Homeຂ່າວພາຍ​ໃນພັດທະນາສິນຄ້າກະສິກຳລາວ ເຂົ້າສູ່ຕະຫຼາດເກົາຫຼີ

ພັດທະນາສິນຄ້າກະສິກຳລາວ ເຂົ້າສູ່ຕະຫຼາດເກົາຫຼີ

Published on

20150128105640

ກົມ​ສົ່ງເສີມ ແລະ ພັດທະນາສິນຄ້າ ກະຊວງ​ອຸດ​ສະຫະ​ກຳ ແລະ ການ​ຄ້າ ຮ່ວມ​ກັບສູນ​ອາຊຽນ-ເກົາຫຼີ ໄດ້​ຈັດ​ສຳ​ມະ​ນາ “ການ​ພັດທະນາ​ສິນຄ້າ​ກະສິກຳລາວ ເຂົ້າ​ສູ່​ຕະຫຼາດ​ເກົາຫຼີ” ຂຶ້ນໃນ​ວັນ​ທີ 28 ມັງກອນ 2015 ທີ່ໂຮງແຮມ​ດອນ​ຈັນ​ພາ​ເລດ ນະຄອນ​ຫຼວງ​ວຽງ​ຈັນ ມີ​ທ່ານ ສົມຫວັງ ນິນ​ທະ​ວົງ ຫົວໜ້າ​ຫ້ອງການ​ກະຊວງ​ອຸດ​ສະຫະ​ກຳ-ການຄ້າ ແລະ ທ່ານ​ເອກ​ອັກ​ຄະ​ລັດຖະ​ທູດ​ວິສາມັນ ​ຜູ້​ມີ​ອຳນາດ​ເຕັມແຫ່ງ ສ ເກົາຫຼີ ພ້ອມ​ດ້ວຍທ່ານຜູ້ຕາງໜ້າ​ພາກ​ລັດ-ລັດ​ວິ​ສາ​ຫະກິດ ສະພາ​ອຸດ​ສະ​ກຳ​ການ​ຄ້າ ແລະ ຫົວໜ່ວຍ​ທຸລະ​ກິດ​ເຂົ້າ​ຮ່ວມ.

ການ​ຈັດ​ສຳ​ມະ​ນາ​ດັ່ງກ່າວຂຶ້ນ ​ເພື່ອ​ຊ່ວຍ​ດ້ານ​ການ​ພັດທະນາສິນຄ້າ ໂດຍ​ສະເພາະ​ແມ່ນ ສິນຄ້າ​ກະສິກຳ​ລາວ ໃຫ້​ເປັນ​ສິນຄ້າທີ່​ມີ​ຄຸນະພາບ ເພື່ອ​ພັດທະນາ​ໃຫ້ມີ​ຄວາມ​ສາມາດ​ສົ່ງ​ອອກ ທັງເພື່ອ​ເປັນ​ການ​ຂະຫຍາຍ​ການ​ຄ້າລະຫວ່າງ​ລາວ-ເກົາຫຼີ ແລະ ແກ້ໄຂ​ບັນຫາ​ຄວາມ​ບໍ່​ສົມ​ດຸນ​ທາງການ​ຄ້າ ໂດຍ​ສະເພາະ ການເພີ່ມ​ມູນ​ຄ່າ​ຜ່ານ​ການ​ປຸງ​ແຕ່ງ ຜ່ານ​ຂັ້ນ​ຕອນ​ການ​ຜະລິດ​ທີ່​ມີ​ຄຸນະ​ພາບ ແລະ ການ​ຫຸ້ມ​ຫໍ່​ທີ່​ໄດ້ມາດຕະຖານ ເພື່ອ​ສົ່ງ​ອອກ​ໄປ​ສູ່ຕະຫຼາດ​ເປົ້າ​ໝາຍ ໂດຍ​ສະເພາະຕະຫຼາດ​ເກົາຫຼີ ແລະ ໃນ​ການ​ສຳມະ​ນາ​ໃນ​ຄັ້ງ​ນີ້​ ໄດ້​ມີ​ຊ່ຽວຊານ​ສະເພາະ​ດ້ານ​ຈາກ ສ ເກົາຫຼີ ມາໃຫ້​ຄວາມ​ຮູ້ ແລະ ປະສົບ​ການ​ໃນການ​ຜະລິດ ການ​ນຳ​ໃຊ້​ການ​ປະສານ​ກັນ​ຂອງ​ວັດຖຸ​ດິບ ເພື່ອ​ສ້າງໃຫ້​ເປັນ​ສິນຄ້າ​ທີ່​ມີ​ຄຸນະພາບ ແລະ ໄດ້​ມາດຕະຖານ ເຊິ່ງ​ມີ​ປະໂຫຍດ​ຫຼວງຫຼາຍ​ຕໍ່​ຫົວໜ່ວຍ​ທຸລະກິດ ເພື່ອ​ນຳ​ເອົາ​ບົດຮຽນ​ໄປ​ປັບປຸງ ແລະ ໝູນ​ໃຊ້​ເຂົ້າ​ໃນ​ວຽກງານ​ຕົວ​ຈິງ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...