Homeຂ່າວພາຍ​ໃນດິມາເຣຍ ນໍາເພືອນ “ຜີ” ຊ້ອມໜັກກ່ອນ ປະທະ “ໝາຈອກ”

ດິມາເຣຍ ນໍາເພືອນ “ຜີ” ຊ້ອມໜັກກ່ອນ ປະທະ “ໝາຈອກ”

Published on

index.jpgฆ

ຍັງຕັ້ງໃຈຊ້ອມກັນຢ່າງແຂ່ງຂັນເພື່ອໃຫ້ ເຮັດ ອາຣ໌ມີ ມີຄວາມສຸກກັບຜົນງານຂອງທີມຄືເກົ່າ ອັງເຄລ ດິ ມາເຣຍ ພ້ອມເພື່ອນແມນເຊັສເຕີ ຢູໄນເຕັດ ລົງຊ້ອມກັນເຕັມທີ່ກ່ອນລົງລູຍເກັມ ພຣີເມຍລີກພົບກັບ ເລສເຕີຣ໌ຊີຕີ້ ວັນເສົານີ້.

ບັນດານັກເຕະ ແມນເຊັສເຕີ ຢູໄນເຕັດ ທີມຍັກໃຫຍ່ແຫ່ງສຶກພຣີເມຍລີກອັງກິດ ນໍາໂດຍ ອັງເດລ ດິ ມາເຣຍ ປີກອາເຈນຕີນ່າ ຕ່າງກໍາລັງຕັ້ງໜ້າຕັ້ງຕາຝຶກຊ້ອມຢ່າງເອົາຈິງເອົາຈັງທີ່ ເອອອນ ເທຣນນິ່ງ ຄອມເພລ໊ກຊ໌ ສູນຝຶກຊ້ອມສະໂມສອນ ເພື່ອກຽມລູຍເກັມລີກ ທີ່ຈະຕ້ອງເປີດໂຮງລະຄອນແຫ່ງຄວາມຝັນ ຮັບການມາເຢືອນຂອງເລສເຕີ ຊີຕີ້ ວັນເສົາມທີ 31 ມັງກອນ 2015ນີ້.

ຜີສາດແດງ ໂພສວີດີໂອຂະນະບັນດານັກເຕະກໍາລັງຊ້ອມຢ່າງຕັ້ັງໃຈ ເມື່ອຊ່ວງເຊົ້າວັນພຸດທີ່ຜ່ານມາ ລົງໃນ ທະວິຕເຕີຣ໌ ຢ່າງເປັນທາງການຂອງສະໂມສອນໂດຍນອກຈາກດິມາເຣຍ ແລ້ວຍັງມີ ມາຣູຍານ ເຟລໄລນີ່, ດາເລ່ຍ໌, ຣາດາເມລ ຟັນເກົາ, ອັນໂດນີໂອ ວາເລນເຊຍ ແລະ ມາຣ໌ກອສໂຣໂຮ ຖືກຖ່າຍໄວ້ໄດ້ດ້ວຍຂະນະທີ່ ຫຼຸຍສ໌ ຟານ ກັລ ກຸນຊື ຊາວດັຕຊ໌ ຄອຍຄູມທີມຢ່່າງມຸ່ງໝັ້ນ. ໃນຂະນະນີ້ ແມນເຊັສເຕີ ຢູໄນເຕັດ ກໍາລັງຢູ່ໃນອັນດັບ 4 ໃນຕາລາງຄະແນນພຣີເມຍລີກ ມີ 40 ຄະແນນຈາກ 22 ເກັມ.

>>ຂອບໃຈແຫຼ່ງທີ່ມາ http://www.siamsport.co.th/football/premierleague/view.php?code=150128221232

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...