spot_img
Homeຂ່າວເຫດການລຸງແສຍິ້ມແຍ້ມ ຫຼັງໄດ້ຮູ້ວ່າຈະໄດ້ເຂົ້າຫ້ອງຜ່າຕັດແລ້ວ

ລຸງແສຍິ້ມແຍ້ມ ຫຼັງໄດ້ຮູ້ວ່າຈະໄດ້ເຂົ້າຫ້ອງຜ່າຕັດແລ້ວ

Published on

ລຸງແສ ຊາຍໜຸ່ມອາຍຸ 47 ປີ ຜ່ານຮ້ອນຜ່ານໜາວ ມີອະດີດເຄີຍເປັນທະຫານ ອາໄສຢູ່ຄົນດຽວຍ້ອນເມຍປະ ປັດຈຸບັນຢູ່ບ້ານໄຊຍະມຸງຄຸນ ເມືອງປາກລາຍ ແຂວງໄຊຍະບູລີ ເປັນຄົນເຈັບທີ່ຂາດເຂີນ ຕອນນີ້ປ່ວຍມາເປັນເວລານານຈະເຂົ້າ 20 ປາຍປີແລ້ວ ຍ້ອນສາເຫດການເງີນບໍ່ດີ ຈຶ່ງແບັກກ້ອນນີ້ມາ ອາໃສຍາດພີ່ນ້ອງຢູ່.

ເມື່ອງສາວໄກ່ ໄດ້ຮູ້ຂ່າວຈຶ່ງໄດ້ພະຍາຍາມຫາທາງຊ່ວຍເຫຼືອ ແລະໃນທີ່ສຸດສາວໄກ່ກໍສາມາດນຳໄປຮອດເຮືອນລຸງແສ ພ້ອມທັງພາເຂົ້າປິ່ນປົວຢູ່ໂຮງໝໍ 150 ຕຽງ ນະຄອນຫຼວງວຽງຈັນ ດ້ວຍການປະກອບສ່ວນທຶນຊ່ວຍເຫຼືອຈາກ ອ້າຍເຕົ່າ ທີມງານ bartherhood

ຫຼ້າສຸດມື້ນີ້ ວັນທີ 13 ກໍລະກົດ 2016 ລຸງແສຖືກທີມແພດຜ່າຕັດນຳໂຕເຂົ້າຫ້ອງປາດແລ້ວ ມາພາວະນາໃຫ້ການຜ່າຕັດເປັນໄປດ້ວຍຄວາມຮຽບຮ້ອຍ ແລະລຸງແສມີຄວາມປອດໄພ.

ສາວໄກ່ ແມ່ນບຸກຄົນໜຶ່ງ ທີ່ເຄື່ອນໄຫວໃຫ້ການຊ່ວຍເຫຼືອຜູ້ປະສົບບັນຫາໃນສັງຄົມ ໂດຍສະເພາະແມ່ນຜູ້ປ່ວຍຖານະທຸກຍາກ ໂດຍທີ່ສາວໄກ່ບໍ່ໄດ້ຫວັງຜົນຕອບແທນໃດໆ ແລະໄດ້ໃຫ້ການຊ່ວຍເຫຼືອສັງຄົມຫຼາຍຄົນແລ້ວ.

ຜູ້ອ່ານທ່ານໃດຕ້ອງການຢາກປະກອບສ່ວນຊ່ວຍເຫຼືອ ສາມາດຕິດຕໍ່ໄປໄດ້ທີ່ 02054000089 ສາວໄກ່ ຜູ້ປະສານງານແລະດູແລ

ລຸງແສ ລຸງແສ ລຸງແສ

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...