Homeຂ່າວພາຍ​ໃນຄະນະຜູ້ແທນສະພາແຫ່ງຊາດ ຣາຊະອານາຈັກ ກຳປູເຈຍ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

ຄະນະຜູ້ແທນສະພາແຫ່ງຊາດ ຣາຊະອານາຈັກ ກຳປູເຈຍ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

Published on

ການຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ໄຊສົມພອນ ພົມວິຫານປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສົມເດັດອັກຄະມະຫາໂປເຢຍ ຈັກກຣີເຮັງຊໍາຣິນ ປະທານສະພາແຫ່ງຊາດ ແຫ່ງຣາຊະອານາຈັກກໍາປູເຈຍ ແລະ ຄະນະຜູ້ແທນຂັ້ນສູງ ມາຢ້ຽມຢາມ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 14-16 ກັນຍາ 2022.

ໃນຕອນເຊົ້າວັນທີ 14 ກັນຍາ 2022, ພາຍຫລັງທີ່ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກຳປູເຈຍ ໄດ້ເຂົ້າຮ່ວມພິທີຕ້ອນຮັບຢ່າງເປັນທາງການ ຢູ່ຕໍ່ໜ້າຫໍສະພາແຫ່ງຊາດລາວ ຢ່າງສົມກຽດ, ຈາກທ່ານ ໄຊສົມພອນ ພົມ ວິຫານ ພ້ອມດ້ວຍຮອງປະທານສະພາແຫ່ງຊາດ, ຄະນະປະຈໍາສະພາແຫ່ງຊາດ, ປະ ທານ-ຮອງປະທານກໍາມາທິການ, ຄະນະເລຂາທິການ ແລະ ພະນັກງານ-ລັດຖະກອນ ທີ່ກ່ຽວຂ້ອງເຂົ້າຮ່ວມພິທີຕ້ອນຮັບຢ່າງພ້ອມພຽງ ແລະ ສົມກຽດແລ້ວ, ຄະນະຜູ້ແທນຂັ້ນສູງ ຂອງສະພາແຫ່ງຊາດລາວ ແລະ ກຳປູເຈຍ ໄດ້ດໍາເນີນການພົບປະສອງຝ່າຍຢ່າງເປັນທາງການ ໂດຍສອງຝ່າຍ ໄດ້ພ້ອມກັນປຶກສາຫາລືຫລາຍບັນຫາສໍາຄັນ ເປັນຕົ້ນ ຮ່ວມກັນຕີລາຄາຄືນກ່ຽວກັບສະພາບ ການພົວພັນຮ່ວມມື ລະຫວ່າງ ສອງປະເທດລາວ-ກຳປູເຈຍ ກໍຄື ການພົວພັນຮ່ວມມື ລະຫວ່າງ ສອງສະພາແຫ່ງຊາດ ໃນໄລຍະຜ່ານມາ ແລະ ເປັນເອກະພາບກັນ ຕໍ່ກັບທິດທາງແຜນການໃນຕໍ່ໜ້າ, ຊຶ່ງສອງຝ່າຍ ຈະໄດ້ສືບຕໍ່ຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ທີ່ສອງປະທານສະພາແຫ່ງຊາດ ໄດ້ລົງນາມຮ່ວມກັນ ໃນປີ 2019 ໃຫ້ມີປະສິດທິຜົນຍິ່ງກວ່າເກົ່າ, ສືບຕໍ່ການແລກປ່ຽນຄະນະຜູ້ແທນນຳກັນໃນທຸກລະດັບ, ແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບການ ຈັດຕັ້ງປະຕິບັດພາລະບົດບາດ ຂອງອົງການນິຕິບັນຍັດ, ການສະໜັບສະໜູນກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ. ໃນເວລາພົບປະ, ສອງຝ່າຍ ໄດ້ເປັນເອກະພາບທີ່ຈະຮ່ວມມືກັນຊຸກຍູ້ ແລະ ສົ່ງເສີມ ໃຫ້ຂະແໜງການທີ່ກ່ຽວຂ້ອງຂອງລັດຖະບານ ຂອງສອງປະເທດ ຈັດຕັ້ງປະຕິບັດບັນດາສັນຍາ, ສົນທິສັນຍາ ແລະ ຂໍ້ຕົກລົງຕ່າງໆ ທີ່ໄດ້ລົງນາມຮ່ວມກັນ ໃຫ້ໄດ້ຮັບປະສິດຜົນສູງ ໂດຍສະເພາະ ແມ່ນການຊຸກຍູ້ລັດຖະ ບານ ທັງສອງປະເທດ ມີການບັນລຸການເຊັນສົນທິສັນຍາ ວ່າດ້ວຍເສັ້ນຊາຍແດນທີ່ໄດ້ປັກຫລັກໝາຍສຳເລັດ 86% ແລະ ສືບຕໍ່ເຮັດໃຫ້ເສັ້ນຊາຍແດນ ສອງປະເທດ ເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາຢ່າງຍືນຍົງ, ຕອບສະໜອງຜົນປະໂຫຍດທີ່ແທ້ຈິງຂອງປະຊາຊົນສອງຊາດ.

