Homeຂ່າວການສຶກສາປະກາດເມືອງເລົ່າງາມ ແຂວງສາລະວັນ ເປັນເມືອງຈົບມັດທະຍົມຕົ້ນບຳລຸງ

ປະກາດເມືອງເລົ່າງາມ ແຂວງສາລະວັນ ເປັນເມືອງຈົບມັດທະຍົມຕົ້ນບຳລຸງ

Published on

ຂປລ. ​ເມືອງ​ເລົ່າງາມ​ ແຂວງ​ສາລະ​ວັນ​ ໄດ້​ຈັດ​ພິທີ​ປະກາດ​​ ເປັນເມືອງ​ຈົບ​ມັດທະຍົມ​ຕົ້ນ​ບຳລຸງ​ ໃນ​ວັນ​ທີ 11 ກໍລະກົດ 2016 ພາຍຫລັງຈັດ​ຕັ້ງ​ ປະຕິບັດ​ການ​ຮຽນ-ການ​ສອນ​ ມາ​ແຕ່ ປີ 2012-2015 ມີ​ປະຊາກອນ​ ໄດ້​ຮັບ​ການ​ບຳລຸງ​ຈົບ​ຊັ້ນ​ມັດທະຍົມບຳລຸງ 2.537 ຄົນ, ຍິງ 1.347 ຄົນ​ເທົ່າ​ກັບ 98%, ມີ​ຄູ​ສອນ​ທັງໝົດ 346 ຄົນ, ຍິງ 94 ຄົນ​.

ສຳລັບການ ​ຮຽນການ​ສອນ ​ແມ່ນ​ໄດ້​ປະຕິບັດ​ຕາມ 3 ລັກສະ​ນະ 5 ຫລັກມູນ​ ຂອງ​ການ​ສຶກສາ​ຄື: ຄຸນສົມບັດ​ສຶກສາ, ປັນຍາ​ສຶກສາ, ​ແຮງ​ງານ​ສຶກສາ ​ແລະ ພາລະ​ສຶກສາ.​ ​ໃນ​ໂອກາດ​ດຽວກັນ​ ກໍໄດ້​ມອບ​ໃບ​ຍ້ອງ​ຍໍ​ຂັ້ນ​ຕ່າງໆ​ ໃຫ້​ແກ່​ຄູ​-ອາຈານ ​ຜູ້​ທີ່​ມີ​ຜົນງານ​ ໃນ​ການ​ສິດສອນ​ ໂດຍມີ ທ່ານ ສີ​ສຸວັນ ວົງ​ຈອມ​ສີ ​ເຈົ້າ​ແຂວງໆສາລະ​ວັນ, ທ່ານ ຄຳ​ພວງ ບຸນ​ມີ​​ໄຊ ຄະນະ​ປະຈຳ​ພັກ​ ກະຊວງ​ສຶກສາທິການ ​ແລະ ​ກິລາ ​​ແລະ ພາກສ່ວນ​ກ່ຽວຂ້ອງ ​ເຂົ້າ​ຮ່ວມ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...