Homeຂ່າວພາຍ​ໃນສ ເກົາຫລີ ຕ້ອງກາ2.000 ຄົນ ໃນຂະແໜງອຸດສະຫະກຳ

ສ ເກົາຫລີ ຕ້ອງກາ2.000 ຄົນ ໃນຂະແໜງອຸດສະຫະກຳ

Published on

ອີງຕາມການລາຍງານຂອງ ອົງການພັດທະນາຊັບພະຍາກອນມະນຸດ ສາທາລະນະລັດ ເກົາຫລີ ສູນອະນຸຍາດຈ້າງງານ(ESP) ປະຈຳສປປ ລາວ ໄດ້ແຈ້ງໃຫ້ຮູ້ວ່າ ໃນປີ 2023, ທາງ ສ ເກົາຫລີ ແມ່ນມີຄວາມຕ້ອງການແຮງງານລາວຈຳນວນ 2.000 ຄົນ ເຊິ່ງປະກອບມີ 2 ລະບົບ ຄື: ການໄປເຮັດວຽກຕາມລະດູການ ແມ່ນຈະເຮັດວຽກໃນຂະແໜງກະສິກຳ ແລະ ການປະມົງ ກຳນົດເວລາ 3-5 ເດືອນ ແລະ ການໄປເຮັດວຽກຢູ່ຂະແໜງອຸດສາຫະກຳ ແມ່ນເຮັດວຽກຢູ່ຫົວໜ່ວຍການຜະລິດຂະໜາດກາງ ແລະ ຂະໜາດນ້ອຍ ຫລື ລະບົບອະນຸຍາດການຈ້າງງານ (ESP) ມີກຳນົດເວລາ 3-5 ປີ.

ທ່ານ ຊໍ ຊອກ ມ່ຽງ ຫົວໜ້າສູນອະນຸຍາດຈ້າງງານປະຈຳ ສປປ ລາວ ໄດ້ມີການພົບປະກັບບັນດາສື່ມວນຊົນລາວ ທີ່ນະຄອນຫລວງວຽງຈັນ ໃນວັນທີ 9 ສິງຫາ 2023 ເພື່ອອະທິບາຍ ແລະ ຊີ້ແຈງກ່ຽວກັບສະພາບການ ແລະ ຂັ້ນຕອນ ການຮັບແຮງງານລາວ ໄປເຮັດວຽກຢູ່ ສ ເກົາຫລີ ໂດຍສະເພາະການໄປເຮັດວຽກໃນລະບົບທີໜຶ່ງ ໃນຂະແໜງກະສິກຳ ແລະ ການປະມົງ ເຊິ່ງແຮງງານລາວບໍ່ຈຳເປັນຈະຕ້ອງໄດ້ກະກຽມຄວາມຮູ້ດ້ານພາສາເກົາຫລີ, ບໍ່ຈຳກັດເພດ ພຽງແຕ່ຈຳກັດອາຍຸ ແຕ່ 25-50 ປີ. ສ່ວນລະບົບທີສອງ ໃນຂະແໜງອຸດສາຫະກຳ ແມ່ນເຮັດວຽກຢູ່ຫົວໜ່ວຍການຜະລິດຂະໜາດກາງ ແລະ ຂະໜາດນ້ອຍ ບໍ່ຈຳກັດເພດ ແຕ່ຕ້ອງກຽມຄວາມຮູ້ດ້ານພາສາ ໃນລະດັບດີສົມຄວນ, ອາຍຸແຕ່ 18-39 ປີ.

ເຊິ່ງໃນປີ 2016 ລັດຖະບານລາວ ແລະ ສ ເກົາຫລີ ໄດ້ຮ່ວມລົງນາມບັນທຶກຄວາມເຂົ້າໃຈ ໃນການຈັດສົ່ງແຮງງານລາວໄປເຮັດວຽກຢູ່ ສ ເກົາຫລີ ໂດຍຜ່ານລະບົບອະນຸ ຍາດການຈ້າງງານ ເຊິ່ງເປັນລະບົບເພື່ອໃຫ້ແຮງງານຕ່າງປະເທດສາມາດເຂົ້າເຮັດວຽກຢູ່ ສ ເກົາຫລີ ໄດ້ຖືກຕ້ອງຕາມກົດໜາຍ ໂດຍໄດ້ຮັບການຈ້າງງານຈາກຂະແໜງອຸດສາຫະກຳ. ສູນ ESP ລາວ ໄດ້ເລີ່ມເປີດລະບົບອະນຸຍາດການຈ້າງງານ (E-9) ໃນເດືອນ ມີນາ 2017 ເພື່ອຄັດເລືອກເອົາແຮງງານລາວ, ຕິດຕາມ ແລະ ສະໜັບສະໜູນ ຂະບວນການຈັດສົ່ງຄົນລາວ ໄປເຮັດວຽກຢູ່ ສ ເກົາຫລີ ຢ່າງຍຸຕິທຳ ແລະ ໂປ່ງໄສ.

ປັດຈຸບັນ, ມີແຮງງານລາວທີ່ເຮັດວຽກຢູ່ ສ ເກົາຫລີ ທັງໝົດ 4.588 ຄົນ ໃນນັ້ນແຮງງານລາວ ທີ່ຜ່ານລະບົບ ESP ໃນຂະແໜງອຸດສາຫະກຳ ມີ 1.169 ຄົນ. ນອກຈາກນີ້ ທາງສູນ ESP ລາວ ຍັງໄດ້ຈັດພິມຄູ່ມືເຄື່ອງຊ່ວຍການຮຽນຮູ້ພາສາເກົາຫລີ ເປັນຈຳນວນ 2.500 ສະບັບ ເພື່ອສະໜອງໃຫ້ແຮງງານດັ່ງກ່າວ.

ແຫຼ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...