spot_img
Homeຂ່າວການພັດທະນາເສັ້ນທາງ R9 ແມ່ນເສັ້ນທາງຕົ້ນຕໍ ທີ່ສາມາດເຊື່ອມຈອດ ບັນດາປະເທດໃນພາກພື້ນ

ເສັ້ນທາງ R9 ແມ່ນເສັ້ນທາງຕົ້ນຕໍ ທີ່ສາມາດເຊື່ອມຈອດ ບັນດາປະເທດໃນພາກພື້ນ

Published on

20150128123143

ກະຊວງ​ໂຍທາ​ທິ​ການ ແລະ ຂົນສົ່ງ (​ຍທຂ) ​ສປປ ລາວ ຮ່ວມກັບ​ກະຊວງ​ທີ່​ດິນ ໂຄງ​ລ່າງ ຂົນສົ່ງ ແລະ ທ່ອງ​ທ່ຽວ ປະເທດຍີ່ປຸ່ນ ຈັດ​ກອງ​ປະຊຸມ​ຄັ້ງ​ປະຖົມມະ​ເລີກ ກ່ຽວ​ກັບ​ການ​ດຳເນີນການ​ສຶກ​ສາ​ດ້ານ​ການ​ຂົນສົ່ງທາງ​ລົດ​ທີ່​ໂລ່ງ​ລ່ຽນ ແລະ ເຊື່ອມຈອດ​ກັນ ຂຶ້ນ​ວັນ​ທີ 27 ມັງກອນ 2015 ຢູ່​ໂຮງແຮມ​ລາວ​ພລາ​ຊາ ໂດຍ​ເປັນ​ປະທານ​ຂອງ​ທ່ານ ມັດ ສູນ​ມາລາ ຜູ້​ຊ່ວຍ​ລັດຖະມົນຕີ ຫົວໜ້າ​ເຈົ້າ​ໜ້າທີ່​ຂົນສົ່ງ​ອາວຸໂສອາ​ຊຽນ ແລະ ທ່ານ ຮິ​ໂຕ​ຊິ ຢູ​ຈິຢາ​ມາ ຜູ້ຕາງໜ້າ​ກະຊວງ​ທີ່​ດິນ ໂຄງ​ລ່າງ ຂົນສົ່ງ ແລະ ທ່ອງທ່ຽວ ປະເທດ​ຍີ່ປຸ່ນ ມີ​ທ່ານ ດຣ. ບຸນ​ຈັນ ສິນ​ທະ​ວົງ ລັດຖະມົນຕີວ່າການ​ກະຊວງ ​ຍທຂ ພ້ອມດ້ວຍ​ຜູ້ຕາງໜ້າ​ຈາກ​ບັນດາ​ປະເທດ​ອາ​ຊຽນ​ເຂົ້າ​ຮ່ວມ.

ຈຸດປະສົງ​ຂອງ​ກອງ​ປະຊຸມຄັ້ງ​ນີ້ ​ເພື່ອ​ຮັບ​ຟັງ​ການ​ລາຍ​ງານໂດຍ​ກະຊວງ​ທີ່​ດິນ ໂຄງ​ລ່າງ ຂົນສົ່ງ ແລະ ທ່ອງ​ທ່ຽວ ​ປະເທດ​ຍີ່ປຸ່ນ ແລະ ປຶກສາ​ຫາລື​ກ່ຽວ​ກັບ​ການສຶກ​ສາ​ຄົ້ນຄວ້າ​ເສັ້ນທາງ​ເຊື່ອມຈອດ​ໃນ​ອາ​ຊຽນ ເຊິ່ງ​ຜົນ​ຂອງການ​ສຶກ​ສາ​ໄດ້​ຊີ້​ໃຫ້​ເຫັນ​ວ່າ ເສັ້ນທາງ R9 ຂອງ ​ສປປ ລາວ ແມ່ນເສັ້ນທາງ​ຕົ້ນຕໍ ​ທີ່​ສາມາດ​ເຊື່ອມຈອດ​ບັນດາ​ປະເທດ​ໃນ​ພາກ​ພື້ນ ນອກ​ນີ້​ຍັງ​ມີ​ເຂດ​ເສດຖະກິດ​ສະຫວັນ-ເຊ​ໂນ ທີ່​ສາມາດ​ສ້າງ​ເປັນຖານ​ການ​ຜະລິດ​ຂະໜາດ​ໃຫຍ່ ແລະ ສາມາດ​ດຶງ​ດູດ​ການ​ລົງທຶນ ເຮັດ​ໃຫ້​ເປັນໃຈ​ກາງຂອງ​ຖານການ​ຜະລິດ​ໃນ​ພາກ​ພື້ນ​ອີກ​ດ້ວຍ.

