Homeຂ່າວຕ່າງປະເທດເນັດຟລິກສູນເສຍສະມາຊິກຄັ້ງໃຫຍ່ ແລະ ອາດຈະສະເໜີແຜນໂຄສະນາທີ່ລາຄາຖືກລົງ

ເນັດຟລິກສູນເສຍສະມາຊິກຄັ້ງໃຫຍ່ ແລະ ອາດຈະສະເໜີແຜນໂຄສະນາທີ່ລາຄາຖືກລົງ

Published on

ເນັດຟລິກ (Netflix) ກ່າວວ່າອັດຕາເງິນເຟີ້, ສົງຄາມໃນຢູເຄຣນ ແລະ ການແຂ່ງຂັນທີ່ຮຸນແຮງມີສ່ວນເຮັດໃຫ້ສູນເສຍສະມາຊິກເປັນຄັ້ງທໍາອິດໃນຮອບຫຼາຍກວ່າຫນຶ່ງທົດສະວັດ ແລະ ຄາດຄະເນວ່າຈະມີການຫົດຕົວຫຼາຍຂຶ້ນໃນຕໍ່ຫນ້າ, ເຊິ່ງຫມາຍເຖິງການປ່ຽນແປງຢ່າງກະທັນຫັນຂອງບໍລິສັດສຕຣີມມິງ (streaming) ທີ່ຂະຫຍາຍຕົວໃນຊ່ວງການແຜ່ລະບາດໃຫຍ່.

ການຫລຸດລົງ 26% ຂອງຫຸ້ນເນັດຟລິກ ຫລັງຈາກທີ່ໄດ້ມີການປິດຕະຫຼາດການຄ້າໃນວັນອັງຄານ (19 ເມສາ) ໄດ້ເຮັດໃຫ້ມູນຄ່າຕະຫຼາດຫຸ້ນຂອງພວກເຂົາເສຍໄປປະມານ 40 ຕື້ໂດລາສະຫະລັດ. ນັບຕັ້ງແຕ່ໄດ້ຮັບສັນຍານການຂະຫຍາຍຕົວຂອງສະມາຊິກທີ່ຫຼຸດລົງໃນເດືອນມັງກອນທີ່ຜ່ານມາ, ບໍລິສັດໄດ້ສູນເສຍມູນລະຄ່າໄປເກືອບເຄິ່ງໜຶ່ງຂອງມູນຄ່າ.

ການຂະຫຍາຍຕົວຂອງຈໍານວນສະມາຊິກທີ່ລ່າຊ້າໄດ້ເຮັດໃຫ້ເປັນຄັ້ງທໍາອິດທີ່ເນັດຟລິກກ່າວວ່າ ອາດຈະມີການສະເຫນີລາຄາບໍລິການຕ່ໍາລົງພ້ອມກັບໂຄສະນາ. ບໍລິສັດກ່າວວ່າພວກເຂົາໄດ້ສູນເສຍສະມາຊິກຈໍານວນ 200,000 ຄົນໃນໄຕມາດທໍາອິດ ເຊິ່ງຕໍ່າກວ່າທີ່ຄາດຄະເນໄວ້ວ່າຈະເພີ່ມສະມາຊິກ 2.5 ລ້ານຄົນ. ການ​ໂຈະ​ການ​ບໍລິການ​ໃນ​ຣັດ​ເຊຍ ຫລັງ​ຈາກ​ການ​​ໂຈມ​ຕີ​ຂອງ​ຢູ​ເຄຣນສົ່ງ​ຜົນ​ໃຫ້ສູນ​ເສຍ​ສະມາຊິກໄປຈໍານວນ 700,000 ຄົນ​​.

ບໍລິສັດໄດ້ສະເຫນີການຄາດຄະເນທີ່ຫນ້າເສົ້າໃຈສໍາລັບໄຕມາດຂອງລະດູໃບໄມ້ປົ່ງ, ໂດຍຄາດຄະເນວ່າມັນຈະສູນເສຍສະມາຊິກໄປຈໍານວນ 2 ລ້ານຄົນ, ເຖິງແມ່ນວ່າການກັບມາຂອງຊີຣີ້ທີ່ຄາດການໄວ້ຢ່າງຮ້ອນແຮງ ເຊັ່ນ “Stranger Things” ແລະ “Ozark” ແລະ ການເປີດຕົວຂອງຮູບເງົາເລື່ອງ “The Grey Man,” ນໍາສະແດງໂດຍ ຄຣິສ ອີແວນສ ແລະ ໄຣອັນ ກອສລິງ.

ນອກເຫນືອຈາກແຜນການສະຫນັບສະຫນູນການໂຄສະນາແລ້ວ ບໍລິສັດຍັງຊອກຫາລາຍໄດ້ເພີ່ມເຕີມຈາກລູກຄ້າທີ່ແບ່ງປັນບັນຊີກັບຫມູ່ເພື່ອນ ຫຼື ຄອບຄົວພວກເຂົານໍາອີກ.

ອ້າງ​ອີງ​ຈາກ: Reuters

ບົດຄວາມຫຼ້າສຸດ

ທ່ານ ທອງລຸນ ສີສຸລິດ ສົ່ງຄໍາອວຍພອນອັນອົບອຸ່ນ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 77 ປີ

ວັນທີ 01 ຕຸລາ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາ ຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ

ໃນຕອນບ່າຍຂອງວັນທີ 1 ຕຸລາ 2026 ທີ່ ຫໍປະຊຸມແຫ່ງຊາດ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ...

ກອງປະຊຸມສະໄໝສາມັນເທື່ອທີ 2 ຈະພິຈາລະນາ 6 ບັນຫາສຳຄັນຂອງຊາດ

(ສພຊ) - ຕອນບ່າຍວັນທີ 01 ຕຸລານີ້, ທ່ານ ບຸນຈັນ ສີວົງພັນ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຫົວໜ້າກອງເລຂາກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X,...