 

ໂອກາດນີ້, ທ່ານປະທານສະພາແຫ່ງຊາດລາວ ໄດ້ສະແດງຄວາມເຊື້ອໝັ້ນວ່າ ດ້ວຍບົດຮຽນອັນອຸດົມສົມບູນ ຂອງປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກຳປູເຈຍ, ຝ່າຍກຳປູເຈຍ ຈະແລກປ່ຽນບົດຮຽນໃນການເປັນປະທານໄອປາ (AIPA) ຄັ້ງທີ 43 ຊຶ່ງຈະຈັດຂຶ້ນ ຢູ່ນະຄອນຫລວງພະນົມເປັນ ໃນເດືອນພະຈິກ 2022. ພ້ອມກັນນີ້, ສະພາແຫ່ງຊາດລາວ ມີຄວາມຍິນດີທີ່ຈະເຂົ້າຮ່ວມ ແລະ ສະໜັບສະໜູນ ສະ ພາແຫ່ງຊາດກໍາປູເຈຍ ເປັນເຈົ້າພາບກອງປະຊຸມ AIPA ຄັ້ງທີ 43 ແລະ ກອງປະຊຸມປິ່ນອ້ອມອື່ນໆ.

ຫລັງຈາກພົບປະສອງຝ່າຍສຳເລັດແລ້ວ, ສອງປະທານສະພາແຫ່ງຊາດ ລາວ ແລະ ກຳປູເຈຍ ໄດ້ຮ່ວມກັນປູກຕົ້ນໄມ້ທີ່ລະນຶກ ຢູ່ສວນຂ້າງຫໍສະພາແຫ່ງຊາດ.

ໃນໂອກາດດຽວກັນນີ້, ທ່ານປະທານກໍາມາທິການການຕ່າງປະເທດສະພາແຫ່ງຊາດລາວ ກໍໄດ້ພົບປະກັນຄູ່ຮ່ວມຕໍາແໜ່ງ ຂອງສະພາແຫ່ງຊາດກຳປູເຈຍ ແລະ ສອງປະທານຄະນະມິດຕະພາບລັດຖະສະພາ ລາວ-ກໍາປູເຈຍ ແລະ ກຳປູເຈຍ-ລາວ ກໍໄດ້ພົບປະສອງຝ່າຍນຳກັນ ເພື່ອເສີມຂະຫຍາຍການຮ່ວມມືກັນ ໃຫ້ມີຄວາມເລິກເຊິ່ງກວ່າເກົ່າ.

ບົດຄວາມຫຼ້າສຸດ

ນາຍົກລັດຖະມົນຕີລາວ ພົບປະກັບ ປະທານສະພາແຫ່ງຊາດຫວຽດນາມ ໃນໂອກາດເດີນທາງຢ້ຽມຢາມ ສສ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 3

ໃນຕອນບ່າຍວັນທີ 8 ມິຖຸນາ 2026, ທີ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...

ແຈ້ງການມອດໄຟຟ້າຊົ່ວຄາວ ລັດວິສາຫະກິດໄຟຟ້າລາວ ນວ 2 ໄດ້ອອກແຈ້ງການງົດຈ່າຍກະແສໄຟຟ້າຊົ່ວຄາວ ເລີ່ມແຕ່ວັນທີ 9-14 ມິຖຸນາ 2026

​ລັດວິສາຫະກິດໄຟຟ້າລາວ (EDL) ຝ່າຍຄຸ້ມຄອງລະບົບໄຟຟ້າພາກກາງ ສາຂານະຄອນຫຼວງວຽງຈັນ 2 ໄດ້ອອກແຈ້ງການງົດຈ່າຍກະແສໄຟຟ້າຊົ່ວຄາວ (ມອດໄຟ) ເພື່ອປັບປຸງ, ສ້ອມແປງລະບົບຕາໜ່າງໄຟຟ້າ ແລະ ຕິດຕັ້ງເສົາໄຟຟ້າໃໝ່ ໃຫ້ມີຄວາມປອດໄພ ແລະ ກຽມພ້ອມຮອງຮັບການຊົມໃຊ້ທີ່ດີຂຶ້ນ....

ກຽມໄປແຂ່ງຕໍ່ທີ່ຍີ່ປຸ່ນ MAZDA GB FC U12 ຄວ້າແຊ້ມ ບານເຕະເຍົາວະຊົນທີ່ອິນໂດເນເຊຍ ພ້ອມໄດ້ໄປແຂ່ງຕໍ່ຮອບສຸດທ້າຍທີ່ປະເທດຍີ່ປຸ່ນ

ເກັ່ງຫຼາຍ MAZDA GB FC ຢູ 12 ຄວ້າແຊ້ມບານເຕະເຍົາວະຊົນ ທີ່ອິນໂດເນເຊຍ ພ້ອມໄດ້ສິດບິນລັດຟ້າໄປແຂ່ງຂັນທີ່ປະເທດຍີ່ປຸ່ນ. ນ້ອງໆເຍົາວະຊົນຈາກສະໂມສອນ Mazda Laos GB FC ໂຊຊຟອງເກັ່ງຄວ້າແຊ້ມລາຍການແຂ່ງຂັນບານເຕະເຍົາວະຊົນລະດັບພາກພື້ນ...

ນາຍົກລັດຖະມົນຕີລາວ ສົ່ງຈົດໝາຍເຖິງນາຍົກລັດຖະມົນຕີໄທ ເພື່ອສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຄົ້ນຫາ ແລະ ກອບກູ້ເອົາຊິວິດປະຊາຊົນທີ່ຕິດຄ້າງຢູ່ໃນຖໍ້າ

ວັນທີ 7 ມິຖຸນາ 2026 ທີ່ນະຄອນຫຼວງວຽງຈັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ໄດ້ສົ່ງຈົດໝາຍຂອບໃຈເຖິງທ່ານ ອະນຸທິນ ຊານວີຣະກູນ, ນາຍົກລັດຖະມົນຕີ ແຫ່ງ...