spot_img
Homeຂ່າວພາຍ​ໃນຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ

ຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ

Published on

ໃນຕອນເຊົ້າ ວັນທີ 14 ກັນຍາ 2022, ທີ່ຫ້ອງວ່າການສູນກາງພັກ ໄດ້ຈັດກອງປະຊຸມສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງທົ່ວປະເທດ 2016-2021 ແລະ ທິດທາງຮອດປີ 2025, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫ່ຍຄະນະບໍລິ ຫານງານສູນກາງພັກ ປະທານປະເທດ ມີທ່ານ ບຸນທອງ ຈິດມະນີ, ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ພ້ອມດ້ວຍຄະນະຜູ້ແທນຈາກສູນກາງ ແລະທ້ອງຖີ່ນເຂົ້າຮ່ວມ.

ໃນໂອກາດກ່າວໄຂກອງປະຊຸມຢ່າງເປັນທາງການທ່ານ ບຸນທອງ ຈິດມະນີ ຍົກໃຫ້ເຫັນວ່າ: ພັກຍາມໃດກໍ່ຖືຮາກຖານເປັນກຳລັງແຮງ, ເປັນບ່ອນຕັດສິນທຸກໄຊຊະນະ ຫລືຄວາມລົ້ມເຫລວຂອງທຸກການຈັດຕັ້ງປະຕິບັດວຽກງານປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ, ຍ້ອນແນວນັ້ນວຽກງານກໍ່ສ້າງຮາກຖານ ແລະປັບປຸງຮາກຖານການເມືອງ ຈີ່ງແມ່ນວຽກງານຍຸດທະສາດທີ່ບໍ່ປ່ຽນແປງ ທັງສະເພາະໜ້າ ແລະຍາວນານຂອງພັກເຮົາ, ໃນເງື່ອນໄຂໃໝ່ຂອງການປະຕິວັດ ພັກ- ລັດຍີ່ງຕ້ອງໄດ້ເອົາໃຈໃສ່ການກໍ່ສ້າງຮາກຖານການເມືອງ ຕິດພັນໂດຍກົງກັບການພັດທະນາ ໂດຍສະເພາະການພັດທະນາຊົນນະບົດຮອບດ້ານ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕິດພັນກັບການຈັດຕັ້ງປະຕິບັດວຽກງານ 3 ສ້າງ ຕາມ 4 ເນື້ອໃນ 4 ຄາດໝາຍ ແນໃສ່ເຮັດໃຫ້ລະບົບການເມືອງຢູ່ຮາກຖານມີຄວາມເຂັ້ມແຂງ, ເປັນເຈົ້າການນໍາພາແກ້ໄຂຄວາມທຸກຍາກ, ຄວາມຫລ້າຫລັງຄວາມບໍ່ສະເໝີພາບ ແລະ ຄວາມບໍ່ຍຸຕິທໍາໃນສັງຄົມ ເພື່ອເປັນປັດໃຈພື້ນຖານທີ່ຮັບປະກັນສະຖຽນລະພາບທາງດ້ານການເມືອງ ແລະຄວາມສະຫງົບເປັນລະບຽບຮຽບຮ້ອຍໃນສັງຄົມ ກໍ່ຄືຄວາມໝັ້ນຄົງຂອງລະບອບປະຊາທິປະໄຕປະຊາຊົນຕາມທິດສັງຄົມນິຍົມ, ສະນັ້ນກອງປະຊຸມຄັ້ງນີ້ຈີ່ງມີຄວາມໝາຍສໍາຄັນຫລາຍ ໂດຍສະເພາະການຕີລາຄາຄືນບັນດາໜາກຜົນວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ໃນໄລຍະຜ່ານມາ ເພື່ອຍົກໃຫ້ເຫັນດ້ານອ່ອນ ແລະຂໍ້ຄົງຄ້າງທີ່ຕ້ອງສືບຕໍ່ປັບປຸງແກ້ໄຂໃຫ້ດີຂື້ນໃນຕໍ່ໜ້າ ແນໃສ່ຍົກສູງຄຸນນະພາບການປັບປຸງຮາກຖານການເມືອງຂອງລະບອບປະຊາທິປະໄຕປະຊາຊົນໃນໄລຍະໃໝ່ໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ, ເພີ່ມທະວີບົດບາດການນໍາຮອບດ້ານຂອງຄະນະພັກ ຕິດພັນກັບການເສີມຂະຫຍາຍຄວາມເປັນເຈົ້າການ ແລະ ຍົກສູງຄວາມຮັບຜິດຊອບໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົົມຢູ່ທ້ອງຖີ່ນຮາກຖານໃຫ້ສູງຂື້ນ.

ກອງປະຊຸມຄັ້ງນີ້ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງຜົນສໍາເລັດການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະ ບົດຮອບດ້ານແກ້ໄຂຄວາມທຸກຍາກ ແລະວຽກງານ 3 ສ້າງ ຂອງບັນດາຂະແໜງການຢູ່ຂັ້ນສູນກາງ, ແຂວງ ແລະທ້ອງຖີ່ນ ພາຍໃຕ້ຫົວຂໍ້ຕ່າງໆ ເປັນຕົ້ນຂົງເຂດວຽກງານປ້ອງກັນປະເທດ, ຂົງເຂດປ້ອງກັນຄວາມສະຫງົບ, ການປຸກລະດົມທົ່ວສັງຄົມປະກອບສ່ວນເຂົ້າໃນການແກ້ໄຂຄວາມທຸກຍາກຕິດພັນກັບການພັດທະນາ, ການຈັດສັນພູມລໍາເນົາ ແລະ ອື່ນໆ.

ແຫຼ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...