ທ່ານ ​ດຣ. ບຸນ​ຈັນ ສິນ​ທະ​ວົງ ກ່າວ​ວ່າ: ເນື່ອງ​ຈາກ​ປະເທດ​ສະມາ​ຊິກ​ອາ​ຊຽນ​ ກຳລັງ​ຈະ​ໂຮມໂຕ​ເປັນ​ປະຊາ​ຄົມ​ເສດຖະກິດ​ອາຊຽນ ໃນ​ທ້າຍ​ປີ 2015 ວຽກ​ງານຂົນສົ່ງ​ຈຶ່ງ​ມີ​ບົດບາດ​ສຳຄັນ ແລະ ເປັນ​ປາຍ​ແຫຼມ​ທີ່​ຈະ​ຕ້ອງ​ໄດ້​ຮັບການ​ພັດທະນາ​ເພື່ອ​ຊຸກຍູ້ ແລະ ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່ການ​ຄ້າ ການ​ລົງທຶນ ການ​ທ່ອງທ່ຽວ ແລະ ການ​ໄປມາຫາສູ່​ກັນລະຫວ່າງ​ບັນດາ​ປະເທດ​ເພື່ອນບ້ານ ແລະ ພາກ​ພື້ນ ​ສປປ ລາວ ເປັນ​ປະເທດ​ທີ່​ບໍ່​ມີ​ຊາຍ​ແດນ​ຕິດກັບ​ທະເລ ແຕ່​ມີ​ທີ່​ຕັ້ງ​ທີ່​ມີ​ລັກ​ສະນະ​ພິເສດ​ຢູ່​ໃຈກາງ ​ລະຫວ່າງ​ບັນດາ​ປະເທດ​ອ້ອມ​ຂ້າງ ເຊິ່ງ​ສາມາດ​ພັດທະນາ​ໃຫ້​ເປັນ​ສູນ​ກາງດ້ານ​ການ​ຂົນສົ່ງ ແລະ ເປັນ​ປະເທດ​ບໍລິການ​ທາງ​ຜ່ານ ​ຕາມ​ນະໂຍ​ບາຍ​ຂອງ​ລັດຖະບານ​ວາງອອກ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ຂໍຂອບໃຈ! ຍີ່ປຸ່ນຊ່ວຍເຫຼືອລ້າ 1.27 ຕື້ເຢນ ເຂົ້າໃນວຽກງານພັດທະນາຄູໃນ ສປປ ລາວ

ຍີ່ປຸ່ນຊ່ວຍເຫຼືອລ້າ 1.27 ຕື້ເຢນ ເຂົ້າໃນວຽກງານພັດທະນາຄູໃນ ສປປ ລາວ ວັນທີ 25 ກຸມພາ 2025, ອົງການຮ່ວມມືສາກົນຍີ່ປຸ່ນ ໄດ້ລົງນາມໃນສັນຍາຊ່ວຍເຫຼືອລ້າໃຫ້ແກ່ລັດຖະບານລາວ ຈຳນວນ 1.27 ຕື້ເຢນ...

ຊາວໜຸ່ມ ກະຊວງ ປກສ ຄວ້າແຊ້ມກິລາບານເຕະ Lao Youth Union Cup ປະຈຳປີ 2024

ກະຊວງ ປກສ ຄວ້າແຊ້ມບານເຕະ Lao Youth Union Cup ປະຈຳປີ 2024 ໄດ້ສຳເລັດ ການແຂ່ງຂັນກິລາບານເຕະ ຊີງຂັນ ສະຫາຍ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ...

ສູນການສຶກສາແອວແອສ ລົງນາມເຊັນສັນຍາ ກັບສະຖາບັນ PSB ຂອງສິງກະໂປ ແລະ ການຮ່ວມມືກັບ (GEA)

ສູນການສຶກສາແອວແອສ (LS Education): ຜູ້ນຳດ້ານຄວາມເປັນເລີດທາງການສຶກສາໃນລາວ ແລະ ທົ່ວໂລກ ໃນຊຸມປີມໍ່ໆມານີ້, ປະເທດລາວເຫັນໄດ້ວ່າມີຄວາມຕ້ອງການການສຶກສາທີ່ມີຄຸນນະພາບໄດ້ຕາມມາດຕະຖານສາກົນນັບມື້ນັບເພີ່ມຂຶ້ນ. ຢູ່ແຖວໜ້າຂອງການຫັນປ່ຽນນີ້ແມ່ນ ສູນການສຶກສາແອວແອສ. ເນື່ອງຈາກເປັນສູນການສຶກສາຊັ້ນນຳທີ່ມຸ້ງໝັ້ນໃນການຍົກລະດັບການຮຽນຮູ້ໃນລາວ. ດ້ວຍວິໄສທັດທີ່ຈະສົ່ງເສີມໃຫ້ນັກຮຽນມີສັກະຍະພາບ ແລະ ໂອກາດທີ່ໄດ້ຮັບການຍອມຮັບໃນທົ່ວໂລກ, ສູນການສຶກສາແອວແອສ...

ກົມອຸຕຸອອກແຈ້ງການສະພາບອາກາດ ປະຈຳວັນທີ 26 ກຸມພາ 2025 ເວລາ 06:00 ໂມງ

ພະຍາກອນອາກາດແຕ່ເວລາ 07 ໂມງ ຂອງວັນທີ 26/02/2025 ຫາ ເວລາ 07 ໂມງ ຂອງວັນທີ 27/02/2025 ມວນອາກາດຫນາວເຢັນ ຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງແຮງ, ສົມທົບກັບກະແສ ລົມຕາເວັນອອກສ່ຽງເຫນືອພັດປົກຄຸມ....