Homeຂ່າວພາຍ​ໃນການຊື້-ຂາຍພະລັງງານໄຟຟ້າໃນໄລຍະ 6 ເດືອນຕົ້ນປີ 2023

ການຊື້-ຂາຍພະລັງງານໄຟຟ້າໃນໄລຍະ 6 ເດືອນຕົ້ນປີ 2023

Published on

ລັດວິສາຫະກິດໄຟຟ້າລາວ (ຟຟລ) ໄດ້ຈັດກອງປະຊຸມ ສະຫຼຸບວຽກງານປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023 ຂຶ້ນ ໃນວັນ 8 ສິງຫາ 2023 ໂດຍການເປັນປະທານ ຂອງທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່.

ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ ຟຟລ ໃຫ້ຮູ້ວ່າ: ວຽກງານການຊື້-ຂາຍພະລັງງານໄຟຟ້າ ຂອງ ຟຟລ ໃນໄລຍະ 6 ເດືອນຕົ້ນປີ 2023 ຊື້ພະລັງງານພາຍໃນ ແລະ ນຳເຂົ້າຈາກຕ່າງປະເທດ ຈຳນວນທັງໝົດ 7.852,30 GWh ເທົ່າກັບ 90,91% ຂອງແຜນການ, ເປັນເງິນ 9.007,49 ຕື້ກີບ, ເທົ່າກັບ 106,60% ຂອງແຜນການ. ໃນນັ້ນ, ຖ້າທຽບໃສ່ໄລຍະເວລາດຽວກັນປີ 2022 ພະລັງງານເທົ່າກັບ 97,86% ເປັນເງິນ 151,27%, ເນື່ອງຈາກ ການຜະລິດພາຍໃນປະເທດຫຼຸດຈາກແຜນ ເຮັດໃຫ້ຕ້ອງນຳເຂົ້າຈາກຕ່າງປະເທດມາທົດແທນ.

  • ໃນນັ້ນ ຊື້ພະລັງງານພາຍໃນ: ປະຕິບັດໄດ້ 6.607,49 GWh ເທົ່າກັບ 84,73% ຂອງແຜນການ, ເປັນເງິນ 7.584,21 ຕື້ກີບ ເທົ່າກັບ 99,65% ຂອງແຜນການ, (ເຫັນວ່າການຜະລິດພະລັງງານພາຍໃນປະເທດ ແມ່ນຫຼຸດຈາກແຜນຫຼາຍ ເນື່ອງຈາກໄພແລ້ງ, ແຕ່ຖ້າເບິ່ງເປັນເງິນແມ່ນບໍ່ຫຼຸດລົງຕາມ ຍ້ອນສັນຍາ Take or Pay).
  • ສ່ວນການນໍາເຂົ້າພະລັງງານຈາກຕ່າງປະເທດ: ປະຕິບັດໄດ້ 1.223,06 GWh ເທົ່າກັບ 149,96% ຂອງແຜນການ, ເປັນເງິນ 1.423,28 ຕື້ກີບ ເທົ່າກັບ 169,57% ຂອງແຜນການ, ໃນນັ້ນ ຊື້ຈາກ EGAT ແມ່ນ 1.129,77 GWh ເທົ່າກັບ 187,52% ຂອງແຜນການ, ເປັນເງິນ 1.312,46 ຕື້ກີບ ເທົ່າກັບ 217,33% ຂອງແຜນການ. ຖ້າທຽບໃສ່ປີ 2022, ການນຳເຂົ້າ ປີ 2023 ພະລັງງານລື່ນແຜນ 208,86% ເປັນເງິນ 522,47%.

ໃນໄລຍະ 6 ເດືອນຕົ້ນປີ 2023 ສາມາດຈຳໜ່າຍພະລັງງານໄຟຟ້າໄດ້ທັງໝົດ 7.249,14 GWh ທຽບໃສ່ແຜນປະຕິບັດໄດ້ 90,21%, ເປັນເງິນ 8.187,58 ຕື້ກີບ, ທຽບໃສ່ແຜນປະຕິ ບັດໄດ້ພຽງ 85,35%, ແຕ່ຖ້າທຽບໃສ່ໄລຍະເວລາດຽວ ກັນ ປີ 2022 ພະລັງງານເທົ່າກັບ 100,40% ເປັນເງິນ 145,89%, ເນື່ອງຈາກ ໄດ້ປັບປຸງໂຄງສ້າງລາຄາໄຟ ພາກທີ່ບໍ່ແມ່ນທີ່ຢູ່ອາໄສ ເຮັດໃຫ້ລາຍຮັບເພີ່ມຂຶ້ນຫລາຍກວ່າປີຜ່ານມາ.

  • ໃນນັ້ນ ການຂາຍພະລັງງານພາຍໃນປະເທດ ປະຕິບັດໄດ້ 5.595,96 GWh ເທົ່າກັບ 89,07% ຂອງແຜນການ, ເປັນເງິນ 6.081,70 ຕື້ກີບ, ທຽບໃສ່ແຜນເທົ່າ ກັບ 82,33% ເຊິ່ງເຫັນວ່າຫລຸດຈາກແຜນ ເນື່ອງຈາກການຊົມໃຊ້ໄຟຟ້າພາຍໃນປະເທດ ບໍ່ເປັນໄປຕາມແຜນ. ນອກນີ້, ການຊົມໃຊ້ພາກຄົວເຮືອນ ທີ່ມີລາຄາຂາຍສະເລ່ຍຕໍ່າກວ່າຕົ້ນທຶນການຊື້ໄຟ ມີການຊົມໃຊ້ເພີ່ມຂຶ້ນເກີນແຜນ 3% ແລະ ເນື່ອງຈາກໃນການຂຶ້ນແຜນເບື້ອງຕົ້ນ ຄາດຄະເນວ່າ ຈະມີການປັບລາຄາຂາຍໄຟພາຍໃນປະເທດ ເລີ່ມແຕ່ເດືອນ ມັງກອນ 2023, ແຕ່ໂຕຈິງເລີ່ມປະຕິບັດ ເດືອນກຸມພາ 2023 ເຊິ່ງບາງລູກຄ້າກໍບໍ່ສາມາດປະຕິບັດລາຄາໄຟໃໝ່ໄດ້ທັນທີ ເນື່ອງຈາກການຈັດປະເພດບໍ່ຖືກຕ້ອງ ກັບການຊົມໃຊ້ຕົວຈິງ.
  • ສ່ວນການສົ່ງອອກຕ່າງປະເທດ ປະຕິບັດໄດ້ 1.653,18 GWh ເທົ່າກັບ 94,32% ຂອງແຜນການ ເປັນເງິນ 2.105,88 ຕື້ກີບ, ເທົ່າກັບ 95,47% ຂອງແຜນການ ເນື່ອງຈາກການຜະລິດໄຟຟ້າພາຍໃນປະເທດ ຫຼຸດຈາກແຜນການ ຍ້ອນຜົນກະທົບມາຈາກໄພແລ້ງ ແລະ ການຊົມໃຊ້ພາຍໃນມີການເພີ່ມຂຶ້ນ.

ແຫຼ່ງຂ່າວ ປະເທດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...