Homeຂ່າວຕ່າງປະເທດລັດຖະບານມຽນມາປະຕິເສດວ່າພວກເຂົາບໍ່ໄດ້ຂາດແຄນນ້ຳມັນເຊື້ອໄຟ

ລັດຖະບານມຽນມາປະຕິເສດວ່າພວກເຂົາບໍ່ໄດ້ຂາດແຄນນ້ຳມັນເຊື້ອໄຟ

Published on

ກະຊວງພະລັງງານຂອງມຽນມາໄດ້ປະຕິເສດຂ່າວລືທີ່ວ່າ ປະເທດຕົນກໍາລັງປະເຊີນກັບບັນຫາການຂາດແຄນນ້ຳມັນເຊື້ອໄຟ ເຖິງແມ່ນວ່າຈະມີຜູ້ຂັບຂີ່ຖ້າຄິວເປັນແຖວຍາວຢຽດຢູ່ປ້ຳນ້ຳມັນ.

ອີງຕາມສຳນັກຂ່າວ Reuters ລາຍງານວ່າ: ກະຊວງພະລັງງານທີ່ຄວບຄຸມໂດຍທະຫານໄດ້ອ້າງໃນຖະແຫຼງການວ່າ ຄັງສໍາຮອງແຫ່ງຊາດມີນ້ຳມັນເຊື້ອໄຟ 45 ລ້ານແກນລອນ ແລະ ມີນໍ້າມັນກາຊວນ 70 ລ້ານແກນລອນ, ໃນຂະນະທີ່ການຂົນສົ່ງນ້ຳມັນເຊື້ອໄຟ 2 ແຫ່ງກໍ່ໄດ້ເຂົ້າຈອດທີ່ທ່າກຳປັ່ນເຊັ່ນກັນ,

ທາງກະຊວງໄດ້ກ່າວວ່າ ຕົນກໍາລັງພະຍາຍາມຫຼຸດຜ່ອນການຊື້ຈາກຄວາມຕື່ນຕົກໃຈ ແລະ ການຂາຍຍ່ອຍຈະກັບມາດໍາເນີນການເປັນປົກກະຕິ. ຢ່າງໃດກໍ່ຕາມ, ຄົນພາຍໃນຂະແໜງນ້ຳມັນລາຍງານວ່າ ຂໍ້ຈຳກັດໃໝ່ຂອງທະນາຄານກາງທີ່ກຳນົດໃຫ້ມີການປ່ຽນເງິນຕາຕ່າງປະເທດເປັນສະກຸນເງິນຈ໊າຕ (kyat) ທ້ອງຖິ່ນ ເຊິ່ງໄດ້ສົ່ງຜົນກະທົບຕໍ່ການນຳເຂົ້າ.

ຈາກຖະແຫຼງການທີ່ນຳອອກເຜີຍແຜ່ໃນວັນທີ 8 ເມສານີ້ ໂດຍສະພາການຄ້າຕ່າງປະເທດໄດ້ເຕືອນວ່າ, ກົດໝາຍເງິນຕາສະບັບໃໝ່ສາມາດສ້າງ “ຄວາມທ້າທາຍທີ່ບໍ່ສາມາດຜ່ານຜ່າໄດ້” ໃຫ້ແກ່ວິສາຫະກິດທີ່ດຳເນີນທຸລະກິດຢູ່ມຽນມາ. ຕາມກົດລະບຽບໃໝ່, ຜູ້ນໍາເຂົ້າບໍ່ສາມາດເຂົ້າເຖິງເງິນໂດລາສະຫະລັດເພື່ອຈ່າຍເງິນໃຫ້ກັບຜູ້ສະຫນອງໄດ້. ສະຖານີບໍລິການນ້ຳມັນເຊື້ອໄຟໄດ້ຈຳກັດການຈຳໜ່າຍນ້ຳມັນເຊື້ອໄຟແຕ່ 50,000 ຈ໊າຕ/ຄັນ ໂດຍລາຄານ້ຳມັນໃນນະຄອນຢາງກຸ້ງຂຶ້ນເຖິງ 1,890 ຈ໊າຕ/ລິດ.

ການປະເຊີນກັບສະພາບການທີ່ຂາດທຶນອັນເນື່ອງມາຈາກອັດຕາແລກປ່ຽນເງິນຕາທີ່ສູງຂຶ້ນ(ຈາກການແລກປ່ຽນເງິນຕາຕາມຮ້ານຄ້າພາຍນອກ) ຈຶ່ງເຮັດໃຫ້ປໍ້ານໍ້າມັນເລີ່ມປິດຕົວລົງ ເຮັດໃຫ້ປະຊາຊົນພາກັນແຫ່ໄປຊື້ນໍ້າມັນ. ການຕໍ່ຄິວທີ່ຍາວຢຽດອອກໄປສູ່ຖະໜົນສາຍໃຫຍ່ໄດ້ເຮັດໃຫ້ການສັນຈອນຕິດຂັດໃນນະຄອນຢາງກຸ້ງ.

ຂໍ້ມູນ: The Laotian Times

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...