວ່າງ ຍີ່ປຸ່ນ-ສ.ອາເມລິກາ-ປະເທດແມ່ນໍ້າຂອງ (JUMPP) ເຊິ່ງແມ່ນເອກະສານລາຍລະອຽດທີ່ກໍານົດບັນດາໂຄງການ ແລະ ກິດຈະກໍາບູລິມະສິດ ໃນການຮ່ວມມືດ້ານວິຊາການ ເພື່ອຊ່ວຍໃຫ້ບັນດາປະເທດແມ່ນໍ້າຂອງ ບັນລຸເປົ້າໝາຍກ່ຽວກັບການນໍາໃຊ້ພະລັງງານສະອາດ, ການສົ່ງຂາຍພະລັງງານໄຟຟ້າຂ້າມແດນ ແລະ ການພັດທະນາຕະຫຼາດພະລັງງານພາຍໃນປະເທດ ແລະ ພາກພື້ນ.

ການຊ່ວຍເຫຼືອດ້ານວິຊາການທີ່ໄດ້ກໍານົດໄວ້ໃນຂອບການຮ່ວມມື JUMPP ປະກອບດ້ວຍ: ການປະເມີນດ້ານເຕັກນິກ ເພື່ອອໍານວຍຄວາມສະດວກວຽກງານການເຊື່ອມສານພະລັງງານລົມ, ແສງອາທິດ ແລະ ການກັກເກັບພະລັງງານໄຟຟ້າດ້ວຍແບັດເຕີລີ ເຂົ້າລະບົບສາຍສົ່ງ, ການວິເຄາະຕະຫຼາດພະລັງງານ ແລະ ແຜນເພີ່ມທະວີການນໍາໃຊ້ພະລັງງານສະອາດ, ການໃຫ້ຄໍາປຶກສາ ເພື່ອນໍາໃຊ້ຕາຂ່າຍໄຟຟ້າຂ້າມແດນ ທີ່ມີໃນປະຈຸບັນ ໃນເກີດປະໂຫຍດສູງສຸດ, ການສ້າງຄວາມອາດສາມາດ, ການແລກປ່ຽນດ້ານລະບຽບການຄຸ້ມຄອງຈາກຄູ່ຮ່ວມງານ, ຄໍາແນະນໍາດ້ານວິຊາການ ກ່ຽວກັບສັນຍາສໍາປະທານ ເພື່ອດຶງດູດການລົງທຶນໂຄງລ່າງພື້ນຖານດ້ານພະລັງງານສະອາດ ແລະ ການໄປທັດສະນະແລກປ່ຽນທີ່ສະຫະລັດອາເມລິກາ ເພື່ອຮຽນຮູ້ວິທີການປະຕິບັດທີ່ດີທີ່ສຸດ ຈາກບັນດາຕະຫຼາດພະລັງງານ, ບໍລິສັດ ແລະ ໜ່ວຍງານຄຸ້ມຄອງ ຂອງສະຫະລັດອາເມລິກາ. 

ຂອບການຮ່ວມມື JUMPP ໄດ້ເປີດໂຕໃນ ປີ 2019 ເພື່ອສະໜັບສະໜູນການຮ່ວມມືລະຫວ່າງປະເທດແມ່ນໍ້າຂອງ-ສະຫະລັດ ອາເມລິກາ ແລະ ໂຄງການລິເລີ່ມ Clean EDGE (ເສີມຂະຫຍາຍການພັດທະນາ ແລະ ການເຕີບໂຕ ໂດຍຜ່ານ ວຽກງານດ້ານພະລັງງານ) ຢູ່ອາຊີ, ຂອບການຮ່ວມມື JUMPP ເສີມຂະຫຍາຍຄວາມອາດສາມາດໃຫ້ອົງກອນ ເພື່ອພັກດັນການກ້າວຜ່ານສູ່ພະລັງງານສະອາດ, ການຄ້າຂາຍພະລັງງານໄຟຟ້າໃນພາກພື້ນ ແລະ ການປະຕິຮູບຕະຫຼາດພະລັງງານ ເພື່ອສ້າງການແຂ່ງຂັນໃນຕະຫຼາດ, ສ້າງເງື່ອນໄຂການນໍາໃຊ້ພະລັງງານສະອາດ ແລະ ການລະດົມການລົງທຶນ.

ເພື່ອຊ່ວຍໃຫ້ບັນດາລັດຖະບານຄຸ່ຮ່ວມມືຂອງບັນດາປະເທດແມ່ນໍ້າຂອງ ມີຄວາມເຊື່ອໝັ້ນ ໃນການເຊື່ອມສານພະລັງງານທາງເລືອກ, ພາຫະນະໄຟຟ້າ ແລະ ການກັກເກັບພະລັງງານໄຟຟ້າດ້ວຍແບັດເຕີລີ; ດຶງດູດການລົງທຶນທີ່ມີຄຸນະພາບສູງ; ເພີ່ມການຄ້າຂາຍໄຟຟ້າຂ້າມແດນ; ແລະ ພັດທະນາຄວາມສາມາດຊັບພະຍາກອນມະນຸດ, ແຜນງານຮ່ວມມື JUMPP ສ້າງຄວາມກ້າວໜ້າ ເພື່ອບັນລຸບັນດາເປົ້າໝາຍຮ່ວມ ຄື ການເພີ່ມຄວາມໝັ້ນຄົງ, ຄວາມຢືດຢຸ່ນ ແລະ ຄວາມຮັ່ງມີ ດ້ານພະລັງງານໃນພາກພື້ນ. ເປົ້າໝາຍເຫຼົ່ານີ້ ແມ່ນຄໍາໝັ້ນສັນຍາຮ່ວມ ທີ່ຮອງປະທານາທິບໍດີ ທ່ານ ຄາມາລາ ແຮຣິສ ໄດ້ເນັ້ນໜັກ ໃນເວລາທີ່ທ່ານໄດ້ເດີນທາງມາຢ້ຽມຢາມປະເທດໄທ ໃນເດືອນພະຈິກ ປີ 2023.  

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...