ສົກປີນີ້ ການເງິນຈະສູ້ຊົນເກັບລາຍຮັບບໍ່ໃຫ້ຫຼຸດ 25% ຂອງ ຈີດີພີ

article

 

ໃນ​ສົກ​ປີ 2014-2015 ນີ້ ກະຊວງ​ການ​ເງິນ ວາງ​ແຜນການ​ສູ້​ຊົນ​ເກັບ​ລາຍ​ຮັບ​ງົບປະມານ​ບໍ່​ໃຫ້​ຫຼຸດ 25.815 ຕື້​ກວ່າ

​ກີບເທົ່າ​ກັບ 25% ຂອງລວມ​ຍອດ​ຜະລິດ​ຕະ​ພັນ​ພາຍ​ໃນ ຫຼື ຈີ​ດີ​ພີ (GDP), ໃນ​ນັ້ນ ລາຍ​ຮັບ​ພາຍ​ໃນ ໂດຍ​ສະເພາະ

ລາຍ​ຮັບ​ສວຍ​ສາ​ອາກອນ, ພາສີ, ລາຍ​ຮັບ​ຄຸ້ມ​ຄອງ​ການ​ເງິນ​ລັດ​ວິ​ສາ​ຫະ​ກິດ ແລະ ລາຍ​ຮັບ​ຈາກ​ຊັບ​ສິນ​ຂອງ​ລັດ

ໃຫ້​ໄດ້ 20.536 ຕື້​ກີບ ແລະ ລາຍ​ຮັບ​ຈາກ​ການ​ຊ່ວຍເຫຼືອ​ລ້າ 5.279 ຕື້​ກີບ. ສຳລັບ​ລາຍ​ຈ່າຍ​ແມ່ນ​ໃຫ້​ຢູ່​ໃນ​ລະດັບ​ບໍ່​

ເກີນ 31.000 ຕື້​ກີບ.

 

ເພື່ອ​ເຮັດ​ໃຫ້​ຄາດໝາຍ​ສູ້​ຊົນ​ດັ່ງກ່າວ ໄດ້​ຮັບ​ການຈັດຕັ້ງ​ປະຕິບັດ​ຢ່າງ​ມີ​ປະ​ສິດທິ​ຜົນ​ນັ້ນ, ລັດຖະມົນຕີ​ວ່າການ​ກະ

ຊວງ​ການ​ເງິນ ໄດ້​ອອກ​ບົດ​ແນະນຳ​ວ່າດ້ວຍ​ການຈັດຕັ້ງປະຕິບັດ​ ແຜນ​ງົບປະມານ​ສົກ​ປີ 2014-2015 ໂດຍ​ມີ​ຄາດ

ໝາຍ​ລວມ​ຄື: ສູ້​ຊົນ​ເຮັດ​ໃຫ້ການ​ເງິນ-ງົບປະມານ​ມີ​ຄວາມ​ໝັ້ນ​ທ່ຽງ, ສາມາດ​ເປັນ​ເຈົ້າ​ຕົນ​ເອງ, ສ້າງ​ຄວາມ​ເຂັ້ມ

ແຂງ​ໃຫ້​ຕົນ​ເອງ​ຂຶ້ນ​ເທື່ອ​ລະ​ກ້າວ ເຮັດ​ໃຫ້​ປະເທດ​ຊາດ​ມີ​ສະຖຽນ​ລະ​ພາບ​ຢ່າງ​ໜັກ​ແໜ້ນ, ຄຸ້ມ​ຄອງ​ລາຍ​ຈ່າຍ​ໃຫ້​

ຢູ່​ໃນ​ຂອບ​ຂອງ​ແຜນ​ງົບປະມານ​ແຫ່ງ​ລັດ ທີ່​ສະພາ​ແຫ່ງ​ຊາດ​ຮັບຮອງ, ສືບຕໍ່​ແກ້​ໄຂ​ໜີ້​ສິນ​ໃຫ້​ຫຼຸດ​ລົງ, ແກ້​ໄຂ​ສິ່ງ​

ຫຍໍ້ທໍ້​ໃນ​ຂົງເຂດ​ການ​ເງິນ​ທັງ​ສູນ​ກາງ ແລະ ທ້ອງຖິ່ນ​ຢ່າງ​ຕັ້ງໜ້າ; ສູ້​ຊົນ​ເກັບ​ລາຍ​ຮັບ​ງົບປະມານ​ບໍ່​ໃຫ້​ຫຼຸດ 25.815

ຕື້​ກວ່າ​ກີບ ເທົ່າ​ກັບ 25% ຂອງຈີດີພີ ໃນ​ນີ້ ລາຍ​ຮັບ​ພາຍ​ໃນ​ໃຫ້​ໄດ້ 20%; ປະຕິບັດ​ລາຍ​ຈ່າຍ​ບໍ່​ໃຫ້​ເກີນ 30% ຂອງຈີ

ດີພີ; ຂາດ​ດຸນ​ງົບປະມານ​ໃຫ້​ຢູ່​ໃນ​ລະດັບ 5,07% ຂອງຈີດີພີ; ປະຕິບັດ​ຫຼັກການ​ລວມ​ສູນ​ລາຍ​ຮັບ-ລາຍ ຈ່າຍ​ງົບປະ

