ອາ​ຊຽນ ປຶກ​ສາ​ຫາ​ລືການຊ່ວຍເຫຼືອສຸກເສີນ ດ້ານສາທາລະນະສຸກ

0
939

ໃນ​ວັນ​ທີ 20 ເມ​ສາ ນີ້ທີ່ກະຊວງການຕ່າງປະເທດຈັດກອງປະຊຸມ ໜ່ວຍງານຂອງສະພາປະສານງານອາຊຽນ ວ່າດ້ວຍການຊ່ວຍເຫຼືອສຸກເສີນດ້ານສາທາລະນະສຸກ ຄັ້ງທີ 8 ໃນ​ຮູບ​ແບບ​ທາງ​ໄກ ໂດຍການເຂົ້າຮ່ວມຂອງ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າ ໜ້າທີ່ອາວຸໂສອາຊຽນ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມ ແລະ ພາຍໃຕ້ການເປັນປະທານຂອງກໍາປູເຈຍ ໂດຍມີບັນດາ ເຈົ້າໜ້າທີ່ອາວຸໂສອາຊຽນ ຈາກເສົາຄໍ້າວັດທະນະທໍາ-ສັງຄົມ, ເສດຖະກິດ ແລະ ສາທາລະນະສຸກ; ຄະນະ ກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ແລະ ກອງເລຂາອາຊຽນເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ຕີລາຄາສູງຕໍ່ຜົນການຈັດຕັ້ງປະຕິບັດບັນດາໜ້າວຽກໃນການແກ້ໄຂ ແລະ ຮັບມືກັບການແຜ່ລະບາດພະຍາດໂຄວິດ-19 ກໍຄືການຟື້ນຟູຈາກຜົນກະທົບຂອງການແຜ່ລະບາດພະຍາດ ໂຄວິດ-19 ຂອງອາຊຽນ. ກອງປະຊຸມໄດ້ຮັບຊາບຄວາມຄືບໜ້າການຈັດຕັ້ງປະຕິບັດແຜນຟື້ນຟູຮອບ ດ້ານຂອງອາຊຽນ ໂດຍຊຸກຍູ້ໃຫ້ບັນດາຂະແໜງການກ່ຽວຂ້ອງ ເພີ່ມທະວີການຈັດຕັ້ງປະຕິບັດແຜນຟື້ນຟູ; ແລະ ໄດ້ຮັບຊາບຄວາມຄືບໜ້າ ກ່ຽວກັບການຈັດຕັ້ງປະຕິບັດແຜນຂອບວຽກແລວການເດີນທາງອາຊຽນ ແນໃສ່ ເພື່ອອໍານວຍຄວາມສະດວກໃນການເດີນທາງເຂົ້າ-ອອກ ພາຍໃນປະເທດສະມາຊິກອາຊຽນ.

ໂອກາດດັ່ງກ່າວ, ກອງປະຊຸມໄດ້ຊຸກຍູ້ໃຫ້ອົງການ UNICEF ໂດຍສົມທົບກັບເຈົ້າໜ້າທີ່ອາ ວຸໂສສາທາລະນະສຸກອາຊຽນເລັ່ງລັດການນໍາໃຊ້ງົບປະມານຈາກກອງທຶນອາຊຽນ ເພື່ອຮັບມືກັບພະຍາດ ໂຄວິດ-19 ຈັດຊື້ ແລະ ນໍາສົ່ງວັກຊິນຕ້ານພະຍາດໂຄວິດ-19 ໃຫ້ບັນດາປະເທດອາຊຽນ ໃຫ້ສໍາເລັດ ໃນໄຕມາດທີ 1 ແລະ 2 ຂອງປີນີ້.

ນອກນີ້, ກອງປະຊຸມຍັງໄດ້ຮຽກຮ້ອງໃຫ້ປະເທດສະມາຊິກອາຊຽນ ສືບຕໍ່ປະກອບສ່ວນເຂົ້າໃນຄັງແຮອຸປະກອນການແພດພາກພື້ນອາຊຽນ ເພື່ອຮັບມືກັບພາວະສຸກເສີນດ້ານ ສາທາລະນະສຸກ ຊຶ່ງຄັງແຮດັ່ງກ່າວມີຄວາມສໍາຄັນໃນການຊ່ວຍເຫຼືອດ້ານຢາປົວພະຍາດ ແລະ ອຸປະກອນ ການແພດ ໃຫ້ບັນດາປະເທດສະມາຊິກອາຊຽນທີ່ໄດ້ຮັບຜົນກະທົບຈາກພາວະສຸກເສີນດ້ານສາທາລະນະ ສຸກໃນອະນາຄົດ.
ຜົນຂອງການປຶກສາຫາລືຄັ້ງນີ້ ຈະລາຍງານຕໍ່ກອງ​ປະ​ຊຸມສະພາປະສານງານອາຊຽນ ຄັ້ງທີ 31, ຊຶ່ງຈະຈັດຂຶ້ນ ໃນຕົ້ນເດືອນສິງຫາ 2022.
ຂ່າວ: ປະຊາຊົນ