ອາຊຽນ ເພີ່ມທະວີການຮ່ວມມືແກ້ໄຂບັນຫາຢາເສບຕິດ

0
561

ພິທີໄຂກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ ຄັ້ງທີ 8 ທີ່ ສປປ ລາວ ເປັນເຈົ້າພາບ ໄດ້ຈັດຂຶ້ນຢູ່ໂຮງແຮມລາວພຣາຊາ ນະຄອນຫຼວງວຽງຈັນ ໃນວັນທີ 11 ສິງຫາ 2023 ນີ້ ໂດຍການເປັນປະທານຂອງ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ; ມີຜູ້ແທນລະດັບລັດຖະມົນຕີ, ພ້ອມດ້ວຍຫົວໜ້າຄະນະເຈົ້າ ໜ້າທີ່ອາວຸໂສ ວ່າດ້ວຍບັນຫາຢາເສບຕິດ ຈາກ 10 ປະເທດສະມາຊິກອາຊຽນ, ກອງເລຂາອາຊຽນ ແລະ ປະເທດສັງເກດການ ເຂົ້າຮ່ວມ.

ກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ ຄັ້ງທີ 8 ນີ້, ເປັນກອງປະຊຸມໜຶ່ງ ທີ່ມີຄວາມສຳຄັນ ເຊິ່ງເປັນເວທີການປຶກສາຫາລື, ກຳນົດບັນດາເນື້ອໃນ ແລະ ທິດທາງແຜນການຮ່ວມມືລະຫວ່າງບັນດາປະເທດສະມາຊິກອາຊຽນ ເພື່ອຮ່ວມກັນແກ້ໄຂບັນຫາຢາເສບຕິດ ທີ່ເປັນສິ່ງທ້າທາຍ ແລະ ໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ຂອງບັນດາປະເທດສະມາຊິກອາຊຽນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

ນອກຈາກນີ້ ຍັງເປັນການຮັບປະກັນໄດ້ ໃນການຈັດຕັ້ງຜັນຂະຫຍາຍແນວທາງການຕ່າງປະເທດຂອງພັກກໍຄືຂອງ ສປປ ລາວ, ການໂຄສະນາເຜີຍແຜ່ແນວທາງອັນຖືກຕ້ອງຂອງພັກ ແລະ ລັດຖະບານ; ຮັບປະກັນໃຫ້ແກ່ການປະຕິບັດໜ້າທີ່ ຂອງປະເທດສະມາຊິກອາຊຽນຕາມກົນໄກ ແລະ ລະບຽບການຂອງບັນດາປະເທດສະມາຊິກອາຊຽນ ໂດຍສອດຄ່ອງກັບຄວາມສາມາດຕົວຈິງ; ພ້ອມທັງສະແດງໃຫ້ເຫັນເຖິງຄວາມເຂັ້ມແຂງ ແລະ ຄວາມສາມາດຂອງ ສປປ ລາວ ກໍຄືກະຊວງປ້ອງກັນຄວາມສະຫງົບລາວ ໃນການເປັນປະທານກອງປະຊຸມລະດັບສາກົນ.

ໃນໂອກາດ ທີ່ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ກ່າວໄຂກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ ຄັ້ງທີ 8 ຢ່າງເປັນທາງການນັ້ນ ພ້ອມຍົກໃຫ້ເຫັນບາງເນື້ອໃນທີ່ມີຄວາມສຳຄັນ. ຂະນະດຽວກັນ, ບັນດາຜູ້ແທນ ກໍໄດ້ຮັບຟັງການລາຍງານເນື້ອໃນສຳຄັນຕ່າງໆ ກ່ຽວກັບການພົວພັນຮ່ວມມືຂອງບັນດາປະເທດສະມາຊິກອາຊຽນ ແລະ ສາກົນ, ທົບທວນຄືນບັນດາຜົນສຳເລັດ ແລະ ຄວາມຄືບໜ້າ ໃນການຮ່ວມມືຈັດຕັ້ງປະຕິບັດແຜນການຕ່າງໆ ໃນການຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໃນຂອບການຮ່ວມມື ຕາມຖະແຫຼງການຮ່ວມຂອງກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ ຄັ້ງທີ 7, ການຮ່ວມມືໃນຂອບຂອງແຜນວຽກອາຊຽນ ວ່າດ້ວຍປະຊາຄົມຄວາມໝັ້ນຄົງຕ້ານຢາເສບຕິດ 2016-2025 ແລະ ອື່ນໆ ໃນໄລຍະຜ່ານມາ.

ນອກຈາກນີ້, ຜູ້ແທນຈາກບັນດາປະເທດສະມາຊິກອາຊຽນ ຍັງໄດ້ຮ່ວມກັນປຶກສາຫາລື, ຄົ້ນຄວ້າ, ພິຈາລະນາ ແລະ ຕົກລົງ ຮັບຮອງເອົາຫຼາຍບັນຫາທີ່ສຳຄັນ ກ່ຽວກັບການຮ່ວມມື ໃນການແກ້ໄຂບັນຫາຢາເສບຕິດ ໃນພາກພື້ນອາຊຽນ ແລະ ສາກົນຕື່ມອີກ.

ແຫຼ່ງຂ່າວ ປະເທດລາວ