ມານ​ແຫ່ງ​ລັດ, ສູ້​ຊົນ​ບຸກ​ບືນ​ສຸດ​ຂີດ ເພື່ອ​ຂຸດ​ຄົ້ນ​ແຫຼ່ງ​ລາຍ​ຮັບ​ທີ່​ບົ່ມ​ຊ້ອນ, ເກັບ​ໃຫ້​ໄດ້​ໝົດ ແລະ ມອບ​ເຂົ້າ​ງົບປະ

ມານ​ໃຫ້​ຄົບ​ຖ້ວນ, ທັນ​ຕາມ​ກຳນົດ​ເວລາ, ຈຳກັດ​ການ​ຮົ່ວ​ໄຫຼ​ຂອງ​ລາຍ​ຮັບ​ໄດ້​ຢ່າງ​ເດັດຂາດ, ພ້ອມ​ທັງ​ຄຸ້ມ​ຄອງ​ລາຍ

​ຈ່າຍ​ຢ່າງ​ຮັດກຸມ, ມີ​ປະ​ສິດທິ​ຜົນ, ຖືກ​ເປົ້າ​ໝາຍ, ມີ​ມາດ​ຕະການ ແລະ ປະຕິບັດ​ວິໄນ​ການ​ເງິນ​ຕໍ່​ຜູ້​ກະທຳ​ຜິດ​ຢ່າງ​

ເຂັ້ມ​ງວດ ແລະ ທັນ​ການ.

 

ສຳລັບ​ມາດ​ຕະ​ການຈັດຕັ້ງ​ປະຕິບັດ​ນັ້ນ ບັນດາ​ຂະແໜງການ ແລະ ທ້ອງຖິ່ນ​ ຕ້ອງ​ຈັດ​ຕັ້ງ​ປະຕິບັດ​ໃຫ້​ໄດ້​ຕາມ​ຄາດ

ໝາຍ ແລະ ລື່ນ​ຄາດໝາຍ​ບົນ​ຈິດໃຈ​ບຸກ​ບືນ​ສູ້​ຊົນ​ສູງ​ດ້ານ​ການ​ຂຸດ​ຄົ້ນ​ລາຍ​ຮັບ, ປະສານ​ສົມທົບ​ກັບ​ພາກສ່ວນ​ກ່ຽວ

ຂ້ອງ ​ໃນ​ການ​ຄົ້ນຄວ້າ​ເພື່ອ​ຈັດ​ເກັບ​ລາຍ​ຮັບ​ທີ່​ບົ່ມ​ຊ້ອນ, ລາຍ​ຮັບ​ທີ່​ຍັງ​ເກັບ​ບໍ່​ໝົດ ຫຼື ຍັງ​ບໍ່​ມີ​ຂໍ້​ມູນ​ຄົບ​ຖ້ວນ​ໃຫ້​ລວມ

​ສູນ​ເຂົ້າ​ງົບປະມານ​ລັດ; ຂະແໜງ​ເກັບ​ລາຍ​ຮັບ​ຕ້ອງ​ເພີ່ມ​ທະວີ​ການ​ປະຕິບັດ​ໜ້າທີ່​ວິຊາ​ສະເພາະ ໃນ​ຂົງເຂດ​ຄວາມ​

ຮັບຜິດຊອບ​ຂອງ​ຕົນ​ຢ່າງ​ເຂັ້ມ​ງວດ ແລະ ສອດຄ່ອງ; ຈັດ​ຕັ້ງ​ປະຕິບັດ​ການ​ໂຄສະນາ​ເຜີຍແຜ່​ບັນດາ​ນິຕິ​ກຳ​ທີ່​ກ່ຽວ

ຂ້ອງ ໃນ​ການ​ຂຸດ​ຄົ້ນ​ລາຍ​ຮັບ​ງົບ​ປະມານ​ໃຫ້​ແກ່​ພະນັກງານ-ລັດຖະກອນ, ນັກທຸລະກິດ, ຜູ້​ປະກອບ​ການ ແລະ ປະຊາ

ຊົນ ເພື່ອ​ຄວາມ​ຮັບ​ຮູ້, ເຂົ້າໃຈ​ເປັນ​ເອກະ​ພາບ​ໃນ​ທາງ​ປະຕິບັດ ແລະ ປະຕິບັດ​ສິດ​ພັນທະ​ຂອງ​ຕົນ​ຕາມ​ທີ່​ກົດໝາຍ​

ກຳນົດ​ໄວ້; ສືບຕໍ່​ປັບປຸງ​ກົດໝາຍ ແລະ ລະບຽບ​ການ​ຕ່າງໆ​ທີ່​ຈຳເປັນ​ຈຳນວນ​ໜຶ່ງ; ປັບປຸງ​ກົນ​ໄກ​ການ​ເກັບ​ລາຍ​ຮັບ

ແລະ ການ​ຊຳລະ​ສະ​ສາງ​ງົບປະມານ​ແຫ່ງ​ລັດ ໂດຍ​ຫັນ​ການ​ນຳ​ໃຊ້​ລະບົບ​ຂໍ້​ມູນ​ຂ່າວສານ (IT) ທີ່​ທັນ​ສະໄໝ ແລະ ໝູນ

​ໃຊ້​ການ​ບໍລິການຜ່ານ​ທະນາຄານ ​ໃຫ້​ກວ້າງຂວາງ​ຂຶ້ນ​ກວ່າ​ເກົ່າ ແລະ ອື່ນໆ.

 

ແຫລ່ງຂ່າວ: ວຽງຈັນໃໝ່