ເສັ້ນທາງ R9 ແມ່ນເສັ້ນທາງຕົ້ນຕໍ ທີ່ສາມາດເຊື່ອມຈອດ ບັນດາປະເທດໃນພາກພື້ນ

20150128123143

ກະຊວງ​ໂຍທາ​ທິ​ການ ແລະ ຂົນສົ່ງ (​ຍທຂ) ​ສປປ ລາວ ຮ່ວມກັບ​ກະຊວງ​ທີ່​ດິນ ໂຄງ​ລ່າງ ຂົນສົ່ງ ແລະ ທ່ອງ​ທ່ຽວ ປະເທດຍີ່ປຸ່ນ ຈັດ​ກອງ​ປະຊຸມ​ຄັ້ງ​ປະຖົມມະ​ເລີກ ກ່ຽວ​ກັບ​ການ​ດຳເນີນການ​ສຶກ​ສາ​ດ້ານ​ການ​ຂົນສົ່ງທາງ​ລົດ​ທີ່​ໂລ່ງ​ລ່ຽນ ແລະ ເຊື່ອມຈອດ​ກັນ ຂຶ້ນ​ວັນ​ທີ 27 ມັງກອນ 2015 ຢູ່​ໂຮງແຮມ​ລາວ​ພລາ​ຊາ ໂດຍ​ເປັນ​ປະທານ​ຂອງ​ທ່ານ ມັດ ສູນ​ມາລາ ຜູ້​ຊ່ວຍ​ລັດຖະມົນຕີ ຫົວໜ້າ​ເຈົ້າ​ໜ້າທີ່​ຂົນສົ່ງ​ອາວຸໂສອາ​ຊຽນ ແລະ ທ່ານ ຮິ​ໂຕ​ຊິ ຢູ​ຈິຢາ​ມາ ຜູ້ຕາງໜ້າ​ກະຊວງ​ທີ່​ດິນ ໂຄງ​ລ່າງ ຂົນສົ່ງ ແລະ ທ່ອງທ່ຽວ ປະເທດ​ຍີ່ປຸ່ນ ມີ​ທ່ານ ດຣ. ບຸນ​ຈັນ ສິນ​ທະ​ວົງ ລັດຖະມົນຕີວ່າການ​ກະຊວງ ​ຍທຂ ພ້ອມດ້ວຍ​ຜູ້ຕາງໜ້າ​ຈາກ​ບັນດາ​ປະເທດ​ອາ​ຊຽນ​ເຂົ້າ​ຮ່ວມ.

ຈຸດປະສົງ​ຂອງ​ກອງ​ປະຊຸມຄັ້ງ​ນີ້ ​ເພື່ອ​ຮັບ​ຟັງ​ການ​ລາຍ​ງານໂດຍ​ກະຊວງ​ທີ່​ດິນ ໂຄງ​ລ່າງ ຂົນສົ່ງ ແລະ ທ່ອງ​ທ່ຽວ ​ປະເທດ​ຍີ່ປຸ່ນ ແລະ ປຶກສາ​ຫາລື​ກ່ຽວ​ກັບ​ການສຶກ​ສາ​ຄົ້ນຄວ້າ​ເສັ້ນທາງ​ເຊື່ອມຈອດ​ໃນ​ອາ​ຊຽນ ເຊິ່ງ​ຜົນ​ຂອງການ​ສຶກ​ສາ​ໄດ້​ຊີ້​ໃຫ້​ເຫັນ​ວ່າ ເສັ້ນທາງ R9 ຂອງ ​ສປປ ລາວ ແມ່ນເສັ້ນທາງ​ຕົ້ນຕໍ ​ທີ່​ສາມາດ​ເຊື່ອມຈອດ​ບັນດາ​ປະເທດ​ໃນ​ພາກ​ພື້ນ ນອກ​ນີ້​ຍັງ​ມີ​ເຂດ​ເສດຖະກິດ​ສະຫວັນ-ເຊ​ໂນ ທີ່​ສາມາດ​ສ້າງ​ເປັນຖານ​ການ​ຜະລິດ​ຂະໜາດ​ໃຫຍ່ ແລະ ສາມາດ​ດຶງ​ດູດ​ການ​ລົງທຶນ ເຮັດ​ໃຫ້​ເປັນໃຈ​ກາງຂອງ​ຖານການ​ຜະລິດ​ໃນ​ພາກ​ພື້ນ​ອີກ​ດ້ວຍ.

ທ່ານ ​ດຣ. ບຸນ​ຈັນ ສິນ​ທະ​ວົງ ກ່າວ​ວ່າ: ເນື່ອງ​ຈາກ​ປະເທດ​ສະມາ​ຊິກ​ອາ​ຊຽນ​ ກຳລັງ​ຈະ​ໂຮມໂຕ​ເປັນ​ປະຊາ​ຄົມ​ເສດຖະກິດ​ອາຊຽນ ໃນ​ທ້າຍ​ປີ 2015 ວຽກ​ງານຂົນສົ່ງ​ຈຶ່ງ​ມີ​ບົດບາດ​ສຳຄັນ ແລະ ເປັນ​ປາຍ​ແຫຼມ​ທີ່​ຈະ​ຕ້ອງ​ໄດ້​ຮັບການ​ພັດທະນາ​ເພື່ອ​ຊຸກຍູ້ ແລະ ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່ການ​ຄ້າ ການ​ລົງທຶນ ການ​ທ່ອງທ່ຽວ ແລະ ການ​ໄປມາຫາສູ່​ກັນລະຫວ່າງ​ບັນດາ​ປະເທດ​ເພື່ອນບ້ານ ແລະ ພາກ​ພື້ນ ​ສປປ ລາວ ເປັນ​ປະເທດ​ທີ່​ບໍ່​ມີ​ຊາຍ​ແດນ​ຕິດກັບ​ທະເລ ແຕ່​ມີ​ທີ່​ຕັ້ງ​ທີ່​ມີ​ລັກ​ສະນະ​ພິເສດ​ຢູ່​ໃຈກາງ ​ລະຫວ່າງ​ບັນດາ​ປະເທດ​ອ້ອມ​ຂ້າງ ເຊິ່ງ​ສາມາດ​ພັດທະນາ​ໃຫ້​ເປັນ​ສູນ​ກາງດ້ານ​ການ​ຂົນສົ່ງ ແລະ ເປັນ​ປະເທດ​ບໍລິການ​ທາງ​ຜ່ານ ​ຕາມ​ນະໂຍ​ບາຍ​ຂອງ​ລັດຖະບານ​ວາງອອກ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່