ອຸບັດຕິເຫດ​ລົດບັນທຸກນໍ້າກ້ອນປີ້ນທັບລົດຈັກເຮັດໃຫ້ເດັກນ້ອຍເສຍຊີວິດ 2 ຄົນ

0
648

ຕໍ່ກັບອຸບັດຕິເຫດລົດບັນທຸກນໍ້າກ້ອນປີ້ນ​ທັບ​ລົດຈັກ​ ຢູ່​ຖະໜົນເລກ​ 10 ເວລາ​7​:00​ ໂມງ​ວັນທີ​ 8​ ກັນຍາ​ 2022, ເຮັດ​ໃຫ້​ເດັກ​ນ້​ອຍເສຍຊີວິດ​ 2​ ຄົນ​.

ພັທ​ ວິລະພົງ​ ສະເໜ່ຫາ​ ​ຫົວໜ້າພ​ະແນກຕຳຫຼວດ​ຈະລາຈອນ​ ນວ​ ລາຍງານໃຫ້ຮູ້ວ່າ: ພາຍຫຼັງເກີດອຸບັດຕິເຫດເຈົ້າໜ້າທີ່ຕຳຫຼວດຈະລາຈອນ​ ນວ​ ໄດ້ລົງເກັບກຳຂໍ້ມູນສະຖານທີ່ເກີດເຫດ​ ຊາບຊື່ຜູ້​ຂັບຂີ່ລົດບັນທຸກຊື່ ທ້າວຫຳ ອາຍຸ​ 28​ ປີ​ ຂັບລົດຂົນສົ່ງຢູ່ໂຮງງານນ້ຳກ້ອນແຫ່ງໜື່ງ ໃນນະຄອນ​ຫຼວງວຽງຈັນ.​

ຂັບຂີ່ລົດລົດມາແຕ່ 4 ແຍກໄຟອໍານາດໂນນສະອາດ ມີຈຸດປະສົງມຸ່ງໜ້າໄປບ້ານດ່ານຊ້າງ ເ​ມືອງໄຊທານີ, ພໍຂັບຂີ່ລົດມາຮອດເຂດ​ ບ້ານໂນນສະອາດ​ ບ່ອນເທີນລ້ຽວລົດໄດ້ເກີດອຸບັດຕິເຫດຮ່ວມກັບລົດຈັກ ເຮັດໃຫ້ລົດບັນທຸກເສຍຫຼັກໄປຕໍາໃສ່ຄູກາງທາງແລ້ວປີ້ນທັບລົດຈັກເຮັດໃຫ້ຜູ້ຂັບຂີ່ ແລະ​ ຜູ້​ຊ້ອນທ້າຍເປັນເດັກ​ ອາຍຸ​ 14​ ປີ​ ທັງສອງຄົນ​ ເສຍຊີວິດຄາທີ່.

ປັດຈຸບັນ​ ເຈົ້າ​ໜ້າທີ່​ຕຳຫຼວດ​ຈະລາຈອນ​ ນວ​ ກຳລັງ​ສືບສວນ-ສອບສວນ,​ ເກັບກຳຂໍ້ມູນຊອກຫາສາເຫດຂອງການເກີດອຸບັດຕິເຫດ ແລະ ຈະໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງເປີດກອງປະຊຸມປຶກສາຫາລືຊອກໃຫ້ໄດ້ສາເຫດຂອງການເກີດອຸບັດຕິເຫດໃນຄັ້ງນີ້; ດັ່ງນັ້ນ​ ຈື່ງຮຽກຮ້ອງໃຫ້ຜູ້ຂັບຂີ່ລົດທຸກຄົນມີສະຕິ, ເອົາໃຈໃສ່ປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ,​ ຜູ້​ປົກ​ຄອງກໍໃຫ້ເອົາໃຈໃສ່ສຶກສາອົບຮົມລູກຫຼານຂອງຕົນໃຫ້ດີ,​ ເດັກອາຍຸບໍ່ຮອດ 15​ ປີ,​ ບໍ່ມີໃບຂັບຂີ່​ຫ້າມຂັບຂີ່ລົດຢ່າງເດັດຂາດ​ ເພາະຈະເປັນສາເຫດພາໃຫ້ເກີດອຸບັດຕິເຫດ​ ຄືກໍລະນີດັ່ງກ່າວ.

ແຫຼ່ງຂ່າວຈາກ ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