ແຂວງຫລວງພະບາງ ຈັດກິດຈະກຳຍ່າງເພື່ອສຸຂະພາບ ສະຫລອງຫລາຍວັນສຳຄັນ

ຂປລ. ຕອນເຊົ້າວັນທີ 12 ກໍລະກົດນີ້, ພະແນກສຶກສາທິການ ແລະ ກິລາ ແຂວງຫລວງພະບາງ ຈັດຂະບວນຍ່າງເພື່ອສຸຂະພາບ ເພື່ອສະເຫລີມສະຫລອງ ວັນສ້າງຕັ້ງກິລາກາຍຍະກຳລາວ ຄົບຮອບ 50 ປີ(13 ກໍລະກົດ), ວັນຄ້າຍວັນເກີດຂອງປະທານສຸພານຸວົງ ຄົບຮອບ 107 ປີ, ວັນໂອແລມປິກແຫ່ງຊາດລາວ ( 25 ທັນວາ) ຄົບຮອບ 38 ປີ ແລະ ວັນໂອແລມປິກສາກົນ (23 ມິຖຸນາ) ຄົບຮອບ 122 ປີ. ​ໂດຍ​ເລີ່​ມ​ແຕ່ພະແນກ ສຶກສາທິການ ແລະ ກິລາແຂວງ ໄປຕາມເສັ້ນທາງ ເລກທີ 13 ແລ້ວເຂົ້າສູ່ເສັ້ນທາງສຸພານຸວົງ ຈາກນັ້ນ ກໍໄດ້ເຂົ້າວາງກະຕ່າດອກໄມ້ ຢູ່ອານຸສາວະລີ ປະທານສຸພານຸວົງ.

ເຂົ້າ​ຮ່ວມກິດຈະກຳຄັ້ງ​ນີ້ ມີທ່ານ ຄໍາ​ຫລ້າ ລຽນປະດິດ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະພະແນກ ສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ຕາງໜ້າຈາກພະແນກການ, ກົມກອງ, ສະຖາບັນການສຶກສາ ແລະ ປະຊາຊົນອ້ອມຂ້າງເທສະບານແຂວງ ເຂົ້າຮ່ວມຫລາຍຮ້ອຍຄົນ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!